Home ຂ່າວໜ້າໜຶ່ງ ຄໍາປາໄສຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພົບປະອະດີດທະຫານອາສາສະໝັກ, ຊ່ຽວຊານ ຫວຽດນາມ...

ຄໍາປາໄສຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພົບປະອະດີດທະຫານອາສາສະໝັກ, ຊ່ຽວຊານ ຫວຽດນາມ ແລະ ນັກສຶກສາຫວຽດນາມ ແລະ ລາວ ທີ່ກະຊວງປ້ອງກັນປະເທດ ຫວຽດນາມ (ວັນທີ 11 ກັນຍາ 2024 ທີ່ຮ່າໂນ້ຍ)

0

 ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ສສ ຫວຽດນາມ ທີ່ນັບຖື;

 ບັນດາສະຫາຍການນຳຂັ້ນສູງພັກ, ລັດ ຫວຽດນາມ ແລະ ລາວ ທີ່ຮັກແພງ,

ບັນດາສະຫາຍ ອະດີດ ທະຫານອາສາສະໝັກ, ອະດີດຊ່ຽວຊານ ຫວຽດນາມ ທີ່ເຄີຍເຮັດວຽກ ແລະ ສູ້ຮົບ ຢູ່ ລາວ ທີ່ນັບຖື ແລະ ຮັກແພງ;

 ລູກຫຼານນັກສຶກສາ ຂອງສອງປະເທດ ລາວ ແລະ ຫວຽດນາມ ທີ່ຮັກແພງ;

 ຜູ້ເຂົ້າຮ່ວມພົບປະ ທີ່ຮັກແພງທັງຫຼາຍ;

ມື້ນີ້, ຂ້າພະເຈົ້າ ຮູ້ສຶກເປັນກຽດ ແລະ ມີຄວາມປິຕິຊົມຊື່ນ ເປັນຢ່າງຍິ່ງ ທີ່ມີໂອກາດພົບປະກັບບັນດາສະຫາຍ ອະດີດທະຫານອາສາສະໝັກ, ອະດີດຊ່ຽວຊານຫວຽດນາມ ທີ່ເຄີຍປະຕິບັດພາລະກິດຊ່ວຍເຫຼືອລາວ ໃນຜ່ານມາ ແລະ ບັນດາຕົວແທນ ທີ່ເປັນນັກສຶກສາ ຂອງ 2 ປະເທດ ລາວ-ຫວຽດນາມ ທີ່ໄດ້ຮ່ວມກັບບັນດາສະຫາຍ ການນຳ, ພະນັກງານ, ທະຫານ, ຕຳຫຼວດ ແລະ ເພື່ອນມິດ ຫວຽດນາມ ທີ່ໄດ້ເຂົ້າຮ່ວມພົບປະ ຢູ່ ສະໂມສອນ ຂອງກະຊວງປ້ອງກັນປະເທດ ຫວຽດນາມ ໃນມື້ນີ້, (ຊຶ່ງໄດ້ຈັດເປັນລາຍການສໍາຄັນໜຶ່ງ) ໃນແຜນການເຄື່ອນໄຫວຂອງ ການຢ້ຽມຢາມລັດຖະກິດ ສສ ຫວຽດນາມ ຂອງ ຂ້າພະເຈົ້າ ແລະ ຄະນະ ຕາມການເຊື້ອເຊີນ ຂອງ ສະຫາຍ ໂຕເລິມ ເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ.

ກ່ອນອື່ນ, ຂ້າພະເຈົ້າ ຂໍນໍາເອົາຄວາມສາມັກຄີຮັກແພງ ອັນສະໜິດສະໜົມ, ອົບອຸ່ນ ຈາກພັກ, ລັດ ແລະ ປະຊາຊົນລາວ ທັງປະເທດ ມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ, ຂໍອວຍພອນອັນປະເສີດທີ່ສຸດເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ 2 ກັນຍາ ຄົບຮອບ 79 ປີ ທີ່ຫາກໍຜ່ານໄປບໍ່ດົນນີ້.

ພ້ອມກັນນີ້, ຂໍສະແດງຄວາມເສຍໃຈ ແລະ ເຫັນອົກເຫັນໃຈມາຍັງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ທີ່ໄດ້ຮັບຜົນເສຍຫາຍໜັກໜ່ວງ ທັງດ້ານຊີວິດ ແລະ ຊັບສິນ ຈາກລົມພາຍຸ ຢາງິ (Yagi) ໃນອາທິດຜ່ານມາ ຢູ່ບັນດາແຂວງທາງພາກເໜືອ ລວມທັງ ນະຄອນຫຼວງຮ່າໂນ້ຍ. ເຊື່ອ ໝັ້ນວ່າ ດ້ວຍການຊີ້ນຳຢ່າງເອົາຈິງເອົາຈັງຂອງລັດຖະບານ, ການຮ່ວມມືຂອງທຸກພາກສ່ວນໃນສັງຄົມ, ດ້ວຍຄວາມສາມັກຄີເປັນປຶກແຜ່ນ ແລະ ດ້ວຍມູນເຊື້ອປຸ້ມລຸມຊ່ວຍເຫຼືອຊຶ່ງກັນ ແລະ ກັນໃນເວລາມີຄວາມຫຍຸ້ງຍາກ, ສະຫາຍ ຫວຽດນາມຈະສາມາດແກ້ໄຂຜົນກະທົບ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ຮຽນ ບັນດາສະຫາຍ, ເພື່ອນມິດ ຫວຽດນາມ ແລະ ລາວ ທີ່ຮັກແພງທັງຫຼາຍ,

ມື້ນີ້, ເປັນອີກເທື່ອໜຶ່ງ ທີ່ ຂ້າພະເຈົ້າມີໂອກາດ ໄດ້ພົບປະທັກທາຍ ບັນດາສະຫາຍ ອ້າຍນ້ອງນັກຮົບອາສາສະໝັກ, ນັກຊ່ຽວຊານທີ່ເຄີຍຄຽງບ່າຄຽງໄຫຼ່ ກັບນັກຮົບລາວ, ພະນັກງານລາວ, ປະຊາຊົນລາວ ຕໍ່ສູ້ດ້ວຍຄວາມທໍລະຫົດອົດທົນ, ຜ່ານຜ່າຄວາມທ້າທາຍ ຢ່າງທຸລະກັນດານເປັນເວລາຍາວນານ ເພື່ອຕ້ານສັດຕູ, ກອບກູ້ເອົາເອກະລາດແຫ່ງຊາດ ຂອງລາວ ດ້ວຍຄວາມອົງອາດກ້າຫານ, ພວກເຮົາຮັບຮູ້ວ່າ ຫຼາຍພັນ, ຫຼາຍໝື່ນຄົນ ໄດ້ລົ້ມລົງ, ແຕ່ກໍຍັງມີຫຼາຍສະຫາຍ ເອົາຊີວິດລອດມາໄດ້ ແລະ ສະຫາຍ ຈໍານວນໜຶ່ງ ທີ່ເປັນຕົວແທນ ທີ່ຍັງມີຊີວິດ ກໍມາຮ່ວມກັບພວກເຮົາໃນມື້ນີ້ ຮ່ວມກັບ ການນຳ ແລະ ຜູ້ເຂົ້າຮ່ວມພົບປະໃນມື້ນີ້ ແລະ ໃນສະໂມສອນອັນສະຫງ່າອົງອາດແຫ່ງນີ້… ຂ້າພະເຈົ້າຮູ້ສຶກ ອົບອຸ່ນໃຈ ເມື່ອເຫັນບັນດາສະຫາຍ ຍັງຢູ່ກັບພວກເຮົາ. ແຕ່ເວລາດຽວກັນນັ້ນ, ພວກເຮົາ ກໍສຸດທີ່ອາໄລອາວອນ ເຖິງບັນດານັກຮົບ, ພະນັກງານ ທີ່ໄດ້ເສຍສະຫຼະຊີວິດໄປ ເພື່ອພາລະກິດທີ່ຍິ່ງໃຫຍ່ ຂອງເຂົາເຈົ້າ ແລະ ບັນດາສະຫາຍເຫຼົ່ານັ້ນ ໄດ້ລົ້ມລົງ ເອົາເລືອດທາແຜ່ນດິນລາວ ເພື່ອກູ້ເອກະລາດ ຂອງຊາດລາວ… ປະຊາຊົນລາວ ຍາມໃດກໍຈາລຶກບຸນຄຸນ ຂອງບັນດາ ສະຫາຍເຫຼົ່ານັ້ນ ຢ່າງບໍ່ມີວັນຈະຫຼົງລືມໄດ້.

ຮຽນ ບັນດາສະຫາຍ,

ໃນໄລຍະຕໍ່ສູ້ກູ້ຊາດ, ການທີ່ເພື່ອນສະຫາຍຫວຽດນາມຫຼາຍໆຄົນ ຈໍາຕ້ອງໄດ້ຈາກປະເທດຊາດ ຂອງຕົນ ທັງໆທີ່ກໍາລັງມີການຕໍ່ສູ້ ກັບຜູ້ຮຸກຮານຢູ່ນັ້ນ, ຫັນຫຼັງໃສ່ປະເທດຊາດ ແລະ ຄອບຄົວ, ພໍ່ແມ່ທີ່ຕົນຮັກ ໄດ້ມຸ່ງໜ້າໄປສູ່ສະໜາມຮົບໃນອີກປະເທດໜຶ່ງ, ໂດຍໄດ້ຫ່າງອອກຈາກອ້ອມອົກອ້ອມແຂນ ທີ່ຮັກ ແລະ ອົບອຸ່ນ ຂອງພໍ່ແມ່ຂອງຕົນ ເດີນໜ້າໄປສູ່ສະໜາມຮົບ ທີ່ບໍ່ສາມາດຄາດເດົາຊະຕາກຳໄດ້ ມັນທໍລະມານໃຈເທົ່າໃດ, ແຕ່ກໍເດີນໜ້າໄປດ້ວຍຄວາມມຸ່ງໝັ້ນຂອງອຸດົມການ ຮ່ວມກັບນັກຮົບລາວ, ປະຊາ ຊົນລາວ ຕໍ່ສູ້ເພື່ອກູ້ເອົາເອກະລາດ ມາໃຫ້ປະຊາຊົນທີ່ເປັນສະຫາຍ, ອ້າຍນ້ອງ, ເພື່ອນມິດຂອງຕົນຢ່າງບໍ່ຢ້ານກົວ ແລະ ທໍ້ຖອຍ ຕໍ່ຄວາມທຸກຍາກລໍາບາກ ແລະ ຄວາມອັນຕະລາຍໃດໆ ທີ່ຈະເກີດຂຶ້ນກັບຕົນ, ແຕ່ບັນດາສະຫາຍເຫຼົ່ານັ້ນໄດ້ມີສິ່ງບັນດານເຂົ້າໄວ້ໃນມັນສະໝອງ ແລະ ຮ່າງກາຍ ແລະ ຈິດໃຈອັນໜຸ່ມ ແໜ້ນຂອງຕົນ ຄືອຸດົມການອັນສູງສົ່ງ, ນໍ້າໃຈສາກົນປະຕິວັດ ທີ່ຜ່ອງໃສຢ່າງແທ້ຈິງ ຖືອັນນັ້ນເປັນອາວຸດ, ເປັນກໍາລັງແຮງ ແລະ ກຳລັງໃຈຂອງແຕ່ລະສະຫາຍນັກຮົບອາສາສະໝັກ ຂອງພວກເຮົາ.

ຂ້າພະເຈົ້າ ຂໍຢໍ້າວ່າ: ການຕໍ່ສູ້ອັນຍືດເຍື້ອຍາວນານ ທີ່ປະຊາຊົນສອງຊາດຂອງພວກເຮົາ ໄດ້ດໍາເນີນມາເປັນເວລາຫຼາຍສິບປີ ແລະ ຖືເປັນສະໜາມຮົບດຽວ, ໄດ້ຕໍ່ສູ້ຕ້ານກັບສັດຕູຜູ້ຮຸກຮານໂຕດຽວກັນ ເພື່ອນຳເອົາໄຊຊະນະລວມ ຂອງສອງຊາດ ຫຼື ສາມຊາດ ອິນດູຈີນ ພ້ອມໆກັນ ໂດຍຖືເອົາຄໍາຂວັນ ທີ່ປະທານ ໂຮ່ຈິມິນ ເຄີຍເນັ້ນຢໍ້າ ໄວ້ວ່າ: “ບໍ່ມີອັນໃດປະເສີດກວ່າ ເອກະລາດ ແລະ ເສລີພາບ” ດັ່ງນັ້ນ, ການຕໍ່ສູ້ ຈຶ່ງໄດ້ຮັບໄຊຊະນະ, ໄຊຊະນະ ທີ່ໄດ້ມາ ແມ່ນໄຊຊະນະແຫ່ງການຕໍ່ສູ້ ທີ່ຢືນຢັນວ່າ: ຄວາມເປັນທໍາ ຍາມໃດ ກໍຊະນະຄວາມອະທໍາ ຢູ່ສະເໝີ… ປະຊາຊົນລາວ ກໍເຂົ້າໃຈຢ່າງເລິກເຊິ່ງວ່າ ການຕໍ່ສູ້ຂອງກຳລັງປະຕິວັດ ຂອງ 3 ຊາດ ນັ້ນ ກໍແມ່ນພາລະກິດ ແລະ ຄວາມຮັບຜິດຊອບຂອງຕົນເໝືອນກັນ, ດັ່ງນັ້ນ ກອງທັບ ແລະ ປະຊາຊົນລາວ ຈຶ່ງໄດ້ເຮັດທຸກສິ່ງທຸກຢ່າງຕາມຄວາມສາມາດຂອງຕົນ ເພື່ອຊ່ວຍເຫຼືອ ແລະ ປົກປ້ອງການປະຕິບັດພັນທະສາກົນຂອງ ບັນດາ ສະຫາຍ ທະຫານອາສາສະໝັກ. ພ້ອມກັນນີ້, ບັນດາທະຫານອາສາສະໝັກ ກໍໄດ້ສ້າງຄວາມຮັກຄວາມແພງ ເປັນລູກເປັນຫຼານ ຂອງປະຊາຊົນລາວ.

ບັນດາສະຫາຍ ທີ່ຮັກແພງ, ນັບຖື,

ນໍ້າໃຈຮ່ວມສໍາພັນສູ້ຮົບ, ຄວາມສາມັກຄີພິເສດ ແລະ ມິດຕະພາບ ທີ່ຍິ່ງໃຫຍ່ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ນັ້ນ, ມັນໄດ້ພິສູດໃຫ້ເຮົາຄົນຮຸ່ນນີ້ ແລະ ຮຸ່ນຕໍ່ໆໄປ ເຫັນໄດ້ຈະແຈ້ງ ເປັນທີ່ປະຈັກຊັດເຈນມາແລ້ວ ຈາກຄໍາກອນ ອະມະຕະ ທີ່ ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່ ໄດ້ວາດພາບເອົາໄວ້ ວ່າ:

“ ຮັກຫອມກັນໝາຍໝັ້ນ ຫຼາຍສັນພູກໍປີນໄຕ່

ຫຼາຍນໍ້າໃຫຍ່ ແລະ ໂຄກຄ້ອຍ ຂວາງຂັ້ນ ກໍດຸ່ງໄປ

ສອງຊາດລາວ-ຫວຽດ ໄດ້ ຝັງຄວາມຮັກຢູ່ໃນໃຈ

ຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້ ”

– ປະທານ ໄກສອນ ພົມວິຫານ ໄດ້ເນັ້ນວ່າ:

“ ພູ ອາດຈະຖືກເຊາະເຈື່ອນ,

ແມ່ນໍ້າລໍາເຊ ອາດຈະເຫືອດແຫ້ງ,

ແຕ່ສາຍພົວພັນມິດຕະພາບ ລາວ-ຫວຽດນາມ

ຈະໝັ້ນຄົງຂະໜົງແກ່ນ ຊົ່ວກາລະນານ ”

– ປະທານ ສຸພານຸວົງ ໄດ້ເວົ້າວ່າ :

“ ການພົວພັນ ລາວ-ຫວຽດນາມ ແມ່ນຍິ່ງໃຫຍ່ມະຫາສານ, ບໍ່ມີບົດເພງ ແລະ ບົດກາບກອນໃດໆ

ທີີ່ສາມາດພັນລະນານັບໄດ້, ມິດຕະພາບດັ່ງກ່າວສູງຍິ່ງກວ່າພູເຂົາ, ຍາວກວ່າແມ່ນໍ້າ, ກວ້າງໃຫຍ່ກວ່າມະຫາສະໝຸດ, ງາມກວ່າເດືອນເພັງ, ຫອມຫວນກວ່າດອກໄມ້ນາໆຊະນິດທີ່ຫອມຫວນທີ່ສຸດ ”

ຮຽນ ບັນດາສະຫາຍ,

ປະຫວັດສາດຂອງການພົວພັນຮ່ວມມື ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຂອງພວກເຮົານັ້ນ ມັນໄດ້ລວມຍອດຢູ່ໃນບົດກອນ ຂອງປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ນັ້ນຈຶ່ງສາມາດເວົ້າໄດ້ວ່າ ຄວາມສຳພັນລາວ-ຫວຽດນາມ, ຫວຽດນາມ-ລາວ ເປັນຄວາມສຳພັນ “ໜຶ່ງບໍ່ມີສອງ” “ບໍ່ຄືໃຜ ແລະ ບໍ່ມີໃຜຄື”, ເພາະວ່າ :

– ຄວາມເປັນສະຫາຍພວກເຮົາ ແມ່ນລວມຍອດຢູ່ໃນການຮ່ວມອຸດົມການ (ອຸດົມການປະຕິວັດ, ອຸດົມການສັງຄົມນິຍົມ ແລະ ກອມມູນິດນິຍົມ);

– ຄວາມສາມັກຄີພິເສດ ແມ່ນລວມຍອດຢູ່ໃນການຮ່ວມສຳພັນສູ້ຮົບ, ຄວາມເສຍສະຫຼະໃຫ້ກັນ ແລະ ກັນ ໃນເວລາຈຳເປັນ ແມ່ນແຕ່ຊັບສົມບັດ, ຊີວິດເລືອດເນື້ອ ກໍເສຍສະຫຼະໃຫ້ກັນໄດ້ຢ່າງບໍ່ມີເງື່ອນໄຂໃດໆ; ນີ້ແມ່ນມີຄວາມພິເສດ ທີ່ເກີດຂຶ້ນ ໃນຄວາມສາມັກຄີ ຂອງສອງຊາດ ພວກເຮົາ.

– ຄວາມເປັນອ້າຍນ້ອງ ແມ່ນລວມຍອດຢູ່ໃນຄວາມຊ່ວຍຊຸກຍູ້ໜູນກັນ, ຄວາມແບ່ງປັນດ້ວຍຄວາມມີນໍ້າໃຈຕໍ່ກັນ “ເຂົ້າເມັດຫັກ ຜັກເສັ້ນໜຶ່ງ ກໍແບ່ງປັນກັນ” ດັ່ງ ສະຫາຍ ຫງວຽນຝູຈ້ອງ ເຄີຍຂະໜານນາມວ່າ ລາວ-ຫວຽດນາມ ແມ່ນ “ອ້າຍນ້ອງຮ່ວມອຸທອນດຽວກັນ”;

– ຄວາມເປັນເພື່ອນ ຂອງພວກເຮົານັ້ນ ແມ່ນລວມຍອດຢູ່ທີ່ຄິດຮ່ວມກັນ, ແບ່ງປັນຄວາມຮູ້ຢ່າງຈິງໃຈບໍລິສຸດ ເປັນຕາຍນຳກັນ, ຕິດພັນກັນ “ຄືກັບໝາກຫົວໃຈໜ່ວຍດຽວ” ທີ່ເປັນຫ່ວງເປັນໃຍ ຕໍ່ກັນຢ່າງແທ້ຈິງ, ມີສຸກ ມີທຸກ ກໍຢູ່ຄຽງຂ້າງກັນ.

ຂ້າພະເຈົ້າ ເຂົ້າໃຈວ່າຄຳກອນຂອງ ປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ໄດ້ຂຽນໄວ້ນັ້ນ ບໍ່ສະເພາະແຕ່ເປັນຄຳກອນ ທີ່ເປັນອະມະຕະ, ຟັງມ່ວນອອນຊອນເທົ່ານັ້ນ ຫາກຍັງເປັນຄຳເວົ້າ ທີ່ເປັນປັດຊະຍາ, ຄຳສຸພາສິດ ທີ່ແຫຼມຄົມ ທີ່ບົ່ງບອກຢ່າງເລິກເຊິ່ງເຖິງຄວາມມີຊີວິດຊີວາ ຂອງການໄດ້ມາຂອງຄວາມສຳພັນ ຂອງສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ອີກດ້ວຍ.

ໃນໂອກາດນີ້, ຂ້າພະເຈົ້າ ຢາກຂໍຝາກໄວ້ນຳທຸກໆຄົນ ທີ່ເປັນພົນລະເມືອງຂອງ 2 ປະເທດເຮົາ, ໂດຍສະເພາະຄົນຮຸ່ນໜຸ່ມ ທີ່ຈະກຳອະນາຄົດຂອງປະເທດພວກເຮົາ, ກຳອະນາຄົດ ຂອງມິດຕະພາບ, ຄວາມສາມັກຄີ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງຮູ້ຈັກຄຸນຄ່າທີ່ແທ້ຈິງ ທັງຮູ້ເພີ່ມພູນຄູນສ້າງໃຫ້ນັບມື້ນັບຍິ່ງໃຫຍ່, ນັບມື້ນັບມີຄວາມເປັນພິເສດ… ຈົ່ງປົກປັກຮັກສາ ແລະ ຫວງແຫນ ບໍ່ໃຫ້ມີສັດຕູໂຕໃດ ຫຼື ອິດທິກຳລັງໃດໆ ມາຜ່າມ້າງໄດ້…

 ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ສສ ຫວຽດນາມ ທີ່ນັບຖືຢ່າງສູງ;

 ບັນດາສະຫາຍ ການນຳຂັ້ນສູງພັກ, ລັດ ຫວຽດນາມ ແລະ ລາວ ທີ່ຮັກແພງ;

ຂ້າພະເຈົ້າ ມີຄວາມປະທັບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສົມກຽດຂອງການຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນສູງ ຂອງພັກ ແລະ ລັດ ສປປ ລາວ ຄັ້ງນີ້, ຜ່ານການພົບປະຫາລື ລະຫວ່າງ ສອງຄະນະຜູ້ແທນຂັ້ນສູງ ເປັນການຕອກຢ້ຳອີກເທື່ອໜຶ່ງເຖິງເຈຕະນາລົມ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດພວກເຮົາ ໃນການທີ່ຈະນຳເອົາມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂຶ້ນສູ່ຈຸດສູງໃໝ່ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດ ແລະ ເພື່ອປະກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ແລະ ໃນໂລກ. ສອງຝ່າຍພວກເຮົາ ໄດ້ຢືນຢັນຢ່າງໜັກແໜ້ນວ່າ ຈະເພີ່ມທະວີການເຊື່ອມໂຍງ ລະຫວ່າງສອງພື້ນ ຖານເສດຖະກິດ ລາວ-ຫວຽດນາມ, ຊ່ວຍກັນສ້າງໃຫ້ມີກາລະໂອກາດອຳນວຍໃຫ້ແຕ່ລະປະເທດ ມີການພັດທະນາກ້າວຂຶ້ນ, ເອົາປະຊາຊົນເປັນກົກ, ເອົາການພັດທະນາເສດຖະກິດເປັນໃຈກາງ, ເອົາການຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນ ເປັນເປົ້າໝາຍ…

ພວກເຮົາໄດ້ຢືນຢັນຮ່ວມກັນວ່າ ການຮ່ວມມື ລາວ-ຫວຽດນາມ ແມ່ນການຮ່ວມມືຮອບດ້ານ ນັບທັງດ້ານການເມືອງ, ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ, ວັດທະນະທຳ-ສັງຄົມ, ດ້ານການພັດທະນາຊັບພະຍາກອນມະນຸດ ແລະ ສົ່ງເສີມການທ່ອງທ່ຽວ, ການສ້າງສະພາບແວດລ້ອມໃຫ້ກັນ ແລະ ກັນ ເພື່ອສົ່ງເສີມການຄ້າ, ການລົງທຶນ, ໄປມາຫາສູ່ລະຫວ່າງ ປະຊາຊົນ ກັບ ປະຊາຊົນ, ລະຫວ່າງ ຊາວໜຸ່ມ ແລະ ຄົນຮຸ່ນໃໝ່ ແລະ ອື່ນໆ… ສອງຝ່າຍ ຈະສືບຕໍ່ຊອກຄົ້ນຫາອັດຖິ ຂອງບັນດາສະຫາຍນັກຮົບອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ໃຫ້ກັບມາສູ່ຄອບຄົວ ແລະ ປິຕຸພູມຂອງຕົນ ດ້ວຍຄວາມເອົາໃຈໃສ່ໃນລະດັບສູງສຸດ ໃຫ້ສຳເລັດໄວເທົ່າທີ່ຈະໄວໄດ້.

ທັງໝົດ ບັນດາແຜນການ, ແຜນງານ ຂອງການຮ່ວມມື ລະຫວ່າງ ສອງປະເທດທີ່ໄດ້ນຳມາປຶກສາ ແລະ ຕົກລົງກັນໃນການຢ້ຽມຢາມຄັ້ງນີ້ ແມ່ນນຳເອົາຜົນປະໂຫຍດສູງສຸດມາໃຫ້ປະຊາຊົນ ສອງຊາດພວກເຮົາ, ທັງສ້າງເງື່ອນໄຂອຳນວຍ ໃຫ້ແຕ່ລະປະເທດ ມີໂອກາດ ກ້າວຂຶ້ນຮ່ວມກັນ ຕາມຄວາມມຸ່ງຫວັງ ຂອງບັນພະບູລຸດ ຂອງສອງຊາດ ທີ່ໄດ້ກໍ່ສ້າງ, ຖະນຸຖະໜອມ ແລະ ປົກປັກຮັກສາ ຄວາມສຳພັນອັນຫາຍາກ ຂອງສອງຊາດພວກເຮົາ ໃຫ້ຈົນເທົ່າໃດໆ…

ໃນໂອກາດນີ້ ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ທີ່ເພື່ອນຫວຽດນາມ ໄດ້ອຳນວຍໃຫ້ມີການຕົກລົງ ເຊັນສັນຍາຮ່ວມກັນ ລະຫວ່າງ ລາວ ແລະ ຫວຽດນາມ ໃນການໃຫ້ລາວນໍາໃຊ້ທ່າເຮືອຫວຸງອາງ ເພື່ອເປັນທາງອອກສູ່ທະເລຂອງລາວ ໄດ້ສະດວກຍິ່ງຂຶ້ນ.

ຮຽນ ບັນດາສະຫາຍ,

ໃນເດືອນຕຸລາ ຈະມາເຖິງນີ້ ແມ່ນຄົບຮອບ 75 ປີ ຂອງວັນທະຫານ ອາສາສະໝັກ ຫວຽດນາມ ໃນລາວ ແລະ ເດືອນທັນວາ ຈະມາເຖິງນີ້ ຈະເປັນວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ວິລະຊົນ ຄົບຮອບ 80 ປີ, ຂໍອວຍພອນລ່ວງໜ້າມານະໂອກາດນີ້ ຢ່າງສຸດອົກສຸດໃຈ.

ໃນໂອກາດອັນສະຫງ່າລາສີນີ້, ອີກເທື່ອໜຶ່ງ ຂ້າພະເຈົ້າ ຂໍຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວທຸກທົ່ວໜ້າ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນອັນລົ້ນເຫຼືອ ຕໍ່ການສະໜັບສະໜູນ, ຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ມີຕໍ່ພາລະກິດຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ແລະ ຕໍ່ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງລາວ ໃນປັດຈຸບັນ ຢ່າງສຸດອົກສຸດໃຈ.

ຂໍອວຍພອນໃຫ້ປະຊາຊົນຫວຽດນາມອ້າຍນ້ອງ ພາຍໃຕ້ການນຳພາອັນປີຊາສາມາດ ແລະ ສະ ຫຼາດສ່ອງໃສຂອງພັກກອມມູນິດ ຫວຽດນາມ ອັນມີສະຫາຍ ໂຕເລິມ ເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ ເປັນຜູ້ນຳພາ ຈົ່ງປະສົບຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ສືບຕໍ່ນໍາເອົາປະເທດຊາດຫວຽດນາມ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ຕາມທິດທາງ ແລະ ຈຸດໝາຍທີ່ໄດ້ວາງເອົາໄວ້ຄື ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສິວິໄລ.

ອວຍພອນໃຫ້ ສະຫາຍ ໂຕເລິມ ເລຂາທິການໃຫຍ່ ປະທານປະເທດ ແລະ ບັນດາສະຫາຍການນຳ ຂອງຫວຽດນາມ ຈົ່ງມີສຸຂະພາບເຂັ້ມແຂງ, ມີຜົນສຳເລັດອັນໃຫຍ່ຫຼວງ ໃນພາລະກິດອັນສູງສົ່ງ ຂອງຕົນ.

ຂໍອວຍພອນໃຫ້ ບັນດາສະຫາຍ ທັງຫວຽດນາມ ແລະ ລາວ ທີ່ເຂົ້າຮ່ວມການພົບປະໃນມື້ນີ້ ຈົ່ງມີແຕ່ຄວາມສຸກ ຄວາມຈະເລີນ ທຸກປະການ; ມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ; ຫວຽນາມ-ລາວ ຈົ່ງໝັ້ນຍືນ !.

(ຂໍຂອບໃຈ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version