Home ບຸນປະເພນີ ໄຂເທສະການດອກງິ້ວບານ ຢູ່ດອນຊາວ ເຂດເສດຖະກິດພິເສດສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ

ໄຂເທສະການດອກງິ້ວບານ ຢູ່ດອນຊາວ ເຂດເສດຖະກິດພິເສດສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ

0

ເທສະການດອກງິ້ວບານ ຄັ້ງທີ 22 ປະຈໍາປີ 2025 ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 1 ກຸມພາ 2025 ຢູ່ດອນຊາວ ເຂດເສດຖະກິດພິເສດສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍມີ ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ ພ້ອມດ້ວຍອະດີດການນໍາ, ເຈົ້າ ແຂວງ-ຮອງເຈົ້າແຂວງໃກ້ຄຽງ, ແຂກຖືກເຊີນຈາກສູນກາງ, ທ້ອງຖິ່ນ ແລະ ຕ່າງປະເທດ ເຂົ້າຮ່ວມ.

ທ່ານ ເກົາຫລົງ ຮອງປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫລ່ຽມຄໍາ ກ່າວວ່າ: ບຸນດອກງິ້ວບານ ເປັນວັນບຸນໃຫຍ່ທີ່ມີເອກະລັກສະເພາະຂອງເຂດເສດຖະກິດພິເສດສາມຫລ່ຽມຄຳ ເຊິ່ງບໍ່ພຽງແຕ່ແມ່ນຊ່ອງທາງເພື່ອສະແດງໃຫ້ເຫັນຮີດຄອງປະເພນີ ທີ່ເປັນເອກະລັກສະ ເພາະຂອງ ສປປ ລາວ ແລະ ອິນດູຈີນ, ແຕ່ຍັງແມ່ນໂອກາດສຳຄັນເພື່ອຊຸກຍູ້ການແລກປ່ຽນວັດທະນະທຳ ມິດຕະພາບຢ່າງເລິກເຊິ່ງ, ຊຸກຍູ້ການພັດທະນາການ ທ່ອງທ່ຽວ ແລະ ການຄ້າ.

ປີນີ້ເປັນປີຄົບຮອບ 18 ປີ ແຫ່ງການສ້າງຕັ້ງເຂດເສດຖະກິດພິເສດສາມຫລ່ຽມຄຳ ເຊິ່ງພື້ນຖານໂຄງລ່າງຂອງເຂດເສດຖະກິດພິເສດສາມຫລ່ຽມຄຳ ໄດ້ຮັບການປັບປຸງ ສະໜາມບິນ, ໂຮງແຮມ 5 ດາວ ແລະ ຫ້ອງການດ່ານສາກົນ ໄດ້ເປີດນໍາໃຊ້ເປັນທາງການ. ຜົນສຳເລັດທັງໝົດລ້ວນແຕ່ໄດ້ຮັບການສະໜັບສະໜູນຈາກລັດຖະບານລາວ ແລະ ການນຳທຸກຂັ້ນ ໂດຍສະເພາະແມ່ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມື ລະຫວ່າງ ລາວ-ຈີນ ທີ່ນັບມື້ແໜ້ນແຟ້ນ, ພວກເຮົາເຊື່ອໝັ້ນວ່າພາຍໃຕ້ຂໍ້ລິເລີ່ມ “ຄູ່ຮ່ວມຊາຕາກຳຂອງມວນມະນຸດ” ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ການຊີ້ນຳ-ນຳພາອັນສະຫລາດສ່ອງໃສຂອງລັດຖະບານລາວ.

ໂອກາດນີ້, ທ່ານ ທອງຈັນ ມະນີໄຊ ກ່າວວ່າ: ເທສະການດອກງິ້ວບານ ຄັ້ງທີ 22 ປະຈໍາປີ 2025 ເພື່ອສົ່ງເສີມ ແລະ ປົກປັກຮັກສາຮີດຄອງປະເພນີອັນດີງາມຂອງທ້ອງຖິ່ນ ກໍຄືຂອງຊາດ ແນໃສ່ສົ່ງເສີມການທ່ອງທ່ຽວທໍາມະຊາດຂອງດອນຊາວ ຕິດພັນກັບການບໍລິການ ແລະ ການທ່ອງທ່ຽວຄົບວົງຈອນຢູ່ເຂດເສດຖະກິດສາມຫລ່ຽມຄໍາ ແລະ ເພື່ອເຊີນຊວນມວນຊົນຈາກທຸກແຫ່ງຫົນ ເຂົ້າມາທ່ຽວຊົມ.

ນອກນີ້, ຍັງເປັນການຊຸກຍູ້ສົ່ງເສີມການລົງທຶນ ຕະຫລາດນັດ ແລກປ່ຽນສິນຄ້າ ແລະ ເສີມຂະຫຍາຍຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ.

ພາຍໃນງານປະກອບມີກິດຈະກໍາທີ່ໜ້າສົນໃຈ ເປັນຕົ້ນ ການຄັດເລືອກນາງສາວດອກງິ້ວບານ ປະຈໍາປີ 2025, ການສະແດງສິລະປະ-ວັນນະຄະດີ, ຕະຫລາດນັດວັດທະນະທໍາ (ຕະຫລາດນໍ້າ), ການແຂ່ງຂັນກິລາກ໊ອຟຊີງຖ້ວຍລາງວັນດອກງິ້ວຄໍາ ຄັ້ງທີ 2, ວາງສະແດງ ແລະ ຈໍາໜ່າຍສິນຄ້າ, ສະແດງຈູດບັ້ງໄຟດອກ, ປ່ອຍໂຄມ ໄຟ ແລະ ກິດຈະກໍາທີ່ໜ້າສົນໃຈອື່ນໆອີກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version