Home ຂ່າວການເມືອງ ນາຍົກລັດຖະມົນຕີ ຕ້ອນຮັບ ປະທານທະນາຄານການລົງທຶນໂຄງລ່າງພຶ້ນຖານອາຊີ

ນາຍົກລັດຖະມົນຕີ ຕ້ອນຮັບ ປະທານທະນາຄານການລົງທຶນໂຄງລ່າງພຶ້ນຖານອາຊີ

0

……

ທ່ານ ສອນໄຊ ສີພັນດອນ, ນາຍົກຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈິ່ນ ຫຼີຊຸ່ນ ( Mr.Jin Liqun), ປະທານທະນາຄານການລົງທຶນໂຄງລ່າງພື້ນຖານ ອາຊີ (AIIB) ພ້ອມດ້ວຍຄະນະ ເມື່ອວັນທີ 9 ຕຸລານີ້ ທີ່ ຫໍປະຊຸມແຫ່ງຊາດ, ໃນໂອກາດມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມທີ່ປິ່ນອ້ອມອື່ນໆ ໃນໄລຍະວັນທີ 9-11 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ.

ການເຂົ້າຢ້ຽມຂ່ຳນັບຄັ້ງນີ້ ສອງຝ່າຍ ໄດ້ປຶກສາຫາລື ກ່ຽວກັບ ໂອກາດໃນການຮ່ວມມື ລະຫວ່າງ AIIB ແລະ ສປປ ລາວ ກໍຄື ອາຊຽນ ໂດຍສະເພາະການເຊື່ອມໂຍງ-ເຊື່ອມຈອດໂຄງລ່າງພື້ນຖານ ແລະ ຂົງເຂດວຽກບູລິມະສິດອື່ນໆ ທີ່ເປັນທ່າແຮງໃນການສືບຕໍ່ຮ່ວມມືກັນໃນຕໍ່ໜ້າ.

ໃນ​ໂອ​ກາດນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ ​ທ່ານ ຈິ່ນ ຫຼີຊຸ່ນ ຕໍ່ການເດີນທາງເຂົ້າຮ່ວມກອງປະຊຸມໃນຄັ້ງນີ້. ພ້ອມ​ທັງສະ​ແດງ​ຄວາມ​ຊົມ​ເຊີ​ຍ ແລະ ຂອບ​ໃຈ ຕໍ່ ທະນາຄານການລົງທຶນເພື່ອການພັດທະນາໂຄງລ່າງພື້ນຖານອາຊີ (AIIB) ທີ່​ໄດ້​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ ​ເຂົ້າ​ໃນການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ຂອງ ສ​ປ​ປ ລາວ ຕະຫຼອດມາ ໂດຍ​ສະ​ເພາະ ການສະໜັບສະໜູນ ແລະ ຊ່ວຍເຫຼືອທາງດ້ານການເງິນ ໃນການປັບປຸງດ້ານໂຄງລ່າງພື້ນຖານຕ່າງໆ.

ທະນາ​ຄານ​ລົງທຶນ​ໂຄ່ງ​ລ່າງ​ພື້ນຖານ​ອາຊີ (Asian Infrastructure Investment Bank) ຫຼື ​ເອ​ໄອ​ໄອ​ບີ (AIIB) ​ແມ່ນ​ສະ​ຖາ​ບັນ​ການ​ເງິນ​ລະດັບ​ສາກົນ ໂດຍແມ່ນຂໍ້ລິເລີ່ມຂອງ​ ທ່ານ ສີ ຈິນຜິ​ງ, ປະທານ​ປະ​ເທດ ​ແຫ່ງ ສປ ຈີນ ຕາມ​ວິ​ໃສ​ທັດ​ການ​ສ້າງ​​ເສດຖະກິດ​ເສັ້ນທາງ​ສາຍ​​ໄໝ ​ແລະ ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະຕະວັດ​ທີ 21 (Silk Road). ປັດຈຸບັນສະມາຊິກຂອງ AIIB ມີທັງໝົດ 80 ປະເທດ ແລະ ສປປ ລາວ ກໍແມ່ນໜຶ່ງໃນປະເທດສະມາຊິກດັ່ງກ່າວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version