Home ແຈ້ງການສໍາຄັນ ແຈ້ງເຕືອນໄພນໍ້າຖ້ວມ ປະຈໍາເຊົ້າວັນທີ 13 ກັນຍາ 2024

ແຈ້ງເຕືອນໄພນໍ້າຖ້ວມ ປະຈໍາເຊົ້າວັນທີ 13 ກັນຍາ 2024

0

ຮ່ອງຄວາມກົດດັນອາກາດຕໍ່າ ຍັງສືບຕໍ່ພາດຜ່ານຢູ່ພາກເໜືອ ຫາ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ ພັດປົກຄຸມ. ຊຶ່ງຈະເຮັດໃຫ້ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ຢູ່ໃນແຕ່ລະພາກ ພ້ອມມີລົມພັດແຮງເປັນບາງໂອກາດ. ສາລັບລະດັບ ນໍ້າຂອງ ໄດ້ເພີ່ມຂຶ້ນສູງຢູ່ເຂດເມືອງສັງທອງ, ເມືອງສີໂຄດຕະບອງ, ເມືອງສີສັດຕະນາກ, ເມືອງຫາດຊາຍຟອງ ແລະ ເມືອງປາກງື່ມ ຄາດວ່າ ລະດັບນໍ້າ ຍັງຈະສືບຕໍ່ເພີ່ມຂື້ນຕື່ມອີກ ໃນໄລຍະວັນທີ 13 ຫາ 14 ກັນຍາ 2024.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງ ປະຊາຊົນບັນດາເຜົ່າ ແລະ ແຈ້ງເຕືອນເຖິງ ປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນທຸກພາກສ່ວນ ໂດຍສະເພາະເຂດທີ່ຢູ່ພື້ນທີ່ຕໍ່າລຽບຕາມແຄມແມ່ນໍ້າຂອງ ທີ່ຈະເກີດມີ ນໍ້າຖ້ວມຍື່ງ, ນໍ້າຖ້ວມຂັງ ໃນໄລຍະ 1 ຫາ 3 ວັນຕໍ່ໜ້ານີ້ ແລະ ຮຽກຮ້ອງ ໃຫ້ທຸກພາກສ່ວນ ຈົ່ງກຽມພ້ອມຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ, ສັດລ້ຽງ ໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version