ວິທະຍຸກະຈາຍສຽງຫວຽດນາມ, ສວນສາທາລະນະວັດທະນະທຳດົງດາ, ນະຄອນຮ່າໂນ້ຍຂອງ ສສ ຫວຽດນາມ ໄດ້ຈັດພິທີ ສະເຫລີມສະຫລອງ 236 ປີແຫ່ງວັນໄຊຊະນະງອັກໂຮ່ຍ – ດົງດາ (1789 – 2025), ຈາລຶກຄຸນງາມຄວາມດີອັນໃຫຍ່ຫຼວງຂອງນັກວິລະຊົນທີ່ມາຈາກປະຊາຊົນ ກວາງຈູງ – ຫງວຽນເຫ້ວ, ພ້ອມກັບນາຍ ແລະ ທະຫານໄຕເຊີນ ແລະ ປະຊາຊົນຍຸກນັ້ນທີ່ໄດ້ຕໍ່ສູ້ຕ້ານສັດຕູຈາກທາງທິດເໜືອ ເຂົ້າມາຮຸກຮານ ຢ່າງພິລະອາດຫານ, ປົກປັກຮັກສາພື້ນຖານເອກະລາດຂອງຊາດ.ປີນີ້, ງານບຸນໄດ້ຈັດຂຶ້ນເປັນເວລາ 3 ວັນ, ແຕ່ວັນທີ 2–4 ກຸມພາ, ດ້ວຍການເຄື່ອນໄຫວຫລາຍຢ່າງ, ຄື: ພິທີຈູດທູບໄຕ້ທຽນ, ພິທີແຫ່ວໍ; ສະແດງການຟ້ອນສິງໂຕ, ມັງກອນ; ແນະນຳສິລະປະພື້ນເມືອງ. “ງານບຸນສະເຫລີມສະຫລອງນີ້ໄດ້ທົບທວນຄືນປະຫວັດສາດເພື່ອໃຫ້ລູກຫລານຮ່ຳຮຽນຕາມ ແລະ ຈົດຈຳຮູບພາບຂອງເຈົ້າຊີວິດກວາງຈູງ ແລະ ໄຊຊະນະງອັກໂຮ່ຍ-ດົງດາ”.“ໄຊຊະນະງອັກໂຮ່ຍ – ດົງດາ ແມ່ນໄຊຊະນະເລີດລ້ຳ ຂອງຊາດຫວຽດນາມ. ໂດຍເປັນນັກຮຽນຜູ້ໜຶ່ງ, ນ້ອງຄິດວ່າ ລຸ້ນໜຸ່ມຕ້ອງຮ່ຳຮຽນຫລາຍກວ່າ ກ່ຽວກັບປະຫວັດສາດ ເພື່ອຈົດຈຳບຸນຄຸນຂອງບັນດານັກຮົບວິລະຊົນຂອງຊາດ”.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ