Home ຂ່າວຕ່າງປະເທດ ປະທານປະເທດຫວຽດນາມ ໂອ້ລົມສົນທະນາ ກັບ ປະທານາທິບໍດີ ອຽກລັງ

ປະທານປະເທດຫວຽດນາມ ໂອ້ລົມສົນທະນາ ກັບ ປະທານາທິບໍດີ ອຽກລັງ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໂດຍໄດ້ຮັບຄຳເຊື້ອເຊີນຂອງ ທ່ານ ໄມເຄິລ ຮິກກິນ ປະທານາທິບໍດີ ອຽກລັງ, ທ່ານ ໂຕເລິມ ເລຂາທິການໃຫຍ່ ປະທານປະເທດ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ປະຕິບັດການຢ້ຽມຢາມທາງລັດຖະກິດຢູ່ ອຽກລັງ ໃນລະຫວ່າງວັນທີ 1 – 3 ຕຸລາ 2024. ໂດຍໃນວັນທີ 2 ຕຸລາ ຜ່ານມາ ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການຢູ່ທຳນຽບປະທານາທິບໍດີ, ທ່ານ ໂຕເລິມ ເລຂາທິການໃຫຍ່ ປະທານປະເທດ ຫວຽດນາມ ແລະ ທ່ານ ໄມເຄິລ ຮິກກິນ ປະທານາທິບໍດີ ອຽກລັງ ໄດ້ເປັນປະທານ ການໂອ້ລົມສົນທະນາລະຫວ່າງຄະນະຜູ້ແທນຂັ້ນສູງ ສອງປະເທດ.

ຂ່າວລະບຸວ່າ: ໃນການໂອ້ລົມສົນທະນາ, ທ່ານ ໂຕເລິມ ຢັ້ງຢືນວ່າ: ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບ ອຽກລັງ, ທ່ານປາຖະໜາຢາກໃຫ້ ອຽກລັງ ສືບຕໍ່ສະໜອງການຊ່ວຍເຫຼືອພັດທະນາໃຫ້ ຫວຽດນາມ ໃນບັນດາຂົງເຂດບຸລິມະສິດ ຄື: ການເຕີບໂຕສີຂຽວ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປົກປັກຮັກສາສິ່ງແວດລ້ອມ, ເຕັກໂນໂລຊີຂໍ້ມູນຂ່າວສານ, ການຫັນເປັນດີຈີຕອນ, ການພັດທະນາແບບຍືນຍົງ. ການນຳສອງທ່ານໄດ້ເຫັນດີເປັນເອກະພາບຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ຕັ້ງໜ້າຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວໃນປັດຈຸບັນ. ກ່ຽວກັບການຮ່ວມມືດ້ານເສດຖະກິດ – ການຄ້າ ແລະ ການລົງທຶນ, ການນຳສອງທ່ານໄດ້ເນັ້ນໜັກວ່າ: ສອງຝ່າຍຄວນໝູນໃຊ້ ສັນຍາການຄ້າເສລີ ຫວຽດນາມ – EU (EVFTA) ຢ່າງມີປະສິດທິຜົນ, ຊຸກຍູ້ການເຊື່ອມຕໍ່ທາງການຄ້າ – ການລົງທຶນ, ໜູນຊ່ວຍປະຊາຄົມວິສາຫະກິດສອງປະເທດ, ສູ້ຊົນນຳວົງເງິນການຄ້າລະຫວ່າງສອງປະເທດ ຂຶ້ນລະດັບ 5 ຕື້ໂດລາ ໃນປີ 2026. ການນຳສອງທ່ານກໍເຫັນດີເປັນເອກະພາບ ຊຸກຍູ້ການຮ່ວມມືໃນຂົງເຂດການສຶກສາ, ປະກອບສ່ວນຍົກສູງຄຸນນະພາບການບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຊູກຍູ້ການຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳຢູ່ ຫວຽດນາມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version