ຂ່າວຕ່າງປະເທດລາຍງານໃນວັນທີ 30 ມັງກອນ ຜ່ານມາວ່າ: ທະນາຄານກາງເອີຣົບ ຫຼື ECB ໄດ້ຈັດກອງປະຊຸມນະໂຍບາຍເງິນຕາຢູ່ສໍານັກງານໃຫຍ່ທີ່ນະຄອນແຟຣງຟູດ ປະເທດເຢຍລະມັນ ໂດຍໄດ້ຕັດສິນໃຈທີ່ຈະຫຼຸດອັດຕາດອກເບ້ຍສໍາຄັນ 3 ຢ່າງໃນເຂດໃຊ້ເງິນເອີໂຣໃຫ້ຕ່ຳລົງອີກ 25 ຈຸດ. ນີ້ແມ່ນການຫຼຸດອັດຕາດອກເບ້ຍຄັ້ງທີ 5 ຂອງ ECB ຕັ້ງແຕ່ເລີ່ມຫຼຸດອັດຕາດອກເບ້ຍໃນເດືອນມິຖຸນາ 2024 ເປັນຕົ້ນມາ.
ທ່ານນາງ ຄຣີສຕຽນ ລາຈາດ ຜູ້ວ່າການ ECB ໄດ້ຈັດກອງປະຊຸມຖະແຫຼງຂ່າວໂດຍກ່າວວ່າ: ຄະນະກຳມາທິການຄຸ້ມຄອງຂອງ ECB ໄດ້ຕັດສິນໃຈທີ່ຈະຫຼຸດອັດຕາດອກເບ້ຍໃຫ້ຕ່ຳລົງ 25 ຈຸດ ຈົນເປັນ 2.75% ໂດຍອີງໃສ່ກໍລະນີທີ່ວ່າໃນໄລຍະສັ້ນ ເສດຖະກິດໃນເຂດໃຊ້ເງິນເອີໂຣຍັງຈະອ່ອນແອ ແລະ ອັດຕາເງິນເຟີ້ຈະຄ່ອຍໆຫຼຸດລົງ.