Home ຂ່າວໜ້າໜຶ່ງ ປະທານປະເທດ ແຫ່ງ ສປປ ລາວ ພົບປະກັບນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ປະທານປະເທດ ແຫ່ງ ສປປ ລາວ ພົບປະກັບນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

0

……..

ໃນຕອນບ່າຍຂອງວັນທີ 10 ກັນຍາ ນີ້ ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສສ ຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ພົບປະກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ຄະນະ ໃນໂອກາດເດີນທາງຢ້ຽມຢາມລັດຖະກິດ ທີ່ ສສ ຫວຽດນາມ ໃນວັນທີ 10-13 ກັນຍາ 2024.

ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຍິນດີທີ່ໄດ້ພົບປະກັບ ສະຫາຍ ຟ້າມ ມິງ ຈິງ ອີກຄັ້ງໜຶ່ງ ພາຍຫຼັງໄດ້ພົບປະກັນໃນໄລຍະນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມໄວ້ອາໄລການຈາກໄປຢ່າງບໍ່ມີວັນຫວນກັບຄືນຂອງ ສະຫາຍ ຫງວຽນຝູ້ຈ້ອງ ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ; ພ້ອມທັງໄດ້ແຈ້ງຈຸດປະສົງຂອງການເດີນທາງຢ້ຽມຢາມລັດຖະກິດ ທີ່ ສສ ຫວຽດນາມ ໃນຄັ້ງນີ້ ກໍຄື ຜົນສໍາເລັດຂອງການພົບປະສອງຝ່າຍກັບ ສະຫາຍ ໂຕເລິມ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສສ ຫວຽດນາມ. ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບການໂດຍຫຍໍ້ຂອງ ສປປ ລາວ ລວມທັງການກະກຽມການເປັນປະທານໝູນວຽນອາຊຽນ ປີ 2024 ຂອງ ສປປ ລາວ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງ ແລະ ຮອບດ້ານ ທີ່ເພື່ອນຫວຽດນາມອ້າຍນ້ອງຍາດມາໄດ້ ໃນຕະຫຼອດໄລຍະຜ່ານມາ.

ສອງຝ່າຍໄດ້ຕີລາຄາສູງ ແລະ ມີຄວາມຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ສືບຕໍ່ເບັ່ງບານ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ພິເສດການຮ່ວມມືດ້ານການຄ້າ-ການລົງທຶນສອງຝ່າຍ ສືບຕໍ່ມີການຂະຫຍາຍຕົວ ໂດຍສະເພາະມູນຄ່າການຄ້າສອງສົ້ນໃນ 7 ເດືອນຕົ້ນປີ 2024 ບັນລຸໄດ້ 1,1 ຕື້ໂດລາ ເພີ່ມຂຶ້ນ 17% (ທຽບໃສ່ໄລຍະດຽວກັນຂອງປີ 2023); ສອງຝ່າຍໄດ້ປຶກສາຫາລືເພື່ອສົ່ງເສີມການຮ່ວມມືໃນຕໍ່ໜ້າ ໂດຍສະເພາະການຈັດຕັ້ງປະຕິບັດບັນດາໂຄງການທີ່ມີລັກສະນະຍຸດທະສາດຂອງສອງປະເທດ ໃຫ້ເປັນຮູບປະທໍາໂດຍໄວ. ພ້ອມກັນນີ້, ທັງສອງຝ່າຍ ຍັງເຫັນດີເປັນເອກະພາບກັນໃນການຊຸກຍູ້ສົ່ງເສີມ ແລະ ເພີ່ມທະວີການເຊື່ອມໂຍງເຊື່ອມຈອດທາງດ້ານເສດຖະກິດ, ຄົມມະນາຄົມ (ທາງບົກ, ທາງອາກາດ ແລະ ທາງນໍ້າ) ເພື່ອສ້າງເງື່ອນໄຂໃນການພັດທະນາເສດຖະກິດສັງຄົມຂອງສອງປະເທດ.

ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ອວຍພອນໄຊອັນປະເສີດ ເນື່ອງໃນໂອກາດວັນຊາດ ແຫ່ງ ສສ ຫວຽດນາມ ຄົບຮອບ 79 ປີ ກໍຄື ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 62 ປີ ພ້ອມທັງໄດ້ຖືໂອກາດນີ້ ຕາງໜ້າພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແລະ ທັນການ ບໍ່ວ່າຈະຢູ່ໃນໄລຍະຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສົມກັບຄໍາເວົ້າທີ່ວ່າ “ເຂົ້າເມັດຫັກ ຜັກເສັ້ນແບ່ງກໍບິແບ່ງກັນກິນ”.

ໃນຂະນະດຽວກັນ, ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ຊຶ່ງສະແດງໃຫ້ເຫັນເຖິງເຈດຈໍານົງອັນແຮງກ້າ ແລະ ແນວທາງອັນສະເໝີຕົ້ນສະເໝີປາຍຂອງສອງພັກ, ສອງລັດ ໃນການປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນສອງປະເທດ ໃຫ້ໝັ້ນຄົງຂະໜົງແກ່ນຕະຫຼອດໄປ. ພ້ອມກັນນີ້, ສະຫາຍຍັງໄດ້ແຈ້ງໃຫ້ຊາບວ່າ ມີຄວາມຄືບໜ້າທີ່ຈະນໍາພາຄະນະຜູ້ແທນຂັ້ນສູງ ສສ ຫວຽດນາມ ເດີນທາງມາຮ່ວມກອງປະຊຸມສຸດຍອດອາຊຽນ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ ລວມທັງແຜນເດີນທາງເຂົ້າຮ່ວມກອງປະຊຸມຄະນະກໍາມະການຮ່ວມທະວິພາຄີ ລະຫວ່າງສອງລັດຖະບານ ຄັ້ງທີ 47.

(ຂ່າວ: ຂປລ; ພາບ: ຂັນໄຊ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version