Home ແຈ້ງການສໍາຄັນ ພະຍາກອນອາກາດປະຈໍາເຊົ້າວັນທີ 07 ຕຸລາ 2024

ພະຍາກອນອາກາດປະຈໍາເຊົ້າວັນທີ 07 ຕຸລາ 2024

0

ຄວາມກົດດັນສູງຂອງອາກາດເຢັນທີີ່ປະເທດຈີນ ຍັງແຜ່ລົງມາປົກຄຸມ ຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບ ກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ. ຊືີ່ງຈະເຮັດໃຫ້ອາກາດ ເຢັນໃນຕອນເຊົ້າຢູ່ເຂດພາກໜືອ, ແຂວງໄຊສົມບູນ, ເຂດພູພຽງບໍລະເວນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຢູ່ບາງທ້ອງຖິີ່ນ.

ພາກເໜືອດ້ານຕາເວັນອອກ: (ແຂວງຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະຊຽງຂວາງ) ອາກາດເຢັນໃນຕອນເຊົ້າ, ຍັງຈະມີຕົກໃນລະດັບ ຄ່ອຍຢູ່ບາງທ້ອງຖີີ່ນ ແລະ ຈະມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີີ່ການປົກຫຸ້ມຂອງຝົນເທົ່າກັບ 15% ຂອງພາກ ອຸນຫະພູມ ໃນລະຫວ່າງ 15 – 28 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນໃນຕອນເຊົ້າ, ສ່ວນຕອນບ່າຍ ອາກາດຮ້ອນ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິີ່ນ ຫລື ເນື້ອທີີ່ ການປົກຫຸ້ມຂອງຝົນ 20% ຂອງພາກ. ອຸນຫະພູມໃນລະຫວ່າງ 22 – 32 ອົງສາ.

ນະຄອນຫລວງວຽງຈັນ: ອາກາດຮ້ອນ ແລະ ຈະມີລົມພັດແຮງເປັນບາງ ໂອກາດ. ອຸນຫະພູມໃນລະຫວ່າງ 24 – 34 ອົງສາ.

ພາກກາງ: ອາກາດເຢັນໃນຕອນເຊົ້າ, ສ່ວນຕອນບ່າຍອາກາດຮ້ອນ ຢູ່ທົ່ວໄປ ຍັງຈະມີຕົກໃນລະດັບຄ່ອຍຢູ່ບາງທ້ອງຖີີ່ນ ແລະ ຈະມີລົມພັດແຮງ ເປັນບາງໂອກາດ ຫລື ເນື້ອທີີ່ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ. ອຸນຫະພູມໃນລະຫວ່າງ 22 – 33 ອົງສາ.

ແຂວງໄຊສົມບູນ: ອາກາດເຢັນໃນຕອນເຊົ້າ ພ້ອມມີລົມພັດແຮງ ເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 17 – 31 ອົງສາ.

ພາກໃຕ້: ອາກາດເຢັນໃນຕອນເຊົ້າ, ສ່ວນຕອນບ່າຍອາກາດຮ້ອນ ຢູ່ທົ່ວໄປ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຢູ່ບາງທ້ອງຖິີ່ນ ຫລື ເນື້ອທີີ່ການປົກຫຸ້ມຂອງຝົນເທົ່າກັບ 35% ຂອງພາກ. ອຸນຫະພູມໃນລະຫວ່າງ 23 – 35 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ ຫາ ໜາວເຢັນ ພ້ອມຈະມີ ຝົນຕົກໃນລະດັບຄ່ອຍເປັນບາງໂອກາດ ຫລື ເນື້ອທີີ່ການປົກຫຸ້ມ ຂອງຝົນເທົ່າກັບ 30%. ອຸນຫະພູມໃນລະຫວ່າງ 14 – 26 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version