ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ IV ໄຂຂຶ້ນວັນທີ 15 ທັນວາ 2025 ທີອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຮອງເຈົ້າຄອງ ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ອານຸພາບ ຕຸນາລົມ ກ່າວວ່າ ກອງປະຊຸມສະໄໝສາມັນເທື່ອທີ 10 ເປັນກອງປະຊຸມຄັ້ງສຸດທ້າຍຂອງສະພາປະຊາຊົນ ນະຄອນ ຫຼວງວຽງຈັນ ຊຸດທີ IV ເຊິ່ງຈະໄດ້ພິຈາລະນາ ແລະ ຮັບຮອງເອົາ ບັນຫາສໍາຄັນພື້ນຖານຂອງນະຄອນຫຼວງຄື ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ 5 ປີ (2021-2025) ຄັ້ງທີ IX ປະຈໍາປີ 2025 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2026 ນະຄອນຫຼວງວຽງຈັນບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ບົດລາຍງານ ປະຈໍາປີ 2025 ແລະ ທິດທາງແຜນການປະຈໍາປີ 2026 ຂອງອົງການກວດສອບປະຈໍາພາກກາງ 1 ບົດລາຍງານຜົນການກວດສອບ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2024 ຂອງອົງການກວດສອບປະຈໍາພາກກາງ ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ບົດລາຍງານ ປະຈຳປີ 2025 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈຳປີ 2026 ຂອງອົງການກວດກາລັດ ນະຄອນຫຼວງວຽງຈັນ ບົດລາຍງານຜົນການກວດກາຕາມຜົນການກວດສອບປີ 2023 ຂອງອົງການກວດກາລັດນະຄອນຫຼວງວຽງຈັນ ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ບົດລາຍງານ ປະຈຳປີ 2025 ແລະ ທິດທາງແຜນການປະຈຳປີ 2026 ຂອງອົງການໄອຍະການປະຊາຊົນພາກກາງ ແລະ ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ບົດລາຍງານ ປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ຂອງສານປະຊາຊົນ ພາກກາງ ແລະ ສານປະຊາຊົນ ນະຄອນຫຼວງວຽງຈັນ ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ບົດລາຍງານປະຈຳປີ 2025 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນຊຸດທີ IV ແຜນການເຄື່ອນໄຫວວຽກງານຮອດກອງປະຊຸມຄັ້ງປະຖົມມະເລີກ ແລະ ຄາດຄະເນແຜນການປະຈໍາປີ 2026 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V.
ນອກຈາກນັ້ນກໍຈະໄດ້ຮັບຟັງການປະກອບຄຳເຫັນຂອງອົງການແນວລາວສ້າງຊາດນະຄອນຫຼວງວຽງຈັນກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ບົດລາຍງານ ປະຈຳປີ 2025 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນຊຸດທີ IV ແຜນການເຄື່ອນໄຫວວຽກງານຮອດກອງປະຊຸມຄັ້ງປະຖົມມະເລີກ ແລະ ຄາດຄະເນແຜນການປະຈໍາປີ 2026 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ພ້ອມກັນນັ້ນກໍຈະພິຈາລະນາຮ່າງນິຕິກໍາສ້າງໃໝ່ຂອງນະຄອນຫຼວງຈໍານວນໜຶ່ງ ຮັບຟັງການລາຍງານ ຊີ້ແຈງບັນຫາສໍາຄັນຂອງນະຄອນຫຼວງວຽງຈັນຕາມການສະເໜີຂອງຄະ ນະປະຈໍາສະພາປະຊາຊົນນະຄອນຫຼວງຄື ຮັບຟັງການລາຍງານສະພາບການຄຸ້ມຄອງຮ່ອງລະບາຍນໍ້າ ຮ່ອງສັກ ຮ່ອງແຊງ ແລະ ຮ່ອງທອງ ຮັບຟັງການລາຍງານສະພາບການຊອກຄົ້ນ ສໍາຫຼວດ ແລະ ຂຸດຄົ້ນແຮ່ເກືອໂປຕາສຢູ່ນະຄອນຫຼວງວຽງຈັນ (ລົງເລິກການຈັດຕັ້ງປະຕິບັດຕາມມະຕິ ຂອງຄະນະປະຈໍາສະພາແຫ່ງຊາດ ສະບັບ ເລກທີ 182/ຄປຈ ລົງ ວັນທີ 01 ກໍລະກົດ 2025) ກອງປະຊຸມຍັງຈະໄດ້ຮັບຟັງການຊີ້ແຈງບາງບັນຫາພົ້ນເດັ່ນທີ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງຍົກຂຶ້ນ ຫຼື ຊັກຖາມໃນກອງປະຊຸມຈາກອົງການປົກຄອງ ສານປະຊາຊົນ ອົງການໄອຍະການປະຊາຊົນ ແລະ ພາກສ່ວນກ່ຽວຂ້ອງຕື່ມອີກ.
