Home ຂ່າວໜ້າໜຶ່ງ ປະທານປະເທດລາວ ພົບປະສອງຝ່າຍກັບ ປະທານາທິບໍດີ ສ. ເກົາຫຼີ

ປະທານປະເທດລາວ ພົບປະສອງຝ່າຍກັບ ປະທານາທິບໍດີ ສ. ເກົາຫຼີ

0


ໃນຕອນບ່າຍຂອງວັນທີ 10 ຕຸລາ 2024, ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ພະນະທ່ານ ຢຸນ ຊອກ ຢອນ (Yoon Suk Yeol), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ສ.ເກົາຫຼີ ຄັ້ງທີ 25 ເພື່ອສະເຫຼີມສະຫຼອງ ຄົບຮອບ 35 ປີ ຂອງການພົວພັນ ອາຊຽນ-ສ.ເກົາຫຼີ ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ທີ່ ສປປ ລາວ ເປັນເຈົ້າພາບ ຢູ່ ນະຄອນຫຼວງວຽງຈັນ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ໄດ້ຮັບການພັດທະນາສູງຂຶ້ນກວ່າເກົ່າ.


ສອງຝ່າຍ ໄດ້ເຫັນດີເປັນເອກະພາບຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ເຕັມໄປດ້ວຍໝາກຜົນສູງ ຕະຫຼອດໄລຍະເກືອບ 3 ທົດສະວັດ ຜ່ານມາ, ການນຳຂັ້ນສູງສອງປະເທດ ໄດ້ສືບຕໍ່ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ, ບັນດາໂຄງການຊ່ວຍເຫຼືອ-ໂຄງການຮ່ວມມື ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ເຊິ່ງໃນປີ 2025 ທີ່ຈະມາເຖິງນີ້, ສອງຝ່າຍ ເຫັນດີຈະຮ່ວມກັນສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ສປປ ລາວ-ສ.ເກົາຫຼີ ໃຫ້ມີບັນຍາກາດຄືກຄື້ນ ແລະ ມີຄວາມໝາຍສຳຄັນ, ສອງຝ່າຍ ໄດ້ຢືນຢັນຄືນຄວາມຫມາຍຫມັ້ນທີ່ຈະຍົກລະດັບການພົວພັນຮ່ວມມືຂຶ້ນສູ່ລະດັບໃຫມ່ໃນອະນາຄົດອັນໃກ້, ເຊິ່ງຈະເປັນການເປີດສັງກາດໃຫມ່ແຫ່ງການພົວພັນຮ່ວມມືລະຫວ່າງສອງປະເທດ ສປປ ລາວ-ສ.ເກົາຫຼີ ໃຫ້ສູງເດັ່ນຂຶ້ນກວ່າເກົ່າ. ພ້ອມນີ້, ສອງຝ່າຍ ກໍ່ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືດ້ານເສດຖະກິດ-ການຄ້າ ທີ່ໄດ້ຮັບການພັດທະນາຂຶ້ນເປັນກ້າວໆ, ເຫັນດີຊຸກຍູ້ການແລກປ່ຽນຂໍ້ມູນ ລະຫວ່າງ ນັກທຸລະກິດສອງປະເທດ ເພື່ອດຶງດູດນັກລົງທຶນ ສ.ເກົາຫຼີ ໃຫ້ມາລົງທຶນຢູ່ ສປປ ລາວ ຫຼາຍຂຶ້ນ, ຊຸກຍູ້ການຂົນສົ່ງສິນຄ້າຂອງລາວໄປຍັງຕະຫຼາດຂອງ ສ.ເກົາຫຼີ ໃຫ້ຫຼາຍຂຶ້ນ ໂດຍສະເພາະ ໃນຂົງເຂດອຸດສາຫະກຳການຜະລິດ (manufacturing), ອຸດສາຫະກໍາຍານຍົນ (automobile), ເຄື່ອງໃຊ້ໄຟຟ້າ, ການຜະລິດ Semi-Conductor, ອຸດສາຫະກໍາໜັກ, ອຸດສາຫະກໍາປຸງແຕ່ງຜົນຜະລິດກະສິກໍາ ແລະ ອື່ນໆ. ພ້ອມນັ້ນ, ຝ່າຍລາວ ໄດ້ຕີລາຄາສູງຕໍ່ຂໍ້ລິເລີ່ມການຮ່ວມມືດ້ານສິ່ງແວດລ້ອມ ພາຍໃຕ້ເປົ້າຫມາຍການຫຼຸດຜ່ອນທາດອາຍເຮືອນແກ້ວ ເພື່ອຍົກລະດັບຂີດຄວາມສາມາດໃນການປັບຕົວ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສະແດງຄວາມຂອບໃຈຕໍ່ໂຄງການສ້າງສວນອຸທະຍານດິຈິຕ໋ອລ ຂອງ ສປປ ລາວ (Lao Digital Park) ໃຫ້ເປັນເຂດນິຄົມອຸດສາຫະກໍາດິຈິຕ໋ອລ ແນໃສ່ດຶງດູດບັນດາບໍລິສັດເຕັກໂນໂລຊີຈາກຕ່າງປະເທດ ເຂົ້າມາລົງທຶນໃນ ສປປ ລາວ ຫຼາຍຂຶ້ນ ໂດຍສະເພາະ ການສ້າງຄວາມພ້ອມໃຫ້ສັງຄົມລາວ ກ້າວເຂົ້າສູ່ຍຸກດິຈິຕ໋ອລ, ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອໃນການພັດທະນາຊັບພະຍາກອນມະນຸດ, ການສະໜອງທຶນການສຶກສາ, ການສະໜັບສະໜູນດ້ານວັດທະນະທຳ, ການທ່ອງທ່ຽວ ແລະ ອື່ນໆ. ພ້ອມນັ້ນ, ສອງຝ່າຍ ເຫັນດີສືບຕໍ່ການຮ່ວມມືໃນລະດັບພາກພື້ນ ແລະ ສາກົນ ເປັນຕົ້ນ ການຮ່ວມມືໃນຂອບ ອາຊຽນ-ສ.ເກົາຫຼີ, ແມ່ນ້ຳຂອງ-ສ.ເກົາຫຼີ, ອົງການ ສປຊ ແລະ ອື່ນໆ, ສອງຝ່າຍ ຍັງໄດ້ແລກປ່ຽນຄຳຄິດເຫັນຕໍ່ສະພາບການພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ.


ໃນໂອກາດດຽວກັນນີ້, ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການສະໜັບສະໜູນຊ່ວຍເຫຼືອອັນລ້ຳຄ່າຈາກ ລັດຖະບານ ແລະ ປະຊາຊົນ ສ.ເກົາຫຼີ ໃນໄລຍະຜ່ານມາ, ເຊິ່ງໄດ້ສຸມໃສ່ຂະແໜງການບູລິມະສິດຂອງ ສປປ ລາວ ເປັນຕົ້ນແມ່ນ ການພັດທະນາ​ຂະແໜງສາທາລະນະ​ສຸກ, ການເກັບກູ້ລະເບີດບໍ່ທັນແຕກ (UXO) ແລະ ການ​ພັດທະນາ​ຊົນນະບົດ, ການພັດທະນາ​ຊັບພະຍາກອນ​ມະ​ນຸດ, ການຊ່ວຍເຫຼືອດ້ານແຮງງານ ແລະ ອື່ນໆ. ພິເສດ ແມ່ນການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ 2024, ໂຄງການສ້າງແຜນແມ່ບົດການພັດທະນາເຂດອ້ອມຮອບສະໜາມບິນສາກົນຫຼວງພະບາງ ແລະ ປະກອບສ່ວນຊ່ວຍເຫຼືອທາງດ້ານມະນຸດສະທໍາໃຫ້ແກ່ ສປປ ລາວ ໂດຍສະເພາະປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ.
ໃນຂະນະດຽວກັນ, ພະນະທ່ານ ປະທານາທິບໍດີ ຢຸນ ຊອກ ຢອນ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ສປປ ລາວ ທີ່ໃຫ້ການຮ່ວມມື ແລະ ການສະໜັບສະໜູນ ສ. ເກົາຫຼີ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນໄລຍະຜ່ານມາ, ຈະຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອເສີມຂະຫຍາຍການຮ່ວມມືສອງປະເທດ ໃຫ້ຈະເລີນງອກງາມຍິ່ງຂຶ້ນ ໂດຍສະເພາະ ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ຜູ້ນຳສອງປະເທດ ໄດ້ເຫັນດີເປັນເອກະພາບແລ້ວນັ້ນ ໃຫ້ມີປະສິດທິພາບ ແລະ ປະກົດຜົນເປັນຈິງ, ຈະສືບຕໍ່ໃຫ້ການຮ່ວມມືສະໜັບສະຫນູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ໂດຍສະເພາະ ວຽກງານການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້ ໃຫ້ປະສົບຜົນສໍາເລັດອັນງົດງາມ, ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ ສ.ເກົາຫຼີ-ລາວ. ພ້ອມນີ້, ພະນະທ່ານ ປະທານາທິບໍດີ ຢຸນ ຊອກ ຢອນ ຍັງໄດ້ເຊື້ອເຊີນ ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄປຢ້ຽມຢາມທາງລັດຖະກິດ ທີ່ ສ.ເກົາຫຼີ ເພື່ອສະເຫຼີມສະຫຼອງສາຍພົວພັນຮ່ວມມື ສປປ ລາວ ແລະ ສ.ເກົາຫຼີ ຄົບຮອບ 30 ປີ ໃນປີ 2025 ນີ້, ເຊິ່ງ ພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ກໍ່ໄດ້ສະແດງຄວາມຍິນດີ ແລະ ຕອບຮັບການເຊື້ອເຊີນດັ່ງກ່າວ.
ພາຍຫຼັງສຳເລັດການພົບປະ, ຜູ້ນຳທັງສອງປະເທດ ກໍ່ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມສັນຍາ ຈຳນວນ 03 ສະບັບ ຄື: 1.) ສັນຍາ ວ່າດ້ວຍ ການຮ່ວມມື ກ່ຽວກັບການປ່ຽນແປງດິນຟ້າອາກາດ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ; 2.) ສັນຍາຂອບການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສ.ເກົາຫຼີ ກ່ຽວກັບ ບັນດາໂຄງການຮ່ວມມືກັບ ກອງທຶນຮ່ວມມືເພື່ອການພັດທະນາເສດຖະກິດ (EDCF) ຂອງ ສ.ເກົາຫຼີ ໃນໄລຍະ 2024-2027; ແລະ 3.) ບົດບັນທຶກຄວາມເຂົ້າໃຈ ກ່ຽວກັບ ການຮ່ວມມືດ້ານວຽກງານ ການຫຼຸດຜ່ອນທາດອາຍເຮືອນແກ້ວ ຈາກການທໍາລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ຊຸດໂຊມ, ເຊິ່ງເປັນການຈັດຕັ້ງປະຕິບັດ ມາດຕາ 6 ຂອງສົນທິສັນຍາປາຣີ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ກະຊວງປ່າໄມ້ ແຫ່ງ ສ.ເກົາຫຼີ.


NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version