Home ຂ່າວຕ່າງປະເທດ ສ.ອາເມລິກາ ເລີ່ມປະຕິບັດນະໂຍບາຍຈັດວາງອັດຕາພາສີສຳລັບບາງປະເທດ

ສ.ອາເມລິກາ ເລີ່ມປະຕິບັດນະໂຍບາຍຈັດວາງອັດຕາພາສີສຳລັບບາງປະເທດ

0

ວິທະຍຸກະຈາຍສຽງຫວຽດນາມ, ເມື່ອບໍ່ດົນມານີ້, ທຳນຽບຂາວຢັ້ງຢືນວ່າ: ສ.ອາເມລິກາ ຈະຈັດວາງອັດຕາພາສີນຳເຂົ້າ 25% ສຳລັບ ການາດາ ແລະ ເມັກຊີໂກ ແລະ 10% ສຳລັບ ສປ ຈີນ ນັບແຕ່ຕົ້ນເດືອນກຸມພານີ້. ທ່ານ ຄາໂຣລາຍ ລິວິດ(Karoline Leavitt) ເລຂາການຂ່າວຂອງທຳນຽບຂາວ ໃຫ້ຮູ້ວ່າ: ແຜນການຈັດວາງອັດຕາພາສີ ສຳລັບການາດາ, ເມັກຊີໂກ ແລະ ສປ ຈີນ ດຳເນີນໄປຖືກຕ້ອງຕາມແຜນການທີ່ທ່ານ ໂດນັນ ທຣຳ (Donald Trump), ປະທານາທິບໍດີ ສ.ອາເມລິກາ ໄດ້ແຈ້ງກ່ອນໜ້ານັ້ນ. ນັບທັງເມັກຊີໂກ ແລະ ການາດາ ລ້ວນແຕ່ຖະແຫລງວ່າ: ໄດ້ກະກຽມບັນດາມາດຕະການຈັດວາງອັດຕາພາສີ ເພື່ອໂຕ້ຕອບຖ້າມີຄວາມຈຳເປັນ ແລະ ສິ່ງດັ່ງກ່າວອາດຈະພາໄປເຖິງການເກີດການປະທະກັນດ້ານການຄ້າ ຢ່າງກວ້າງຂວາງກວ່າ ເຊິ່ງບັນດານັກເສດຖະກິດຖືວ່າອາດສາມາດສົ່ງຜົນສະທ້ອນເຖິງການເຕີບໂຕ ແລະ ເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນ.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version