Home ຂ່າວໜ້າໜຶ່ງ ກະຊວງ ຖວທ ປະກາດພະນັກງານ ຮັບນະໂຍບາຍອຸດໜູນບຳນານ ແລະ ປັບປຸງການຈັດຕັ້ງ

ກະຊວງ ຖວທ ປະກາດພະນັກງານ ຮັບນະໂຍບາຍອຸດໜູນບຳນານ ແລະ ປັບປຸງການຈັດຕັ້ງ

0

ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ຈັດພິທີປະກາດພະນັກງານຮັບນະໂຍບາຍອຸດໜູນບຳນານ, ພ້ອມທັງແຕ່ງຕັ້ງ, ສັບຊ້ອນ ແລະ ຍົກຍ້າຍ ພະນັກງານນຳພາ-ຄຸ້ມຄອງ ໃນວັນທີ 4 ຕຸລາ 2024 ໂດຍການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ມີຫົວໜ້າກົມ, ຮອງກົມ ຈາກບັນດາກົມ ອອມຂ້າງກະຊວງ ຖວທ ເຂົ້າຮ່ວມ.

ພະນັກງານທີ່ໄດ້ຮັບນະໂຍບາຍອຸດໜຸນຊຳນານ ໃນຄັ້ງນີ້, ມີທັງໝົດ 8 ທ່ານ, ຍິງ 3 ທ່ານ ປະກອບມີ: ກົມ ຈັດຕັ້ງພະນັກງານ, ກົມແຜນການ ແລະ ການຮ່ວມມືສາກົນ, ກົມກວດກາ, ກົມໂຄສະນາການທ່ອງທ່ຽວ, ສຳນັກຂ່າວສານປະເທດລາວ, ຫໍວັດທະນະທຳ ແຫ່ງຊາດ ພາກສ່ວນລະ 1 ທ່ານ ແລະ ຫ້ອງການ ກະຊວງ 2 ທ່ານ. ພ້ອມນີ້, ຍັງໄດ້ຍົກຍ້າຍສັບຊ້ອນ ທ່ານ ຄໍາເຜີຍ ພິລາພາ ຜູ້ອໍານວຍການໃຫຍ່ ສຳນັກຂ່າວສານປະເທດລາວ ໄປປະຈຳການຢູ່ກົມຈັດຕັ້ງ ແລະ ພະນັກງານ ເປັນຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ທ່ານ ຄໍາເພົ້າ ວັນນະວົງ ຫົວໜ້າກົມຮູບເງົາ ໄປປະຈຳການຢູ່ກົມກວດກາ ເປັນຫົວໜ້າກົມກວດກາ, ທັງເປັນຮອງປະທານກວດກາກະຊວງ, ທ່ານ ວັນນະສິນ ສິມມະວົງ ຮອງຫົວໜ້າກົມສື່ມວນຊົນ ໄປປະຈຳການຢູ່ສຳນັກຂ່າວສານປະເທດລາວ ເປັນ ຜູ້ອໍານວຍການໃຫຍ່ ສຳນັກຂ່າວສານປະເທດລາວ.

ພ້ອມນັ້ນ, ຍັງໄດ້ແຕ່ງຕັ້ງ ທ່ານ ຄໍາພູ ເພຍສັກຂາ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ຂຶ້ນເປັນວ່າການຫົວໜ້າກົມ ແຜນການ ແລະ ການຮ່ວມມືສາກົນ, ແຕ່ງຕັ້ງ ທ່ານ ໄຊສົມບັດ ບຸນນະຜົນ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ ຂຶ້ນເປັນວ່າການຫົວໜ້າກົມຄຸ້ມຄອງ ການທ່ອງທ່ຽວ, ແຕ່ງຕັ້ງ ທ່ານ ນາງ ມະນີສາຄອນ ທຳມະວົງໄຊ ຮອງຫົວໜ້າກົມໂຄສະນາການທ່ອງທ່ຽວ ຂຶ້ນເປັນຫົວໜ້າກົມ ໂຄສະນາການທ່ອງທ່ຽວ, ແຕ່ງຕັ້ງ ທ່ານ ບ້ຽວ ໄຊຍະວົງ ຫົວໜ້າພະແນກ ກໍ່ສ້າງພັກ ແລະ ປ້ອງກັນພັກ-ພະນັກງານ ຂຶ້ນເປັນຮອງຫົວໜ້າກົມ ຈັດຕັ້ງ ແລະ ພະນັກງານ ແລະ ແຕ່ງຕັ້ງ ທ່ານ ພູທອນ ດາລາລົມ ຫົວໜ້າພະແນກ ຝຶກອົບຮົມການທ່ອງທ່ຽວ ສະຖາບັນສື່ມວນຊົນວັດທະນະທຳ ແລະ ທ່ອງທ່ຽວ ຂຶ້ນເປັນຮອງຫົວໜ້າກົມໂຄສະນາການທ່ອງທ່ຽວ.

ໂອກາດນີ້, ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ຕີລາຄາສູງຕໍ່ພະນັກງານ-ລັດຖະກອນ ກໍຄື ບັນດາທ່ານ ທີ່ໄດ້ຮັບອຸດໜູນບຳນານ ໃນຄັ້ງນີ້ ທີ່ໄດ້ສຸມທຸກເຮື່ອແຮງ, ສະຕິປັນຍາ ເຂົ້າໃນການຈັດຕັ້ງປະຕິບັດວຽກງານທີ່ຕົນຮັບຜິດຊອບຈົນໄດ້ຮັບຜົນສຳເລັດເປັນກ້າວໆມາ ເຊິ່ງໄດ້ປະກອບສ່ວນເຮັດໃຫ້ວຽກງານຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜູ້ທີ່ໄດ້ຮັບໜ້າທີ່ໃໝ່, ພ້ອມທັງເນັ້ນໃຫ້ສືບຕໍ່ສຸມທຸກຄວາມພະຍາຍາມ, ໃຊ້ຄວາມສາມາດຂອງຕົນຢ່າງເຕັມທີ່ ເຂົ້າໃນວຽກງານທີ່ໄດ້ຮັບການມອບໝາຍ, ໃຫ້ຮີບຮ້ອນນໍາພາການເຄື່ອນໄຫວວຽກງານ ພາຍໃນຂົງເຂດທີ່ຕົນຮັບຜິດຊອບໃຫ້ດໍາເນີນໄປ ເປັນປົກກະຕິ; ສືບຕໍ່ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບ ໃນການຄົ້ນຄວ້າ, ເຊື່ອມຊຶມ ແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ກົດໝາຍ, ລະບຽບການຂອງລັດ ເພື່ອນໍາພາ-ຊີ້ນໍາ ໂດຍສະເພາະແມ່ນນໍາພາໃນການສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ມີຄວາມສາ ມັກຄີພາຍໃນເປັນປຶກແຜ່ນ; ເສີມຂະຫຍາຍບົດບາດເປັນແບບຢ່າງນໍາໜ້າຝຶກຝົນຫລໍ່ຫລອມ, ຄຸນສົມບັດສິນທໍາ ປະ ຕິວັດ, ແບບແຜນວິທີເຮັດວຽກ, ແບບແຜນການດໍາລົງຊີວິດທີ່ປອດໃສ, ປະຢັດມັດທະຍັດ, ພ້ອມທັງໃຫ້ຄົ້ນຄວ້າຖອດຖອນບົດຮຽນ ອັນໃດຄວນຍູ້ແຮງສົ່ງເສີມຕື່ມ, ຄວນແກ້ໄຂອັນໃດ, ຕ້ອງເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນຂະແໜງ ຖວທ ກໍຄື ກົມ, ກອງ ທີ່ຕົນຮັບຜິດຊອບ ລົງເລິກຊອກຫາສາເຫດຄວາມຫຍຸ້ງຍາກ ເພື່ອຄົ້ນຄວ້າຊອກຫາວິທີການ ແລະ ມາດຕະການແກ້ໄຂບັນດາຂໍ້ຄົງຄ້າງທີ່ຍັງບໍ່ສາມາດປະຕິບັດໄດ້, ຕ້ອງເອກະພາບສູງ ແລະ ໄປລວງດຽວກັບທິດທີ່ກະຊວງ ວາງອອກ, ບໍ່ລັ່ງເລທໍ້ຖອຍ, ຕ້ອງເດັດດ່ຽວເຮັດແທ້ທຳຈິງ, ຕ້ອງຍົກສູງຄວາມຮັບ ຜິດຊອບ ແລະ ຄວາມສາມາດ ໃນການນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດໃຫ້ເຂົ້າສູ່ຕົວຈິງ ຢ່າງແຂງແຮງ. ພ້ອມກັນນັ້ນ, ທ່ານຍັງໄດ້ສະແດງຄວາມຫວັງວ່າ ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ໃນຄັ້ງນີ້, ຈະເປັນກຳລັງແຮງ ຜັກດັນວຽກງານຕ່າງໆທີ່ກ່ຽວ ຂ້ອງທີ່ໄດ້ຮັບມອບໝາຍ ໃຫ້ໄດ້ຮັບການພັດທະນາ, ມີຜົນສຳເລັດອັນໃໝ່ໃຫຍ່ຫລວງກວ່າເກົ່າ ແລະ ທັນຕາມຍຸກຕາມສະໄໝ.

ໂອກາດດຽວກັນນີ້, ຍັງໄດ້ເຊັນມອບ-ຮັບ ໜ້າທີ່ ລະຫວ່າງຫົວໜ້າກົມ ຜູ້ເກົ່າ ແລະ ຜູ້ໃໝ່ ຕື່ມອີກ.

ຂ່າວ: ທະນູທອງ

ພາບ: ຂັນໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version