Home ຂ່າວພາຍໃນ ຮອງປະທານ​ສະພາແຫ່ງຊາດ ເຄື່ອນໄຫວວຽກງານຢູ່ແຂວງຫົວພັນ

ຮອງປະທານ​ສະພາແຫ່ງຊາດ ເຄື່ອນໄຫວວຽກງານຢູ່ແຂວງຫົວພັນ

0

ໃນລະຫວ່າງວັນທີ​ 24-30​ ມັງກອນ 2025 ຜ່ານມາ,​ ທ່ານ​ ຈະເລີນ​ ເຍຍປາວເຮີ ກຳມະການສູນກາງພັກ​, ຮອງປະທານສະພາແຫ່ງຊາດ​ ພ້ອມດ້ວຍຄະນະ​ ໄດ້ລົງເຄື່ອນໄຫວວຽກງານຢູ່ແຂວງຫົວພັນ.​

ໃນການເຄື່ອນໄຫວຄັ້ງນີ້,​ ທ່ານໄດ້ເຮັດວຽກຮ່ວມກັບສະ ພາປະຊາຊົນແຂວງ,​ ອົງການໄອຍະການປະຊາຊົນແຂວງ,​ ສານປະຊາຊົນແຂວງ,​ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ແລະ​ ເຂົ້າຮ່ວມພິທີເປີດຂົ້ວອູ່ບ້ານໂພນໄຊ, ບ້ານນາກາ,​ ຮ່ວມງານບຸນປະເພນີບ້ານໂພນໄຊ,​ ບ້ານສົບຮາວ​ ​ພ້ອມທັງເຮັດວຽກຮ່ວມ ກັບທ່ານເຈົ້າເມືອງ,​ ກອງບັນຊາການ​ປ້ອງກັນຄວາມສະຫງົບ ເມືືອງສົບເບົາ.

ນອກນັ້ນທ່ານຍັງໄດ້ໄປຢ້ຽມຢາມບ້ານເກີດຂອງທ່ານທີ່ບ້ານກົກໄຊ, ງານບຸນປະເພນີຂອງບ້ານສົບມອນ,​ ບ້ານນາໜອງ, ບ້ານນາຕອງ, ບ້ານຫາດກູ້, ບ້ານພຽງລູ້, ບ້ານພຽງຢາງ, ຢ້ຽມຢາມ- ພົບປະໂອ້ລົມບັນການນຳເມືອງ,​ ພະນັກງານ-ລັດຖະກອນ​ ພາຍໃນເມືອງຊຽງຄໍ້​ ແລະ​ ເມືອງແອດ​ ພ້ອມທັງມອບເງິນສົດເພື່ອສະໜັບສະໜູນແກ່ການກະກຽມ ແລະ​ ດຳເນີນກອງກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ​ດັ່ງກ່າວ ເມືອງລະ 10​ ລ້ານກີບ ຕື່ມອີກ.

ໃນໂອກາດລົງເຄື່ອນໄຫວວຽກງານຄັ້ງນີ້,​ ທ່ານຮອງປະທານສະພາແຫ່ງຊາດ ຍັງໄດ້ນຳເອົາອຸປະກອນການຮຽນ-ການສອນ,​ ອຸປະກອນກິລາ​ ແລະ​ ກະຕ່າຂອງຂວັນ​ ລວມທັງເງິນສົດ ມອບໃຫ້ແກ່ອຳນາດການປົກຄອງບ້ານ,​ ເມືອງ​ ເຂົ້າໃນການບໍລິຫານ,​ ຮັບໃຊ້ວຽກງານລວມ​ ມູນຄ່າ​ 30 ລ້ານ ກວ່າກີບ.

ຂ່າວ: ບຸນແພງ​ ຜຸຍພັກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version