Home ຂ່າວພາຍໃນ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນວ ມີຄວາມພ້ອມຮັບໃຊ້ກອງປະຊຸມສຸດຍອດອາຊຽນ

ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນວ ມີຄວາມພ້ອມຮັບໃຊ້ກອງປະຊຸມສຸດຍອດອາຊຽນ

0

ທ່ານ ພັນໂທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ (ນວ) ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ ຜ່ານມາວ່າ: ມາຮອດປັດຈຸບັນເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນວ ມີຄວາມພ້ອມ ອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະ ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ບັນດາກອງປະຊຸມສຸດຍອດອາຊຽນອື່ນໆ ໂດຍຈະນໍາໃຊ້ກໍາລັງ 700 ກວ່າຄົນ.

ໃນນີ້, ໄດ້ກໍານົດຈຸດຕ່າງໆລວມມີ 200 ກວ່າຈຸດ ເພື່ອນໍາກໍາລັງໄປປະຈໍາການ ຊຶ່ງມີທັງໝົດ 700 ກວ່າຄົນ ເພື່ອອໍານວຍຄວາມສະດວກໃຫ້ຂະບວນຂອງບັນດາການນໍາ ກໍຄືແຂກທີ່ຈະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ບັນດາກອງປະຊຸມປິ່ນອ້ອມ ລວມເຖິງການສັນຈອນໄປ-ມາຂອງບັນດາພາຫະນະຕາມເສັ້ນທາງສາຍຫຼັກ ແລະ ທາງຮ່ອມຕ່າງໆມີທັງເຂດວົງໃນ-ວົງນອກ ແລະ ເຂດຮອບນອກ ລວມເຖິງບັນດາປ້ອມເຂົ້າ-ອອກເມືອງທີ່ຕິດກັບບັນດາແຂວງອ້ອມຂ້າງ ແລະ ອື່ນໆເພື່ອໃຫ້ມີຄວາມສະດວກ ແລະ ເປັນລະບຽບຮ້ອຍດີ. ເພື່ອເຮັດໃຫ້ການກະກຽມວຽກງານຕ່າງໆມີຄວາມພ້ອມ ແລະ ລົງຕົວທີ່ດີ, ໄລຍະຜ່ານມາ ນອກຈາກໄດ້ກະກຽມເຈົ້າໜ້າທີ່ຕໍາຫຼວດຈະລາຈອນ, ພາຫະນະ ແລະ ອຸປະກອນຮັບໃຊ້ທີ່ຈໍາເປັນໃຫ້ພຽງພໍ ຍັງໄດ້ມີການຝຶກຊ້ອມໜ້າວຽກຕ່າງໆຢ່າງຕໍ່ເນື່ອງ ເຊັ່ນ: ການແກ້ໄຂບັນຫາອຸບັດເຫດຢູ່ຕາມເສັ້ນທາງແບບສຸກເສີນ, ການຄຸ້ມຄອງການສັນຈອນ, ການເປີດທາງ, ການຄຸມຂະບວນແຫ່ ແລະ ອື່ນໆ ມາຮອດປັດຈຸບັນການກະກຽມວຽກງານຕ່າງໆຂອງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນວ ເພື່ອຮັບໃຊ້ກອງປະຊຸມສຸດຍອດອາຊຽນຄັ້ງນີ້ແມ່ນມີຄວາມພ້ອມ 100%. ຮຽກຮ້ອງໃຫ້ຜູ້ໃຊ້ລົດໃຊ້ຖະໜົນໃນໄລຍະກອງປະຊຸມດັ່ງກ່າວ ຈົ່ງເອົາໃຈໃສ່ປະຕິບັດຕາມແຈ້ງການຂອງພະແນກໂຍທາທິການ ແລະ ຂົນສົ່ງ ນວ ທີ່ໄດ້ປະກາດອອກໄປ ລວມເຖິງປະຕິບັດຕາມຄໍາແນະນຳຂອງເຈົ້າໜ້າທີ່ກ່ຽວຂ້ອງທີ່ປະຈໍາຢູ່ຕາມແຕ່ລະເສັ້ນທາງຢ່າງເຂັ້ມງວດ ເພື່ອຮັບປະກັນໃຫ້ການສັນຈອນໄປ-ມາ ມີຄວາມສະດວກສະບາຍ ແລະ ຮັບປະກັນບໍ່ໃຫ້ມີອຸບັດເຫດເກີດຂຶ້ນ.

ຂ່າວ: ວສລ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version