Home ຂ່າວໜ້າໜຶ່ງ ສະຫລຸບການຈັດຕັ້ງປະຕິບັດປີທ່ອງທ່ຽວ ລາວປີ 2024

ສະຫລຸບການຈັດຕັ້ງປະຕິບັດປີທ່ອງທ່ຽວ ລາວປີ 2024

0

ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສະຫລຸບການຈັດຕັ້ງປະ ຕິບັດປີທ່ອງທ່ຽວ ລາວປີ 2024 ໃນວັນທີ 5 ກຸມພາ 2025, ທີ່ຫໍວັດທະນະທໍາແຫ່ງ ຊາດ ໂດຍການເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ປະທານຄະນະກໍາມະການຊີ້ນຳລະດັບຊາດ ໃນການຈັດປີທ່ອງທ່ຽວລາວ 2024, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ມີຮອງເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາຮອງເຈົ້າແຂວງ ແລະ ພາກສ່ວນກ່ຽວຂ້ອງ.

ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ຍົກໃຫ້ເຫັນວ່າ: ຜ່ານການຈັດຕັ້ງປະບັດບັນດາກິດຈະກໍາໃນປີທ່ອງທ່ຽວ 2024 ໃນຂອບເຂດທົ່ວປະເທດ ເຫັນວ່າ ວ່າທຸກກິດຈະກຳທີ່ກຳນົດໄວ້ໄດ້ດຳເນີນການໄປຕາມແຜນ ແລະ ພາຍໃຕ້ບັນຍາກາດເປັນຂະບວນການຟົ ຟື້ນ ສາມາດກະຕຸ້ນ, ດືງດູດນັກທ່ອງທ່ຽວພາຍໃນ ແລະ ນັກທ່ອງທ່ຽວ ຂອງຄົນຕ່າງປະເທດ ເຂົ້າມາ ທ່ຽວປະເທດເຮົາໃຊ້ຈ່າຍຢູ່ພາຍໃນລາວເຮົາຫຼາຍຂຶ້ນ, ສາມາດສ້າງລາຍຮັບທີ່ຕິດພັນການການທ່ອງຫຼາຍຂຶ້ນ. ພ້ອມກັນນີ້, ການເປີດປີທ່ອງທ່ຽວຍັງໄດ້ຟື້ນຟູ, ສົ່ງເສີມ, ອະນຸລັກ ແລະ ປົກປັກຮັກສາມໍຣະດົກທາງ ດ້ານທຳມະຊາດ, ປະຫວັດສາດ, ວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ໃຫ້ມີຄວາມຍືນຍົງຄົງຢູ່ກັບປະຊາຊົນລາວບັນດາເຜົ່າຕະຫຼອດໄປ; ຂະແໜງການທ່ອງ ທ່ຽວ ໄດ້ຮັບການຍົກລະດັບ ການພັດທະນາສູງຂຶ້ນອີກບາດກ້າວໜຶ່ງ ເພື່ອໃຫ້ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນເທື່ອລະກ້າວ.ຈາກນີ້ເຮັດໃຫ້ຊື່ສຽງຂອງລາວ ສູງ ຂຶ້ນໃນປະຊາຄົມໂລກ.

ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການສະຫຼຸບຕີລາຄາການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ,ການຈັດຕັ້ງປະຕິບັດກິດຈະກຳການທ່ອງທ່ຽວຂອງທ້ອງຖິ່ນຈຳນວນໜຶ່ງ. ພ້ອມດຽວກັນນັ້ນຍັງໄດ້ຕີລາຄາຢ່າງກົງໄປກົງມາຕໍ່ໝາກຜົນທີ່ຍາດມາໄດ້, ບາງບັນຫາທີ່ສຳຄັນທີ່ຕ້ອງເສີມຂະຫຍາຍເພື່ອຍູ້ແຮງການທ່ອງທ່ຽວ ເພື່ອກຳນົດທິດທາງ, ວິທີການ, ມາດຕະການແກ້ໄຂບາງບັນຫາຈຳນວນໜຶ່ງທີ່ເປັນຈຸດອ່ອນ, ຂໍ້ຄົງຄ້າງ ເປັນຕົ້ນການວາງແຜນຈັດສັນທ່ອງທ່ຽວບໍ່ທັນລະອຽດຄົບຖ້ວນ ແລະແທດຕົວຈີງ, ກົນໄກການປະສານສົມທົບບໍ່ທັນໂລ່ງລ່ຽນວ່ອງໄວ, ການແກ້ໄຂບັນຫາທີ່ເກີດຂຶ້ນບໍ່ທັນການ; ການດຳເນີນກິດຈະກຳ ຍັງເຮັດບໍ່ທັນຮັກກຸມເທົ່າທີ່ຄວນ; ເກີດມີບັນຫາຢາເສບຕິດ, ປະກົດການຫຍໍ້ທໍ້ທາງສັງຄົມ, ບັນຫາອຸປະ ຕິເຫດຕາມທ້ອງຖະໜົນ, ບັນຫາໄພສັງຄົມ, ເກີດມີການສວຍໂອກາດຂອງເຈົ້າໜ້າທີ່ຂອງພາກລັດ ແລະ ຜູ້ປະກອບການຈຳນວນໜຶ່ງ ແລະ ບັນຫາອື່ນໆ ທີ່ກະທົບຕໍ່ຊີວິດ ແລະ ຊັບສິນຂອງນັກທ່ອງທ່ຽວ ເຊິ່ງກົດໜ່ວງການພັດທະນາຂະແໜງການທ່ອງທ່ຽວ ແລະ ເລັ່ງທວງໃຫ້ພາກສ່ວນກ່ຽວຂ້ອງຕ້ອງສຸມໃສ່ແກ້ໄຂຢ່າງທັນການ.

ອີງຕາມຂໍ້ມູນຈາກກົມພັດທະນາການທ່ອງທ່ຽວ ໃຫ້ຮູ້ວ່າ: ປີ 2024 ຜ່ານມາ ເຊິ່ງເປັນປີທ່ອງທ່ຽວລາວ ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວລາວ ທັງໝົດ 4,120,832 ຄົນ, ທຽບໃສ່ປີ 2023 ເພີ່ມຂຶ້ນ 7 ແສນກວ່າຄົນ (ປີ2023 ມີຈໍານວນ 3,417,629 ຄົນ), ໃນນັ້ນ 5 ອັນດັບທີ່ມາທ່ອງທ່ຽວຫລາຍທີ່ສຸດ ຄື: ອັນດັບໜຶ່ງ ໄທ 1,215,553 ຄົນ, ຮອງລອງມາແມ່ນຫວຽດນາມ 1,054,204 ຄົນ, ຈີນ 1,048,034 ຄົນ, ສ,ເກົາຫຼີ 223,895 ຄົນ ແລະ ສ.ອາເມລິກາ 68,221 ຄົນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version