Home ຂ່າວການເມືອງ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຄລາວ ສະວັອບ (Klaus...

ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຄລາວ ສະວັອບ (Klaus SCHWAB), ຜູ້ກໍ່ຕັ້ງ ແລະ ປະທານບໍລິຫານ ອົງການເວທີເສດຖະກິດໂລກ (WEF)ວັນທີ 11 ຕຸລາ 2024 ທີ່ ຫໍປະຊຸມແຫ່ງຊາດ,

0
ໃນຕອນເຊົ້າວັນທີ 11 ຕຸລາ 2024 ທີ່ ສູນປະຊຸມແຫ່ງຊາດ (NCC), ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂຳ່ນັບ ຂອງ ທ່ານ ຄລາວ ສະວັອບ (Klaus SCHWAB), ຜູ້ກໍ່ຕັ້ງ ແລະ ປະທານບໍລິຫານ ອົງການເວທີເສດຖະກິດໂລກ (WEF) ພ້ອມດ້ວຍຄະນະ ໃນໂອກາດ ມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45, ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ປະຈຳປີ 2024 ແລະ ກອງປະຊຸມທີ່ປິ່ນອ້ອມອື່ນໆ ໃນໄລຍະວັນທີ 09-11 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ. 

ຈຸດປະສົງຂອງການພົບປະຢ້ຽມຂຳ່ນັບຄັ້ງນີ້ ເພື່ອເພີ່ມທະວີການຮ່ວມມືເພື່ອສົ່ງເສີມການພັດທະນາເສດຖະກິດແບບຍືນຍົງ ແລະ ເພື່ອຮັດແໜ້ນການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ WEF
ໃນໂອກາດນີ້, ພະນະທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ຄລາວ ສະວັອບ ແລະ ຄະນະຜູ້ແທນອົງການ WEF ແລະ ຕີ ຕີລາຄາສູງ ຕໍ່ ບົດບາດຂອງ ອົງການ WEF ໃນການສົ່ງເສີມການຮ່ວມມື ລະຫວ່າງ ພາກລັດ ແລະ ພາກເອກະຊົນ ແລະ ໄດ້ປະກອບສ່ວນໃນການແນະນໍາ ແລະ ປຶກສາຫາລື ກ່ຽວກັບ ວຽກງານໃນຂົງເຂດເສດຖະກິດ ຂອງ ພາກພື້ນ ກໍ່ຄືທົ່ວໂລກ ລວມທັງ ສປປ ລາວ. ພ້ອມນັ້ນ, ທ່ານນາຍົກ ສອນໄຊ ສີພັນດອນ ຍັງໄດ້ ຕີລາຄາເຖິງສະພາບເສດຖະກິດ ໂລກ ກໍຄື ອາຊີ ທີ່ຍັງຢູ່ໃນສະພາວະບອບບາງເນື່ອງຈາກຜົນກະທົບຈາກບັນຫາຕ່າງໆທີ່ີເກີດຂຶ້ນໃນໂລກ, ເຊິ່ງໄດ້ກາຍເປັນອຸປະສັກອັນໃຫຍ່ຫຼວງໃຫ້ແກ່ຫຼາຍປະເທດ ໃນຄວາມພະຍາຍາມຟື້ນຕົວຄືນ ໂດຍສະເພາະແມ່ນບັນດາປະເທດກໍາລັງພັດທະນາ ແລະ ປະເທດດ້ອຍພັດທະນາ.


ອົງການ​ເວທີ​ເສດຖະກິດ​​ໂລກ (WEF) ໄດ້ສ້າງຕັ້ງຂຶ້ິນໃນປີ 1971, ​ເປັນອົງການ​ສາກົນ​ອິດສະຫຼະທີ່​ບໍ່​ຫວັງຜົນ​ກຳ​ໄລຂອງ​ສະ​ວິດ ທີ່​ມີ​ຈຸດປະສົງ​ເພື່ອປັບປຸງ​ສະພາບ​ຂອງ​ໂລກ ​ໂດຍ​ການ​ມີ​ສ່ວນ​ຮ່ວມຂອງ​ຜູ້ນຳ​ທາງ​ດ້ານທຸລະກິດ, ການ​ເມືອງ, ສະຖາບັນ ແລະ ຜູ້ນຳທາງດ້ານສັງຄົມຕ່າງໆ ເພື່ອທີ່ຈະກຳນົດຮູບຮ່າງຂອງໂລກ, ພາກພື້ນ ແລະ ອຸດສາຫະກຳ.

ຂ່າວ: ກົມເສດຖະກິດ,​ ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version