Home ທຸລະກິດ ເງິນກີບເລີ່ມແຂງຄ່າ ອັດຕາເງິນເຟີ້ເພີ່ມຂຶ້ນໃນຈັງຫວະທີ່ຊ້າລົງ

ເງິນກີບເລີ່ມແຂງຄ່າ ອັດຕາເງິນເຟີ້ເພີ່ມຂຶ້ນໃນຈັງຫວະທີ່ຊ້າລົງ

0

ພັກ-ລັດຖະບານ ກໍຄືທະນາຄານແຫ່ງ ສປປ ລາວ (ທຫລ) ບໍ່ໄດ້ນິ້ງນອນໃຈ ຫາທຸກວິທີທາງໃນການແກ້ໄຂບັນຫາເຄັ່ງຮ້ອນໃນສັງຄົມ ໂດຍສະເພາະອັດຕາເງິນເຟີ້ທີ່ເພີ່ມສູງຂຶ້ນ ທັງຮັກສາສະຖຽນລະພາບເງິນຕາແຫ່ງຊາດ ເພື່ອບໍ່ໃຫ້ແຕະຕ້ອງເຖິງຊີວິດການເປັນຢູ່ຂອງປະຊາຊົນ ຊຶ່ງເຫັນວ່າອັດຕາເງິນເຟີ້ຄ່ອຍໆຫຼຸດລົງເມື່ອທຽບໃສ່ ປີ 2023 ຜ່ານມາ. ເຖິງແມ່ນວ່າໃນໄລຍະ 9 ເດືອນ ຕົ້ນປີ 2024 ອັດຕາເງິນເຟີ້ຍັງຢູ່ໃນລະດັບ 24.8% ແຕ່ກໍເພີ່ມຂຶ້ນໃນຈັງຫວະທີ່ຊ້າລົງ.

ທ່ານ ນາງ ວັດທະນາ ດາລາລອຍ ຮັກສາການຜູ້ວ່າການ ທຫລ ປະທານສະພາບໍລິຫານ ທຫລ ໄດ້ກ່າວໃນກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ II ປະຈຳປີ 2024 ເມື່ອບໍ່ດົນມານີ້ວ່າ: ນັບຕັ້ງແຕ່ກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ I ທີ່ຜ່ານມາ, ສະພາບເສດຖະກິດ-ການເງິນ ຂອງປະເທດເຮົາ ຍັງສືບຕໍ່ມີຄວາມທ້າທາຍຫຼາຍດ້ານ ໂດຍສະເພາະຄວາມຜັນຜວນຂອງຄ່າເງິນສະກຸນຫຼັກ ໃນຕະຫຼາດສາກົນ ເຖິງແມ່ນວ່າທະນາຄານກາງ ສ ອາເມຣິກາ (FED) ຈະມີການປັບຫຼຸດອັດຕາດອກເບ້ຍນະໂຍບາຍຈາກ 5.5% ມາເປັນ 5% ໃນເດືອນສິງຫາຜ່ານມາ ແຕ່ກໍຖືວ່າຍັງຢູ່ໃນລະດັບສູງ ຊຶ່ງກະທົບຕໍ່ຄ່າເງິນທ້ອງຖິ່ນຂອງບັນດາປະເທດຕ່າງໆ ເມື່ອທຽບກັບຄ່າເງິນໂດລາ ເຮັດໃຫ້ມີຄວາມຜັນຜວນ ແລະ ອ່ອນຄ່າ; ສະພາບຂໍ້ຂັດແຍ່ງດ້ານພູມສາດການເມືອງ ຂອງບັນດາປະເທດມະຫາອຳນາດ ທີ່ເຮັດໃຫ້ລາຄາສິນຄ້າໝວດສະບຽງອາຫານ ແລະ ໝວດພະລັງງານ ມີການເພີ່ມຂຶ້ນແບບກ້າວກະໂດດ ບວກກັບສະພາບເສດຖະກິດພາຍໃນປະເທດເຮົາ ທີ່ຍັງບໍ່ທັນເຂັ້ມແຂງຕ້ອງເພິ່ງພາການນຳເຂົ້າຈາກຕ່າງປະເທດເປັນຫຼັກ; ບັນຫາພັນທະຊຳລະໜີ້ສິນກັບຕ່າງປະເທດ ທີ່ຢູ່ໃນລະດັບສູງ, ໃນຂະນະທີ່ຄັງສຳຮອງເງິນຕາຕ່າງປະເທດມີຈຳກັດ; ການສະໜອງເງິນຕາຕ່າງປະເທດຂອງລະບົບທະນາຄານ ຍັງບໍ່ໄດ້ຕາມຄວາມຕ້ອງການຂອງສັງຄົມ ແລະ ອື່ນໆ ຊຶ່ງບັນຫາທ້າທາຍດັ່ງກ່າວນັ້ນ ໄດ້ກາຍເປັນຕ່ອງໂສ້ສ້າງແຮງກົດດັນຕໍ່ຄ່າຂອງເງິນກີບ ເຮັດໃຫ້ອ່ອນຄ່າລົງຢ່າງຕໍ່ເນື່ອງ ເມື່ອສົມທຽບກັບຄ່າເງິນສະກຸນຫຼັກ ແລະ ສົ່ງຜົນກະທົບເຮັດໃຫ້ອັດຕາເງິນເຟີ້ເພີ່ມສູງຂຶ້ນ ສະເລ່ຍ 9 ເດືອນຕົ້ນປີແມ່ນຢູ່ໃນລະດັບ 24.8%.

ທ່ານ ນາງ ວັດທະນາ ດາລາລອຍ ກ່າວຕື່ມວ່າ: ຕໍ່ກັບສະພາບການດັ່ງກ່າວ ທຫລ ໄດ້ສຸມທຸກກຳລັງແຮງເຂົ້າໃນການຄຸ້ມຄອງ ເພື່ອຮັກສາສະຖຽນລະພາບເງິນຕາແຫ່ງຊາດເປັນຕົ້ນ ໄດ້ທົບທວນ ດັດປັບຄົ້ນຄວ້າພັດທະນາເຄື່ອງມືນະໂຍບາຍເງິນຕາ ໃຫ້ມີປະສິດທິພາບຊີ້ນຳຕະຫຼາດ ໂດຍໄດ້ປັບຂຶ້ນອັດຕາດອກເບ້ຍພື້ນຖານ ຂອງ ທຫລ ສະກຸນເງິນກີບ ໄລຍະບໍ່ເກີນ 7 ວັນ 3 ຄັ້ງ, ໄດ້ສືບຕໍ່ປະຕິບັດນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດ ທີ່ມີການຄຸ້ມຄອງຂອງລັດ ໂດຍຮັກສາກອບການກໍານົດອັດຕາແລກປ່ຽນອ້າງອີງ ໃຫ້ແກ່ທະນາຄານທຸລະກິດປະຕິບັດທີ່ລະດັບ ±7.5%; ໄດ້ສຸມໃສ່ຜັນຂະຫຍາຍກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ, ສະບັບເລກທີ 15/ສພຊ, ລົງວັນທີ 7 ກໍລະກົດ 2022 ແລະ ຄໍາສັ່ງເລກທີ 10/ນຍ, ລົງວັນທີ 14 ກໍລະກົດ 2023 ພ້ອມທັງໄດ້ສ້າງກົນໄກການປະສານງານຮ່ວມມືກັບຫຼາຍຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນການດຳເນີນກອງປະຊຸມພົບປະສອງຝ່າຍຮ່ວມກັບກະຊວງປ້ອງກັນຄວາມສະຫງົບ; ກະຊວງການເງິນ; ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອປຶກສາຫາລືວຽກງານທີ່ຕິດພັນກັບນະໂຍບາຍມະຫາພາກເສດຖະກິດ-ການເງິນ, ການຄ້າ, ການປະຕິບັດລະບຽບກົດໝາຍ ແລະ ແລກປ່ຽນຂໍ້ມູນຂ່າວສານທີ່ຈໍາເປັນໃນການປະສານສົມທົບ ແລະ ການຈັດຕັ້ງປະຕິບັດວຽກງານລະຫວ່າງຂະແໜງການໃຫ້ມີປະສິດທິພາບ.

ຈາກການຈັດຕັ້ງປະຕິບັດຄືດັ່ງກ່າວເຮັດໃຫ້ຜົນໄດ້ຮັບມີທ່າອ່ຽງຕັ້ງໜ້າດີຂຶ້ນເຊັ່ນ: ອັດຕາເງິນເຟີ້ຄ່ອຍໆປັບຕົວຫຼຸດລົງຄື: ໃນເດືອນກັນຍາ 2024 ຫຼຸດລົງມາຢູ່ໃນລະດັບ 21.7 % ຈາກ 24.3% ໃນເດືອນສິງຫາ 2024; ອັດຕາແລກປ່ຽນເລີ່ມມີຄວາມສະຫງົບ ແລະ ເໜັງຕີງໃນທິດທາງທີ່ແຂງຄ່າຂຶ້ນ. ອັດຕາແລກປ່ຽນເດືອນກັນຍາ 2024 (ຂໍ້ມູນຮອດວັນທີ 20 ກັນຍາ 2024) ທຽບໃສ່ເດືອນສິງຫາ 2024 ເງິນກີບ/ໂດລາ ແຂງຄ່າ 0.16% (ຈາກ 22,136.40 ກີບ/ໂດລາ ເປັນ 22,100.00 ກີບ/ໂດລາ) ແລະ ກີບ/ບາດ ແຂງຄ່າ 0.35% (ຈາກ 683.43 ກີບ/ບາດ ເປັນ 681.08 ກີບ/ບາດ). ສ່ວນຕ່າງອັດຕາແລກປ່ຽນລະຫວ່າງທະນາຄານທຸລະກິດ ກັບຕະຫຼາດຢູ່ໃນລະດັບ 12.14% ສໍາລັບເງິນກີບ/ໂດລາ ແລະ ໃນລະດັບ 1.93% ສໍາລັບເງິນກີບ/ບາດ. ສັງລວມແລ້ວ, ເຖິງແມ່ນວ່າໃນ 9 ເດືອນຕົ້ນປີ 2024 ເງິນກີບຍັງສືບຕໍ່ອ່ອນຄ່າ ແຕ່ເງິນກີບອ່ອນຄ່າໜ້ອຍກວ່າເມື່ອທຽບກັບປີ 2023.

ທ່ານ ນາງ ວັດທະນາ ດາລາລອຍ ກ່າວຕື່ມວ່າ: ເຖິງວ່າມີຜົນໄດ້ຮັບທີ່ຕັ້ງໜ້າດີຂຶ້ນ ແຕ່ເຫັນວ່າຍັງບໍ່ທັນສາມາດແກ້ໄຂບັນຫາເຄັ່ງຮ້ອນທີ່ມີຢູ່ໃນປັດຈຸບັນໃຫ້ຂາດຕົວໝົດໄປໄດ້ ແລະ ຍັງບໍ່ທັນບັນລຸທຸກຄາດໝາຍເງິນຕາ ທີ່ສະພາແຫ່ງຊາດກຳນົດໄວ້. ສະນັ້ນ, ນັບແຕ່ນີ້ຮອດທ້າຍປີ 2024, ຂະແໜງທະນາຄານ ຈະຕ້ອງສືບຕໍ່ສຸມໃສ່ການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນແບບບຸກທະລຸຂຶ້ນກວ່າເກົ່າ ເພື່ອໃຫ້ບັນລຸບັນດາຄາດໝາຍຊີ້ວັດທີ່ສະພາແຫ່ງຊາດກຳນົດ. ໃນນີ້, ຈະຕ້ອງສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດບັນດາແຜນວຽກຈຸດສຸມທີ່ຖືກກຳນົດໄວ້ໃນວາລະແຫ່ງຊາດວ່າດ້ວຍແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ກໍຄືມະຕິຂອງຄະນະສະເພາະກິດ 19/ກມສພ ແລະ ມະຕິວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່. ຄຽງຄູ່ກັບການເອົາໃຈໃສ່ປັບປຸງລະບົບທະນາຄານ ແລະ ສະຖາບັນການເງິນທີ່ບໍ່ແມ່ນທະນາຄານໃຫ້ມີຄວາມໝັ້ນຄົງເຂັ້ມແຂງຂຶ້ນກວ່າເກົ່າ, ປັບປຸງລະບົບຊໍາລະໃຫ້ມີຄວາມທັນສະໄໝ ແລະ ລວມສູນຂຶ້ນ. ພ້ອມນີ້, ກໍຈະເອົາໃຈໃສ່ຈັດຕັ້ງປະຕິບັດແຜນນະໂຍບາຍເງິນຕາ ແລະ ແຜນງົບປະມານຂອງ ທຫລ ປະຈຳ 3 ເດືອນທ້າຍປີ 2024 ຕາມທີ່ກອງປະຊຸມໄດ້ພິຈາລະນາຮັບຮອງດ້ວຍຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງ.

ຈາກການຈັດຕັ້ງປະຕິບັດບັນດາມາດຕະການຂອງ ທຫລ ຈະເຫັນໄດ້ວ່າ ອັດຕາເງິນເຟີ້ໄດ້ຫຼຸດລົງ ຫຼື ເພີ່ມຂຶ້ນໃນຈັງຫວະທີ່ຊ້າລົງ ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ, ແຕ່ກໍຍັງຢູ່ໃນລະດັບສູງ, ໃນຂະນະທີ່ອັດຕາແລກປ່ຽນກໍ ເລີ່ມມີຄວາມສະຫງົບ ແລະ ເໜັງຕີງໃນທິດທາງທີ່ແຂງຄ່າຂຶ້ນ, ຫວັງຢ່າງຍິ່ງວ່າ ບັນຫາເຄັ່ງຮ້ອນຈະຄ່ອຍໆດີຂຶ້ນເທື່ອລະກ້າວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version