Home ຂ່າວການເມືອງ ສື່ມວນຊົນອາຊຽນ ຍົກລະດັບຄວາມຮູ້ດ້ານຄວາມປອດໄພຂອງເດັກຈາກສື່ອອນລາຍ

ສື່ມວນຊົນອາຊຽນ ຍົກລະດັບຄວາມຮູ້ດ້ານຄວາມປອດໄພຂອງເດັກຈາກສື່ອອນລາຍ

0

ວິທະຍຸກະຈາຍສຽງແຫ່ງຊາດ ສສ ຫວຽດນາມ (VOV) ໄດ້ຈັດຝຶກອົບຮົມຍົກລະດັບຄວາມຮູ້ໃນການເພີ່ມທະວີທັກສະການລາຍງານຂ່າວໃຫ້ສື່ມວນຊົນພາກພື້ນອາຊຽນກ່ຽວກັບຄວາມປອດໄພຂອງເດັກນ້ອຍຈາກສື່ອອນລາຍຂຶ້ນໃນລະຫວ່າງວັນທີ 3-5 ຕຸລາ ນີ້ ຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໂດຍມີສື່ມວນຊົນຈາກ 10 ປະເທດອາຊຽນເຂົ້າຮ່ວມ.

ທ່ານ ໂງ ມິນ ຫຽນ (Ngo Minh Hien) ຮອງຜູ້ອຳນວຍການວິທະຍຸກະຈາຍສຽງແຫ່ງຊາດ ສສ ຫວຽດນາມ ກ່າວວ່າ: ຊຸດຝຶກອົບຮົມຄັ້ງນີ້, ຈັດຂຶ້ນເພື່ອຍົກລະດັບຄວາມຮູ້, ຄວາມສາມາດໃຫ້ສື່ມວນຊົນຂອງບັນດາປະເທດສະມາຊິກອາຊຽນ ກໍຄືບັນດາສື່ມວນຊົນລາວທີ່ເຂົ້າຮ່ວມໃນຄັ້ງນີ້ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄວາມປອດໄພຂອງເດັກນ້ອຍໃນສື່ອອນລາຍ, ທັກສະການຜະລິດຂ່າວ, ການສົ່ງເສີມການຮ່ວມມື ແລະ ການສ້າງເຄືອຂ່າຍໃນການແລກປ່ຽນໃນອະນາຄົດ ແລະ ອື່ນໆ ເນື່ອງຈາກວ່າປັດຈຸບັນ, ສື່ສັງຄົມອອນລາຍມີຄວາມສຳຄັນຫຼາຍຕໍ່ເດັກນ້ອຍ ແລະ ໄວໜຸ່ມ ຊຶ່ງມີທັງດ້ານດີ ແລະ ດ້ານບໍ່ດີ. ສະນັ້ນ, ສື່ມວນຊົນຈະເຮັດແນວໃດເພື່ອປົກປ້ອງເດັກນ້ອຍໃຫ້ມີຄວາມປອດໄພຈາກການໃຊ້ສື່ສັງຄົມອອນລາຍ ທັງນີ້ແນໃສ່ເຮັດໃຫ້ສື່ມວນຊົນໃນອາຊຽນນຳເອົາຄວາມຮູ້, ບົດຮຽນທີ່ຖອດຖອນໄດ້ໃນຄັ້ງນີ້ໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນໃຫ້ປະສົບຜົນສຳເລັດຕາມການມອບໝາຍ ທັງເປັນການຮັດແໜ້ນສາຍພົວພັນຮ່ວມມືວຽກງານສື່ມວນຊົນຂອງບັນດາປະເທດສະມາຊິກອາຊຽນໃນການຜະລິດຂ່າວທີ່ປອດໄພສຳລັບເດັກນ້ອຍໃຫ້ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນຂຶ້ນເລື້ອຍໆ.

ຊຸດຝຶກອົບຮົມໃນຄັ້ງນີ້, ສຳມະນາກອນຍັງໄດ້ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາດ້ວຍບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ.

ຂ່າວ-ພາບ: ກິດຕາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version