Home ຂ່າວໜ້າໜຶ່ງ ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ​ພົບ​ປະ​ອະ​ດີດ​ການ​ນຳ​ຫວຽດ​ນາມ​

ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ​ພົບ​ປະ​ອະ​ດີດ​ການ​ນຳ​ຫວຽດ​ນາມ​

0

ຂປລ. ໃນ​ໂອ​ກາດຢ້ຽມ​ຢາມລັດ​ຖະ​ກິດ ຢູ່ ສ​ສ ຫວຽດ​ນາມ, ຕອນບ່າຍວັນ​ທີ 11 ກັນ​ຍາ 2024, ສະ​ຫາຍ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ແຫ່ງ ສ​ປ​ປ ລາວ ໄດ້​ພົບ​ປະ​ກັບ ສະ​ຫາຍ ນົງ​ ດຶກ​ແມັງ ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມມູນິດ ຫວຽດນາມ ສະ​ໄໝ 9, 10; ສະ​ຫາຍ ເຈືອງ​ ເຕິນ​ຊາງ ອະ​ດີດປະ​ທານ​ປະ​ເທດ ສ​ສ ຫວຽດ​ນາມ ແລະ ສະ​ຫາຍ ຫງວຽນມິງ​ຈຽດ, ອະ​ດີດ​ປະ​ທານ​ປະ​ເທດ ສ​ສ ຫວຽດ​ນາມ ໂດນສະ​ຫາຍໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນທີ່​ໄດ້​ພົບ​ປະ​ກັບ​ບັນ​ດາ​ສະ​ຫາຍອະ​ດີດ​ການ​ນຳ​ຫວຽດ​ນາມ ຜູ້​ເປັນ​​ມິດ​ສະ​ຫາຍ​ອ້າຍ​ນ້ອງອັນ​ແທ້​ຈິງ​​ຕະຫລອດ​ມາຂອງ​ພັກ, ລັດ ແລະ ປະ​ຊາ​ຊົນລາວ​ບັນ​ດ​າ​ເຜົ່າ; ຕີ​ລາ​ຄາ​ສູງ​ຕໍ່​ການ​ສະ​ໜັບ​ສະ​ໜູນ ແລະຄວາມ​ຮັກ​ແພງ​ແບບ​ມິດ​ສະ​ຫາຍ​ອັນ​ແທ້​ຈິງຂອງ​ບັນ​ດາ​ສະ​ຫາຍອະ​ດີດ​ການ​ນຳ​ຂັ້ນ​ສູງ​ຂອງ​ ຫວຽດ​ນາມ ໃຫ້​ແກ່ ລາວກໍ່ຄື ​ນ້ຳໃຈເສຍຍ​ສະ​ຫລະ ແລະ ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫລວງຂອງ​ບັນ​ດາ​ສະ​ຫາຍ​ໃນ​ການ​ປົກ​ປັກ​ຮັກ​ສາ, ເພີ່ມ​ພູນ​ຄູນ​ສ້າງສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານລາວ-ຫວຽດ​ນາມ.

ໃນ​ໂອ​ກາດ​ດັ່​ງ​ກ່າວ, ສະ​ຫາຍ ທອງ​ລຸນ ສີ​ສຸ​ລິດ ໄດ້​ນໍາເອົາຄຳ​ຢື້​ຢາມ​ຖາມ​ຂ່າວ​ອັນ​ສະ​ໜິດ​ສະ​ໜ​ົມ, ເຕັມ​ໄປ​ດ້ວຍ​ໄມ​ຕີ​ຈິດ​ມິດ​ຕະ​ພາບຖານ​ມິດ​ສະ​ຫາຍອ້າຍ​ນ້ອງຂອງບັນ​ດາ​ສະ​ຫາຍອະ​ດີດ​ການ​ນຳ​ຂັ້ນ​ສູງ​ຂອງ​ລາວ ມາ​ຍັງ​ບັນ​ດາ​ສະ​ຫາຍອະ​ດີດ​ການ​ນຳຫວຽດ​ນາມມາ​ນະ​ໂອ​ກາ​ດ​ນີ້. ພ້ອມກັນນີ້, ສະ​ຫາຍ ຍັງສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ ແລະ​ ເຊື່ອ​ໝັ້ນ​ວ່າພາຍ​ໃຕ້​ການ​ນຳ​ພາ​ອັນ​ສະຫລາດ​ສ່ອງ​ໃສ​ຂອງ​ພັກກອມ​ມູ​ນິດ​ຫວຽດ​ນາມ, ປະ​ເທດ​ຊາດຫວຽດ​ນາມຈະ​ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ເປັນ​ເຈົ້າ​ຕົນ​ເອງ, ວັດ​ທະ​ນາ​ຖາ​ວອນເຮັດ​ໃຫ້ ປະ​ຊາ​ຊົນຫວຽດ​ນາມ​ອ້າຍ​ນ້ອງນັບ​ມື້ ກິນ​ອີ່ມ​ນຸ່ງ​ອຸ່ນ ແລະ ມີ​ຄວາມ​ຜາ​ສຸກ; ສະ​ຫາຍໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນຕໍ່​ຜ​ົນ​ສຳ​ເລັດ​ໃນ​ການ​ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດທີ່​ພັກ, ລັດແລະປະ​ຊາ​ຊົນ​ຫວຽດ​ນາມ​ອ້າຍ​ນ້ອງຍາດ​ມາ​ໄດ້​​ໄລ​ຍະ​ຜ່ານ​ມາ, ໃນ​ນັ້ນແມ່ນ​ການ​ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ສະ​ຫາຍອະ​ດີດການ​ນຳ​ຂັ້ນ​ສູງ​ຂອງ​ພັກ, ລັດຫວຽດ​ນາມ.

ບັນ​ດາ​ສະ​ຫາຍອະ​ດີດ​ກາ​ນ​ນຳ​ຂັ້ນ​ສູງຂອງ​ຫວຽດ​ນາມ ກໍໄດ້​ສະ​ແດງ​ຄວາມ​ຂອບ​ໃ​ຈ ຕໍ່​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ເພື່ອນ​ສະ​ຫາຍອັນ​ແທ້​ຈິງຂອງ​ ສະ​ຫາຍ ທອງ​ລຸນ ສີ​ສຸ​ລິດ ແລະ ໄດ້​ຝາກ​ຄຳ​ຢື້​ຢາມ​ຖາມ​ຂ່າວເຖິງ​ບັນ​ດາ​ສະ​ຫາຍອະ​ດີດ​ການ​ນຳ​ຂັ້ນ​ສູງຂອງ​ພັກ, ລັດລາວ, ພ້ອມ​ທັງ​ຕິດ​ຕ​າມ ແລະ ເອົາ​ໃຈ​ໃສ່ ໃນ​ການ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ​ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່​າງລາວ-ຫວຽດ​ນາມໄລ​ຍະ​ຜ່ານ​ມາ. ບັນ​ດາ​ສະ​ຫາຍອະ​ດີດ​ການ​ນຳຂັ້ນ​ສູງ​ຂອງຫວຽດ​ນາມ ຍັງຈົດ​ຈຳ​ເຖິງ​ນ້ຳ​ໃຈ​ໄມ​ຕີ​ຈິດ​ ອັນ​ສະ​ໜິດ​ສະ​ໜົມຕໍ່​ກັບ​ປະ​ເທດ​ຊາດ ກໍຄືປະ​ຊາ​ຊົນ​ລ​າວອ້າຍ​ນ້ອງ, ພ້ອມ​ທັງ​ສະ​ແດ​ງ​ຄວາມ​ຂອບ​ໃຈຕໍ່​ການ​ສະ​ໜ​ັບ​ສະ​ໜູນ​ອັນ​ລ້ຳ​ຄ່າ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນລາວບັນ​ດາ​ເຜົ່າ​ທີ່​ມີ​ຕໍ່​ຫວຽດ​ນາມ ແລະ ສະ​ເໜີ​ໃຫ້ ສອງ​ຝ່າຍສືບ​ຕໍ່​ເສີມ​ຂະ​ຫຍາຍ​ ສາຍ​ພົວ​ພັນມິດ​ຕະ​ພາບ​ແບບ​ພິ​ເສດຫວຽດ​ນາມ-ລາວໃຫ້​ໄດ້​ຮັບ​ການ​ຍົກ​ສູງປະ​ສິດ​ທິ​ພາບ​ການ​ຮ່ວມ​ມື ກໍຄື ການ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ປະ​ສິດ​ທິ​ພາບ​ ບັນ​ດາ​ຂໍ​້​ຕົກ​ລົງ, ບົດ​ບັນ​ທຶກລະ​ຫວ່າງສອງ​ພັກ, ສອງ​ລັດ, ພ້ອມ​ທັງ​ເນັ້ນ​ໜັກ​ເຖິງ​ການ​ສື​ບ​ຕໍ່​ເອົາ​ໃຈ​ໃສ່​ໃນ​ການ​ສຶກ​ສາ ແລະ ໂຄ​ສະ​ນາ​ໃຫ້​ປະ​ຊາ​ຊົນ​ສອງ​ປະ​ເທດເປັນ​ຕົ້ນ​ແມ່ນ​ໄວ​ໜຸ່ມໃຫ້​ຮັບ​ຮູ້​ເຖິງ​ມູນ​ເຊື້ອ​ການ​ພົວ​ພັນ​ແບບ​ພິ​ເສດ​ທີ່​ຫາ​ຍາກແບບມີ 1 ບໍ່​ມີ 2 ໄວ້​ຕະຫລອດ​ໄປ, ຊ່ວຍ​ເຫລືອ​ກັນພັດທະນາປະເທດຊາດຂອງຕົນໃຫ້ນັບມື້ນັບເຂັ້ມແຂງໃນ​ເງື່ອນ​ໄຂ​ເຊື່ອມ​ໂຍງ​ສາ​ກົນ, ເດີນຕາມແນວທາງຂອງພັກ, ລັດ​ຂອງ​ສອງ​ປະ​ເທດ ເພື່ອໃຫ້ສົມກັບການເສຍສະຫລະອັນສູງສົ່ງ, ໃຫຍ່ຫລວງຂອງບັນດາຮຸ່ນການນຳ ແລະ ບັນ​ດານັກຮົບປະຕິວັດຂອງສອງຊາດພວກເຮົາ.

ພາບ: ຂັນໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version