Home ຂ່າວຕ່າງປະເທດ ນີເຊ, ມາລີ ແລະ ບຸນກີນາ ຟາໂຊ ຖອນຕົວອອກຈາກ ECOWAS ຢ່າງເປັນທາງການ

ນີເຊ, ມາລີ ແລະ ບຸນກີນາ ຟາໂຊ ຖອນຕົວອອກຈາກ ECOWAS ຢ່າງເປັນທາງການ

0

ວິທະຍຸກະຈາຍສຽງຫວຽດນາມ ລາຍງານຫວ່າງບໍ່ດົນມານີ້ວ່າ: ປະຊາຄົມເສດຖະກິດ ອາຟຣິກາ ຢັ້ງຢືນວ່າ: 3 ປະເທດ Sahel ລວມມີ ນີເຊ, ມາລີ ແລະ ບູກີນາ ຟາໂຊ ໄດ້ຖອນຕົວອອກຈາກ ECOWAS ຢ່າງເປັນທາງການ. ຕາມແຈ້ງການຂອງ ECOWAS, ກຸ່ມນີ້ຍັງເປີດປະຕູໃຫ້ບໍ່ວ່າປະເທດໃດໃນ 3 ປະເທດ Sahel ດັ່ງກ່າວ ຖ້າວ່າເຂົາເຈົ້າຕັດສິນຢາກກັບມາເປັນສະມາຊິກຂອງກຸ່ມຄືນ ໃໝ່. ນອກຈາກນັ້ນ, ECOWAS ກໍຮຽກຮ້ອງໃຫ້ບັນດາປະເທດສະມາຊິກອື່ນໆ ສືບຕໍ່ໃຫ້ບຸລິມະສິດພິເສດສຳລັບ 3 ປະເທດດັ່ງກ່າວ, ລວມທັງສິດເສລີໃນການໄປມາໃນພາກພື້ນ ດ້ວຍໜັງສືຜ່ານແດນ ECOWAS.

ນີ້ແມ່ນຄັ້ງທຳອິດໃນປະຫວັດສາດຂອງ ECOWAS ທີ່ມີປະເທດສະມາຊິກຖອນຕົວອອກຈາກກຸ່ມ. ນັບແຕ່ສ້າງຕັ້ງຂຶ້ນໃນປີ 1975 ດ້ວຍຈຸດປະສົງ ຊຸກຍູ້ການເຊື່ອມໂຍງເສດຖະກິດ, ECOWAS ແມ່ນອົງການການເມືອງ ແລະ ເສດຖະກິດພາກພື້ນແຖວໜ້າຢູ່ ອາຟຣິກາຕາເວັນຕົກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version