Home ຂ່າວໜ້າໜຶ່ງ ຮອງປະທານສະພາແຫ່ງຊາດ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນຢູ່ ສສ ຫວຽດນາມ

ຮອງປະທານສະພາແຫ່ງຊາດ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນຢູ່ ສສ ຫວຽດນາມ

0

ຂປລ. ໃນວັນທີ 03-08 ກັນຍາ 2024 ຜ່ານມາ, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍສະຫາຍ ສົມມາດ ພົນເສນາ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໄດ້ຢ້ຽມຢາມ ແລະ ແລກປ່ຽນບົດຮຽນຢູ່ ສສ ຫວຽດນາມ ຕາມການເຊື້ອເຊີນຂອງ ສະຫາຍ ຫງວຽນ ດຶກ ຫ້າຍ (Nguyễn Đức Hải) ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງປະທານສະພາແຫ່ງຊາດ ໂດຍໄດ້ພົບປະສອງຝ່າຍຢູ່ນະຄອນດາໜັງ ເຊິ່ງສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ ນັບແຕ່ຂັ້ນສູນກາງຮອດຂັ້ນທ້ອງຖິ່ນ.

ການຢ້ຽມຢາມຄັ້ງນີ້, ເປັນການສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ; ສອງຝ່າຍໄດ້ປຶກສາຫາລືຮ່ວມກັນກ່ຽວກັບກົນໄກການຮ່ວມມືຂອງສະພາແຫ່ງຊາດ, ບັນດາກຳມາທິການ, ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາ ຊົນຂັ້ນແຂວງ, ຂະແໜງການຂອງລັດຖະບານ ໂດຍສະເພາະອົງການກວດສອບແຫ່ງລັດ, ບັນດາກະ ຊວງຂົງເຂດເສດຖະກິດ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ພ້ອມທັງສະເໜີທິດທາງການຮ່ວມມືຂອງສອງສະພາແຫ່ງຊາດໃນຕໍ່ໜ້າ ໂດຍສຸມໃສ່ການຂຽນປຶ້ມຄົບຮອບ 50 ປີ ການພົວພັນຮ່ວມມືລະຫວ່າງສະ ພາແຫ່ງຊາດລາວ ກັບ ສະພາແຫ່ງຊາດຫວຽດນາມ, ຊຸກຍູ້ການພົວພັນຮ່ວມມື ພົບປະແລກປ່ຽນບົດ ຮຽນຂອງສອງນະຄອນຄື: ນະຄອນຫລວງພະບາງ ແລະ ນະຄອນໂຫ້ຍອານ ແຂວງກວາງນາມ, ການຕິດຕາມກວດກາຊຸກຍູ້ສົ່ງເສີມການລົງທຶນ ຂອງບັນດາຫົວໜ່ວຍທຸລະກິດທີ່ມາລົງທຶນຢູ່ ສປປ ລາວ ແລະ ສສ ຫວຽດນາມ, ຄົ້ນຄວ້າ ແລະ ນໍາໃຊ້ທ່າແຮງທີ່ອໍານວຍຄວາມສະດວກທາງດ້ານແລວເສດຖະ ກິດຕາເວັນອອກ ໂດຍເລັ່ງໃສ່ການພັດທະນາທ່າເຮືອຫວຸ່ງອາງ ແລະ ດ່ານນາມຢ່າງ ເຊິ່ງເປັນຍຸດທະສາດເຂດແຄວ້ນລະຫວ່າງບັນດາແຂວງພາກໃຕ້ຂອງ ສປປ ລາວ ແລະ ບັນດາແຂວງພາກກາງຂອງ ສສ ຫວຽດນາມ ເພື່ອຂັບເຄື່ອນທາງດ້ານເສດຖະກິດ ແລະ ບົດຮຽນການຈັດຕັ້ງປະຕິບັດພາລະບົດບາດຂອງອົງການກວດສອບ ໃນການແກ້ໄຂຜົນຂອງການກວດສອບໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ໂດຍເພື່ອປະຕິບັດ 3 ເສົາຄໍ້າ ແລະ 8 ມາດຕະການຂອງອົງການຕົນ. ພ້ອມກັນນີ້, ສອງຝ່າຍຍັງໄດ້ເປັນເອກະພາບຊຸກຍູ້ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະສະໜັບສະໜູນສະພາແຫ່ງຊາດລາວ ໃນການເປັນເຈົ້າພາບຈັດກອງປະຊຸມ AIPA ຄັ້ງທີ 45 ທີ່ນະຄອນ ຫລວງວຽງຈັນ ໃນເດືອນຕຸລາຈະມາເຖິງນີ້.

ນອກຈາກນີ້, ສະຫາຍ ສົມມາດ ພົນເສນາ ແລະ ສະຫາຍ ຫງວຽນ ດຶກ ຫ້າຍ ຍັງໄດ້ຮ່ວມກັນເປັນປະທານ ສຳມະນາຫົວຂໍ້ສະເພາະ “ບົດບາດຂອງສະພາແຫ່ງຊາດ ໃນການສ້າງ ແລະ ຜັນຂະຫຍາຍນະໂຍບາຍພັດທະນາເສດຖະກິດ-ສັງຄົມ” ທີ່ນະຄອນດາໜັງ.

ໂອກາດນີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ຢ້ຽມຢາມ ແລະ ເຮັດວຽກກັບອົງການກວດສອບແຫ່ງລັດ ພາຍໃຕ້ຫົວຂໍ້ “ຍົກສູງບົດບາດ ແລະ ປະສິດທິຜົນໃນການເຄື່ອນໄຫວຂອງອົງການກວດສອບແຫ່ງລັດຫວຽດນາມ” ໂດຍແມ່ນ ສະຫາຍ ໂງ ວັນ ຕວັນ (Ngô Văn Tuấn) ກຳມະການສູນກາງພັກ, ປະທານອົງການ ກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບ ແລະ ເຮັດວຽກຮ່ວມກັບຄະນະຜູ້ແທນລາວ. ສະຫາຍຮອງປະທານສະພາແຫ່ງຊາດລາວ ໄດ້ຕີລາຄາວ່າ ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ເຮັດໃຫ້ຄະນະຜູ້ແທນທີ່ເຂົ້າຮ່ວມ ກໍາໄດ້ບົດຮຽນຂອງເພື່ອນກ່ຽວກັບການອອກ ແລະ ການປະຕິບັດນະໂຍບາຍການດຶງດູດການລົງທຶນຈາກຕ່າງປະເທດ, ນະໂຍບາຍເສດຖະ ກິດ ລວມສູນ, ແຜນແມ່ບົດແຫ່ງຊາດ ໃນການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອ ເພື່ອພັດທະນາເສດຖະ ກິດ-ສັງຄົມຢູ່ບັນດາ ເຂດພູດອຍຫ່າງໄກສອກຫລີກ ແລະ ການເສີມຂະຫຍາຍບົດບາດຂອງອົງການກວດສອບ ໃນການປະກອບສ່ວນຍົກສູງບົດ ບາດສະພາແຫ່ງຊາດ, ຍົກສູງປະສິດທິພາບ ແລະ ປະສິດ ທິຜົນຂອງການແກ້ໄຂຜົນການກວດສອບ ແລະ ມາດຕະການຈັດຕັ້ງປະຕິບັດ.

ພ້ອມກັນນັ້ນ, ຄະນະຜູ້ແທນລາວ ແລະ ຫວຽດນາມ ຍັງໄດ້ຢ້ຽມຢາມກຸ່ມບໍລິສັດຫຸ້ນສ່ວນ ເຈື່ອງຫ້າຍ (Truong Hai-THACO), ເຂດເສດຖະກິດເປີດ ຈູລາຍ (Chu Lai), ລັດວິສາຫະກິດຕັດຫຍິບ ຮວ່າເຖາະ (Hòa Thọ), ເຂດທີ່ໝັ້ນການປະຕິວັດລາວໃຕ້ ແລະ ຮ່ອງຮອຍປະຫວັດສາດທາງດ້ານວັດທະນະທໍາ; ພົບປະ ສະຫາຍ ເລືອງ ຫງວຽນ ມິ່ງ ຈ໋ຽດ (Lương Nguyễn Minh Triết) ກຳມະການສໍາຮອງສູນກາງພັກ, ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດ ເລືອກຕັ້ງແຂວງກວາງນາມ; ພົບປະສະຫາຍ ຫງວຽນ ວັນ ກວາງ (Nguyễn Văn Quảng) ກຳມະການສູນກາງພັກ, ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງນະຄອນດາໜັງ ແລະ ຢ້ຽມ ຢາມສະຖານກົງສູນໃຫຍ່ປະຈໍານະຄອນ ດາໜັງ. ພ້ອມກັນນີ້, ຮອງປະທານສະພາແຫ່ງຊາດລາວ ໄດ້ເຊື້ອເຊີນ ສະຫາຍ ຫງວຽນ ດຶກ ຫ້າຍ ຮອງປະທານສະພາ ແຫ່ງຊາດຫວຽດນາມ ໄປຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນທີ່ ສປປ ລາວ ໃນເວລາອັນຄວນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version