Home ຂ່າວໜ້າໜຶ່ງ 150 ບໍລິສັດ ເຂົ້າຮ່ວມງານຜະລິດຕະພັນລາວ 2024

150 ບໍລິສັດ ເຂົ້າຮ່ວມງານຜະລິດຕະພັນລາວ 2024

0

ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ຈັດພິທີເປີດ ງານຜະລິດຕະພັນລາວ ປະຈໍາປີ 2024 ຂຶ້ນຢ່າງເປັນທາງການ ໃນວັນທີ 1 ຕຸລານີ້ ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ

ເປັນກຽດເຂົ້າຮ່ວມງານ ໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ບູນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີບັນດາ ທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຕາງໜ້າຈາກພາກລັດ, ສະຖານທູດ, ອົງການຈັດຕັ້ງສາກົນ, ຫົວໜ່ວຍທຸລະກິດເຂົ້າຮ່ວມ

ໃນພິທີ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ກ່າວວ່າ: ງານຜະລິດຕະພັນລາວແມ່ນໄດ້ຈັດຂຶ້ນເກືອບທຸກໆປີ, ຈັດຂື້ນຄັ້ງທໍາອິດໃນປີ 2011 ແລະ ມາຮອດປີນີ້ ກໍເປັນປີທີ 10 ຂອງການຈັດງານຜະລິດຕະພັນລາວ ໂດຍໄດ້ຮັບການສະໜັບສະໜູນແລະ ຊີ້ນໍາຢ່າງໃກ້ຊິດຈາກລັດຖະບານ ໂດຍສະເພາະແມ່ນ ກະຊວງອຸດສາຫະກຳ ແລະ ການຄ້າ. ຈຸດປະສົງຫຼັກຂອງການຈັດງານ ແມ່ນເພື່ອເປັນການສ້າງກິດຈະກຳໜຶ່ງຂອງພາກທຸລະກິດ ເພື່ອປະກອບສ່ວນໃນການສ້າງເວທີ ແລະ ເປັນການໂຄສະນາ ສົ່ງເສີມຜະລິດຕະພັນທີ່ຜະລິດໃນລາວ, ພ້ອມທັງເອື້ອອໍານວຍສົ່ງເສີມໃຫ້ແກ່ຜູ້ປະກອບການທີ່ເຮັດການຜະລິດທັງພາຍໃນ ແລະ ຕ່າງປະເທດ, ໂດຍສະເພາະສ້າງຍີ່ຫໍ້ສິນຄ້າທີ່ຜະລິດໃນລາວໃຫ້ມີມາດຕະຖານແລະ ຄຸນນະພາບ, ສາມາດແຂ່ງຂັນຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດໃຫ້ນັບມື້ນັບຫຼາຍຂື້ນ, ພ້ອມດຽວກັນນັ້ນກໍເພື່ອເປັນການສ້າງຄວາມພາກພູມໃຈ, ຊຸກຍູ້ສົ່ງເສີມໃຫ້ນໍາໃຊ້ຜະລິດຕະພັນລາວ ແລະ ເພື່ອເປັນການຫຼຸດຜ່ອນການນໍາເຂົ້າສິນຄ້າຈາກຕ່າງປະເທດ ຄືດັ່ງ ຫົວຂໍ້ຫຼັກຂອງງານ “ພາຍໃຕ້ຫົວຂໍ້: “ຊຸກຍູ້ພັກດັນເສດຖະກິດ ຜະລິດຕະພັນລາວ ກ້າວສູ່ສາກົນ” ໂດຍເປົ້າໝາຍໂດຍລວມກໍເພື່ອປະກອບສ່ວນສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຂື້ນໄປເລື້ອຍໆ. ຕະຫຼອດໄລຍະເວລາການຈັດຕັ້ງປະຕິບັດວຽກງານການສົ່ງເສີມຜະລິດຕະພັນລາວ, ສຄອຊ ແມ່ນໄດ້ມີການຮ່ວມມືກັບຫຼາຍພາກສ່ວນທັງພາກລັດ, ອົງການຈັດຕັ້ງສາກົນ ແລະ ພາກທຸລະກິດເອງໂດຍແນ່ໃສ່ການຍົກສະມັດຖະພາບທາງດ້ານການຜະລິດ, ມາດຕະຖານຄຸນນະພາບ, ເຕັກນິກການຜະລິດ, ການຕະຫຼາດ, ການອອກແບບການຫູ້ມຫໍ່ ແລະ ຊອກຫາຊ່ອງທາງຕະຫຼາດການສົ່ງອອກ ຊຶ່ງມີຫຼາຍບໍລິສັດທີ່ສາມາດພັດທະນາຜະລິດຕະພັນຂອງຕົນ ໃຫ້ສາມາດແຂ່ງຂັນໃນຕະຫຼາດພາຍໃນ ແລະ ສາກົນ. ຜະລິດຕະພັນທີ່ມີຄວາມໂດດເດັ່ນ ນອກຈາກ ເຄື່ອງຫັດຖະກຳ, ຜະລິດຕະພັນໄມ້, ເບຍລາວ, ທໍ່ໂຕ້ໂຍ້ລາວ ແລ້ວ ຍັງລວມມີ ກາເຟດາວເຮືອງ, ກາເຟສີນຸກ, ເຂົ້າຈໍາປາຫອມ, ເຂົ້າໄກ່ນ້ອຍຊຽງຂວາງ, ເຂົ້າຍອດຊໍາ, ຖ່ານຂາວ, ຊາຜົ້ງສາລີ, ເຫຼົ້າລາວ ແລະ ອື່ນໆ ທີ່ສາມາດສົ່ງອອກໄປຍັງຕະຫຼາດເອີຣົບ, ສປ ຈີນ ແລະ ປະເທດອື່ນໆ. ພ້ອມນີ້ ຍັງໄດ້ມີການສົ່ງເສີມບັນດາບໍລິສັດຕ່າງໆ ຂອງຂະແໜງການ ແລະ ກາເຟ ເພື່ອໃຫ້ໄດ້ຮັບການຍົກລະດັບມາດຕະຖານສາກົນ (GMP, FairForLife and EU organic) ເພື່ອສົ່ງອອກໄປເອີຣົບ. ສຄອຊ ເຮົາຍັງໄດ້ມີການພັດທະນາລະບົບການຊື້-ຂາຍອອນລານ ໂດຍການສ້າງແຟລັດຟອມ LNCCIMade in Laos E-Maketplace ໂດຍນໍາເອົາບັນດາຜະລິດຕະພັນລາວເຂົ້າສູ່ລະບົບອອນລານທີ່ສາມາດເຂົ້າເຖິງຜູ້ບໍລິໂພກ ທັງຕະຫຼາດພາຍໃນ ແລະ ຕ່າງປະເທດ ແລະ ພ້ອມທັງເປີດສູນວາງສະແດງຜະລິດຕະພັນລາວ ທັງພາຍໃນ ແລະ ຕ່າງປະເທດ ອີກດ້ວຍ. ຄ່ຽງຄູ່ກັນນັ້ນ, ສຄອຊ ກໍຍັງໄດ້ນໍາພານັກທຸລະກິດເພື່ອນໍາເອົາຜະລິດຕະພັນຂອງຕົນເຂົ້າຮ່ວມງານວາງສະແດງຕ່າງໆ ເພື່ອໃຫ້ສັງຄົມໄດ້ຮັບຮູ້ກ່ຽວກັບຜະລິດຕະພັນລາວ ນັບມື້ນັບຫຼາຍຂື້ນ ແລະ ກວ້າງຂວາງຂື້ນກ່ວາເກົ່າ.

ໃນແຕ່ລະປີ ຈະມີ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ຈະເປັນຄູ່ຮ່ວມຈັດຫຼັັກ (ຫຼື ເອີ້ນວ່າສະເໜ່ເມືອງລາວ), ປີນີ້ ແມ່ນສະພາການຄ້າ ແລະ ອຸດສາຫະກຳ ແຂວງ ສະຫວັນນະເຂດ ໄດ້ເປັນຄູ່ຮ່ວມຫຼັກຂອງງານ ​ແລະ ໃນປີໜ້າກໍຈະແມ່ນ ສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ. ຄູ່ຮ່ວມຈັດຫຼັກໃນປີນີີ້ແມ່ນຮັບຜິດຊອບຕົບແຕ່ງພາວິນລຽນທີ່ເປັນເອກະລັກສະເພາະຂອງແຂວງສະຫວັນນະເຂດເພື່ອນໍາສະເໜີຮີດຄອງປະເພນີທາງດ້ານວັດທະນາທໍາ, ຜະລິດຕະພັນສິນຄ້າ ບໍ່ວ່າຈະເປັນ ອາຫານທີ່ເປັນເອກະລັກ, ການນຸ່ງຖືທີ່ງົດງາມ ແລະ ການບໍລິການທີ່ເປັນທ່າແຮງ ທີ່ສະແດງໃຫ້ເຫັນເຖິງຜົນງານທີ່ໂດນເດັ່ນພາຍໃນແຂວງ ສະຫວັນນະເຂດ.

ງານໃນຄັ້ງນີ້ ໄດ້ມີຜູ້ປະກອບການໃນທົ່ວປະເທດເຂົ້າຮ່ວມລວມໝົດມີ150 ບໍລິສັດ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນແລະມີທັງໝົດ201 ຫ້ອງວາງສະແດງ.. ຜະລິດຕະພັນຕົ້ນຕໍທີ່ນໍາມາວາງສະແດງໃນຄັ້ງນີ້ລວມມີຈາກຫຼາຍຫຼາຍຂະແໜງການເຊັ່ນ: ຂະແໜງຜະລິດຕະພັນ ສິນຄ້າທີ່ຈົດກາໝາຍ Made in Laos(ເຊີ່ງ ຫ້ອງການ ສຄອຊ ເປັນຜູ້ອະນຸມັດໃຫ້ໃຊ້ກາໝາຍ Made in Lao) ຖ້າບໍລິສັດ/ຮ້ານ ສົນໃຈຢາກມາໃຊ້ກາໝາຍMade in Lao ກໍສາມາດຕິດຕໍ່ມາຍັງຫ້ອງການ ສຄອຊ ໄດ້ ຟຣີ ໂດຍບໍ່ມີຄ່າໃຊ້ຈ່າຍ, ຂະແໜງ ຜະລິດຕະພັນ ຫັດຖະກຳແຜນແຜ່,ຜ້າຝ້າຍ, ຜ້າໃໝ, ຂະແໜງຜະລິດຕະພັນເຟີນີເຈີ ແລະ ເຄື່ອງຕົບແຕ່ງພາຍໃນພາຍ, ຂະແໜງ ຜະລິດຕະພັນ ກະສິກຳ (ເຂົ້າ, ຊາ, ກາເຟ), ຂະແໜງຜະລິດຕະພັນອາຫານແລະເຄື່ອງດື່ມ, ຂະແໜງຜະລິດຕະພັນອຸດສາຫະກໍາໜັກ-ເບົາ, ຂະແໜງຜະລິດຕະພັນ ຂົນສົ່ງ, ທະນາຄານ, ຄຣີນີກ, ຂະແໜງ ຜະລິດຕະພັນລາວ ຫັດຖະກຳໄມ້ປ່ອງ, ຂະແຫນງຜະລິດຕະພັນ ໜຶ່ງເມື່ອງໜຶ່ງຜະລິດພັນ (ODOP)ສິນຄ້າຈາກຄອບຄົວຕົວແບບຂອງ, ຂະແໜງຜະລິດຕະພັນ ສິນຄ້າຂອງບັນປະເທດອາຊຽນ + ສປ ຈີນ ລວມມູນຄ່າສິນຄ້າທີ່ນຳມາວາງສະແດງ ຫຼາຍກວ່າ 9,​000, 000,000 ກີບ (ເກົ້າຕື້ກີບ). ງານຜະລິດຕະພັນລາວ 2024 ໄດ້ເລີ່ມເປີດໃຫ້ເຂົ້າທ່ຽວ-ຊົມ-ຊື້- ຊິມ, ອາຫານ ແລະ ສິນຄ້າພາຍໃນງານໄດ້, ຕັ້ງແຕ່ວັນທີ 28 ກັນຍາ2024ເປັນຕົ້ນມາ ແລະຈະປິດໃນວັນທີ 7 ຕຸລາ 2024 ລວມທັງໝົດ 10 ວັນ. (ຂ່າວ-ພາບ: ແສງຈັນ-ສຸກສະຫວັນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version