Home ຂ່າວໜ້າໜຶ່ງ ລາວ-ຫວຽດນາມ ສືບຕໍ່ຊຸກຍູ້ການຮ່ວມມືວຽກປະຊາຄົມວັດທະນະທໍາ-ສັງຄົມອາຊຽນ

ລາວ-ຫວຽດນາມ ສືບຕໍ່ຊຸກຍູ້ການຮ່ວມມືວຽກປະຊາຄົມວັດທະນະທໍາ-ສັງຄົມອາຊຽນ

0

ຂປລ. ໃນຂະນະທີ່ ສປປ ລາວ ພວມດໍາເນີນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມກ່ຽວຂ້ອງອື່ນໆ ທີ່ນະຄອນຫລວງວຽງຈັນ ລະຫວ່າງວັນທີ 9-11 ຕຸລາ 2024, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ປະທານກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ 2024 ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະ ທ່ານ ດ່າວ ຫງ໋ອກ ຢຸງ ລັດຖະມົນຕີກະຊວງແຮງງານ-ເສຍອົງຄະ ແລະ ສັງຄົມ, ທັງເປັນລັດຖະມົນຕີ ສະພາປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ແຫ່ງ ສສ ຫວຽດນາມ ໃນຕອນບ່າຍວັນທີ 9 ຕຸລາ 2024 ເພື່ອຊຸກຍູ້ສົ່ງເສີມວຽກງານຂອງເສົາ ຄໍ້າວັດທະນະທໍາ-ສັງຄົມອາຊຽນ ໃຫ້ບັນລຸຕາມແຜນການທີ່ວາງໄວ້.

ສອງຝ່າຍໄດ້ພ້ອມກັນຕີລາຄາສູງ ຕໍ່ຜົນສໍາເລັດຂອງການຢ້ຽມຢາມພົບປະສອງຝ່າຍ ຂອງການນໍາຂັ້ນສູງ ລະຫວ່າງສອງປະເທດ ໃນໄລຍະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45 ແລະ ກອງປະຊຸມກ່ຽວຂ້ອງອື່ນໆ ປະກອບສ່ວນຢ່າງແຂງແຮງ ເຂົ້າໃນການເພີ່ມພູມຄູນສ້າງສາຍພົວພັນ ມິດຕະພາບລະຫວ່າງສອງປະເທດ ທີ່ເປັນມູນເຊື້ອອັນດີງາມ ໃຫ້ນັບມື້ນັບເຂົ້າສູ່ລວງເລິກຢ່າງເປັນຮູບປະທໍາ.

ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ດ່າວ ຫງ໋ອກ ຢຸງ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນການເປັນເຈົ້າພາບ ຈັດກອງປະຊຸມສໍາຄັນຕ່າງໆ ລວມທັງການເຂົ້າຮ່ວມ ກອງປະຊຸມລັດຖະມົນຕີ ສະພາວັດທະນະທໍາ-ສັງຄົມອາຊຽນຄັ້ງທີ 31 ແລະ 32 ເຊິ່ງບັນລຸຜົນສໍາເລັດໄປດ້ວຍດີ, ພິເສດແມ່ນການສະໜັບສະໜູນ ບັນດາເອກະສານສໍາຄັນຕ່າງໆ ຂອງເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນ ທີ່ຈະສະເໜີໃຫ້ຜູ້ນໍາອາຊຽນຮັບຮອງ ແລະ ຮັບຊາບຢ່າງເປັນທາງການ ໃນກອງປະຊຸມສຸດຍອດຜູ້ນໍາອາຊຽນ ທີ່ ສປປ ລາວ ເປັນເຈົ້າພາບໃນຄັ້ງນີ້, ພ້ອມທັງເຊື່ອໝັ້ນວ່າ ບັນດາເອກະສານເຫລົ່ານັ້ນ ຈະເປັນບ່ອນອີງທີ່ສໍາຄັນໃຫ້ແກ່ອາຊຽນ ນໍາໄປຈັດຕັ້ງຜັນຂະຫຍາຍ ເຂົ້າໃນວຽກງານຂອງແຕ່ລະຂະແໜງການຢ່າງແຂງແຮງ.

ພ້ອມນີ້, ທ່ານ ດ່າວ ຫງ໋ອກ ຢຸງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການກະກຽມຮອບດ້ານ ຂອງ ສປປ ລາວ ໃນການເປັນປະທານອາຊຽນ 2024 ກໍຄື ການເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີ ສະພາວັດທະນະທໍາ-ສັງຄົມອາຊຽນສອງຄັ້ງຜ່ານມາ ແລະ ບັນດາກອງປະຊຸມປິ່ນອ້ອມອື່ນໆ ເຊິ່ງເຫັນວ່າໄດ້ຮັບຜົນສໍາເລັດເປັນຢ່າງດີ.

ພ້ອມນີ້, ສອງຝ່າຍຍັງເຫັນດີເປັນເອກະພາບກັນວ່າ ຄຽງຄູ່ກັບດ້ານຕັ້ງໜ້າທີ່ປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ໄດ້ພ້ອມກັນບັນລຸຜ່ານມານັ້ນ, ຍັງມີສິ່ງທ້າທາຍຫລາຍດ້ານ ທີ່ອາຊຽນ ຕ້ອງໄດ້ພ້ອມກັນສືບຕໍ່ເພີ່ມທະວີ ການຮ່ວມມືໃຫ້ຫລາຍຂື້ນ ເປັນຕົ້ນແມ່ນວຽກງານການພັດທະນາສັງຄົມ ກໍຄື ການພັດທະນາຊັບພະຍາກອນມະນຸດ ແລະ ການສຶກສາ, ການຕ້ານການຄ້າມະນຸດ ແລະ ການໃຊ້ແຮງງານເດັກ, ບັນດາແຮງງານເຄື່ອນຍ້າຍ, ຄວາມສະເໝີພາບດ້ານບົດບາດຍິງ-ຊາຍ, ການປົກປັກຮັກສາ ມໍລະດົກວັດທະນະທໍາ ໃຫ້ມີຄວາມຍືນຍົງ ໂດຍສະເພາະໃນຍຸກເຕັກໂນໂລຊີມີການພັດທະນາຢ່າງໄວວາ.

ໃນຕອນທ້າຍ, ສອງຝ່າຍຍັງໄດ້ສະແດງຄວາມໝາຍໝັ້ນໃນການເສີມສ້າງ ແລະ ຮັດແໜ້ນສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງປະເທດທີ່ເປັນມູນເຊື້ອ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ ໂດຍສະເພາະ ໃນຂົງເຂດວຽກງານວັດທະນະທໍາ ແມ່ນການສືບຕໍ່ຊຸກຍູ້ ການສະເໜີປ່າສະຫງວນແຫ່ງຊາດຫີນໜາມໜໍ່ ຂອງ ສປປ ລາວ ເປັນມໍລະດົກໂລກ ຮ່ວມຊາຍແດນທາງທໍາມະຊາດ ກັບອຸທິຍານຟອງຍາແກບາງ ສສ ຫວຽດນາມ ລວມທັງການກະກຽມ ຈັດສັບປະດາສິລະປະວັດທະນະທໍາ-ວັນນະຄະດີ ລາວ-ຫວຽດນາມ ໃນທ້າຍປີນີ້ ໃຫ້ສໍາເລັດຕາມແຜນການທີ່ວາງໄວ້ ແນໃສ່ໂຄສະນາສົ່ງເສີມການທ່ອງທ່ຽວ ເພື່ອກະຕຸ້ນການໄປຫາມາຫາສູ່ ລະຫວ່າງປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບຫລາຍຂື້ນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version