Home ຂ່າວການເມືອງ ຜົນສຳເລັດກອງປະຊຸມຫົວໜ້າສູ້ຮົບອາຊຽນ ຄັ້ງທີ 14

ຜົນສຳເລັດກອງປະຊຸມຫົວໜ້າສູ້ຮົບອາຊຽນ ຄັ້ງທີ 14

0

ໃນວັນທີ 3 ກັນຍາ 2024 ນີ້, ທ່ານ ພົນຈັດຕະວາ ກົງທອງ ສຸຂະວົງ ຫົວໜ້າກົມສູ້ຮົບກົມໃຫຍ່ເສນາທິ ການກອງທັບປະຊາຊົນລາວ, ໃນນາມປະທານກອງປະຊຸມຫົວໜ້າສູ້ຮົບອາຊຽນຄັ້ງທີ 14 ໄດ້ຖະແຫລງຂ່າວກ່ຽວກັບຜົນສໍາເລັດ ການເປັນເຈົ້າພາບ ແລະ ເປັນປະທານຈັດກອງປະຊຸມດັ່ງກ່າວ ທີ່ກອງທັບປະຊາຊົນລາວ ໄດ້ຮັບກຽດເປັນເຈົ້າພາບ ໂດຍມີຫົວໜ້າກົມສູ້ຮົບຂອງ 10 ປະເທດອາຊຽນ ພ້ອມຄະນະຜູ້ແທນ ແລະ ຕີມໍແລັດສະເຕ ໃນນາມເປັນປະເທດສັງເກດການ ເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ, ໄດ້ດໍາເນີນ ພາຍໃຕ້ຄໍາຂັວນ: “ຮ່ວມມືກັນເພື່ອ ສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງອາຊຽນ”, ກອງປະຊຸມຄັ້ງນີ້, ໄດ້ສັງເກດຕີລາຄາ ແລະ ແລກປ່ຽນທັດສະນະກ່ຽວກັບສະພາບການທີ່ພົ້ນເດັ່ນໃນພາກພື້ນ ແລະ ການພົວພັນຮ່ວມມືວຽກງານປ້ອງກັນຊາດ ແລະ ການທະຫານຂອງອາຊຽນ ເພື່ອເສີມສ້າງຄວາມສາມາດ, ຄວາມເຊື່ອໝັ້ນ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງ ກອງທັບຂອງບັນດາປະເທດສະມາຊິກອາຊຽນ ໃນການຮັບມືກັບສິ່ງທ້າທາຍຕໍ່ຄວາມໝັ້ນຄົງ ໃນປັດຈຸບັນ ແລະ ໃນອານາຄົດ, ທັງເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາ ສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງພາກພື້ນ; ກອງປະຊຸມຍັງໄດ້ພິຈາລະນາ ແລະ ເຫັນດີເປັນເອກະພາບຕໍ່ຮ່າງແຜນການ 2 ປີ ຂອງທະຫານອາຊຽນ ໃນໄລຍະປີ 2024-2026 ເຊິ່ງລວມມີບັນດາກອງປະຊຸມ ແລະ ກິດຈະກໍາຕ່າງໆ ໃນຂອບການຮ່ວມມືຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ, ອາຊຽນ-ບວກ ແລະ ກອງປະຊຸມຜູ້ບັນຊາການທະຫານສູງສຸດອາ ຊຽນ ແລະ ປຶກສາຫາລືບັນຫາອື່ນໆທີ່ກ່ຽວຂ້ອງ ເຊິ່ງເປັນພື້ນຖານສໍາຄັນໃຫ້ແກ່ການສືບຕໍ່ຈັດຕັ້ງປະຕິບັດບັນດາກິດຈະກໍາການຮ່ວມມືຂອງທະຫານອາຊຽນ. ພ້ອມນີ້, ໃນກອງປະຊຸມ ກອງທັບປະຊາຊົນລາວ ຍັງໄດ້ມອບໂອນການເປັນປະທານກອງປະຊຸມຫົວໜ້າສູ້ຮົບອາ ຊຽນ ຄັ້ງທີ 15 ໃຫ້ແກ່ ກອງທັບຂອງມາເລເຊຍ ສືບຕໍ່ເປັນປະທານ ໃນປີ 2025;

ກອງປະຊຸມຫົວໜ້າສູ້ຮົບອາຊຽນ ຄັ້ງທີ 14 ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ສ້າງສັນ ແລະ ມີເນື້ອໃນຄົບຖ້ວນ ເຊິ່ງເຮັດໃຫ້ກອງປະຊຸມຄັ້ງນີ້ ປະສົບຜົນສໍາເລັດຕາມລະດັບຄາດໝາຍ.

ຂໍ້ມູນ: ໜັງສືພິມກອງທັບ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version