Home ຂ່າວໜ້າໜຶ່ງ ພະນະ​ທ່ານ ສອນໄຊ ສີພັນດອນ, ນາຍົກ​ລັດຖະມົນຕີ ​ແຫ່ງ ສປປ ລາວ​ເປັນ​ປະທານ​ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 27

ພະນະ​ທ່ານ ສອນໄຊ ສີພັນດອນ, ນາຍົກ​ລັດຖະມົນຕີ ​ແຫ່ງ ສປປ ລາວ​ເປັນ​ປະທານ​ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 27

0

ໃນ​ວັນ​ທີ 10 ກັນຍາ 2024, ທ່ານ ນາຍົກລັດ​ຖະມົນຕີ ສອນໄຊ ສີພັນດອນ ​ໄດ້ເປັນ​ປະທານ​ກອງ​ປະຊຸມ​ສຸດ​ຍອດ​ອາຊຽນ-ຈີນ ຄັ້ງທີ 27 ໂດຍມີບັນດາຜູ້ນໍາອາຊຽນ ແລະ ທ່ານ ຫຼີ ສຽງ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນເຂົ້າຮ່ວມ ແລະ ນາຍົກລັດຖະມົນຕີຂອງ ຕີມໍ ແລັດສະເຕ ເຂົ້າຮ່ວມ ໃນນາມຜູ້ສັງເກດການ. ກອງ​ປະຊຸມ​ ໄດ້ທົບທວນຄືນ ແລະ ກໍານົດທິດທາງໃນການຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນ ເພື່ອເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອຜົນປະໂຫຍດລວມຂອງ ປະຊາຊົນໃນອາຊຽນ ແລະ ສປ ຈີນ ແລະ ໃນໂລກ. ບັນດາຜູ້ນໍາອາຊຽນ ແລະ ສປ ຈີນ ໄດ້ຕີລາຄາສູງຕໍ່ໝາກຜົນ​ຂອງການຮ່ວມມືອາຊຽນ-ຈີນ ໃນຕະຫຼອດໄລຍະ 33 ປີທີ່ຜ່ານມາ ທີ່ກວມເອົາການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ດ້ານເສດຖະກິດ ແລະ ວັດທະນະທໍາ-ສັງຄົມ, ຊຶ່ງໄດ້ປະກອບສ່ວນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ ກໍຄືການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ,​ ສະຖຽນລະພາບ ແລະ ການຮ່ວມມື. ກອງປະຊຸມໄດ້ເນັ້ນຢໍ້າເຖິງຄວາມສໍາຄັນໃນການຮ່ວມມດ້ານເສດຖະກິດ, ນັບແຕ່ປີ 2008 ເປັນຕົ້ນມາ, ສປ ຈີນ ໄດ້ເປັນຄູ່ຄ້າທີ່ໃຫຍ່ທີ່ສຸດຂອງອາຊຽນ 15 ປີຊ້ອນ ແລະ ອາຊຽນເອງກໍໄດ້ເປັນຄູ່ຄ້າທີ່ໃຫຍ່ທີ່ສຸດຂອງ ສປ ຈີນ 3 ປີຊ້ອນ ນັບແຕ່ປີ 2020 ເປັນຕົ້ນມາ. ໃນໂອກາດກອງປະຊຸມຄັ້ງນີ້, ຜູ້ນໍາອາຊຽນ-ຈີນ ໄດ້ຮ່ວມກັນປະກາດການຍົກລະດັບ ສັນຍາເຂດການຄ້າເສລີອາຊຽນ-ຈີນ 3.0 ທີ່ເປັນເອກະສານພື້ນຖານທີ່ສໍາຄັນໃນການສົ່ງເສີມ ແລະ ເພີ່ມທະວີການຮ່ວມມືດ້ານເສດຖະກິດອາຊຽນ-ຈີນ.

ໃນກອງປະຊຸມຄັ້ງນີ້, ຜູ້ນຳ​ອາຊຽນ-ຈີນ ​ໄດ້ຮັບຮອງເອົາ 5 ເອກະສານຜົນຂອງກອງປະຊຸມສຳຄັນດັ່ງນີ້: 1). ຖະແຫຼງການຮ່ວມອາຊຽນ-ຈີນ ວ່າດ້ວຍ ການຕ້ານການສໍ້ໂກງດ້ານເຄືອຂ່າຍໂທລະຄົມ ແລະ ການພະນັນອອນລາຍ; 2). ຖະແຫຼງການຮ່ວມອາຊຽນ-ຈີນ ວ່າດ້ວຍ ການຮັດແໜ້ນການຮ່ວມມືດ້ານໄປມາຫາສູ່ລະຫວ່າງປະຊາຊົນກັບປະຊາຊົນ; 3). ຖະແຫຼງການຮ່ວມອາຊຽນ-ຈີນ ວ່າດ້ວຍ ການສົ່ງເສີມການພັດທະນາກະສິກໍາທັນສະໄໝ; 4). ຖະແຫຼງການຮ່ວມອາຊຽນ-ຈີນ ວ່າດ້ວຍ ການຮ່ວມມືເພື່ອອໍານວຍຄວາມສະດວກ ໃນການສ້າງລະບົບນິເວດດິຈີຕອນ ທີ່ກວມລວມ ແລະ ຍືນຍົງ; ແລະ 5). ຖະແຫຼງການຮ່ວມ ວ່າດ້ວຍ ການສະຫຼຸບເນື້ອໃນສໍາຄັນຂອງການເຈລະຈາ ຍົກລະດັບສັນຍາການຄ້າເສລີ ອາຊຽນ-ຈີນ ສະບັບທີ 3.0.

ສປ ຈີນ ເປັນຄູ່ເຈລະຈາທີ່ສໍາຄັນໜຶ່ງ ແລະ ຫ້າວຫັນຂອງ ອາຊຽນ. ການພົວພັນອາຊຽນ-ຈີນ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 1991, ໄດ້ຖືກຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດ ໃນປີ 2018 ແລະ ເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໃນປີ 2021.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version