Home ຂ່າວໜ້າໜຶ່ງ ອາຊຽນ ແລກປ່ຽນທັດສະນະກ່ຽວກັບການເສີມສ້າງ ການຮ່ວມມືຂອງຂະແໜງສືບຂ່າວ

ອາຊຽນ ແລກປ່ຽນທັດສະນະກ່ຽວກັບການເສີມສ້າງ ການຮ່ວມມືຂອງຂະແໜງສືບຂ່າວ

0

ໃນວັນທີ 3 ກັນຍາ 2024 ນີ້, ກອງທັບປະຊາຊົນລາວ ໄດ້ຮັບກຽດເປັນເຈົ້າພາບ ແລະ ປະທານກອງປະຊຸມ ຫົວໜ້າສືບຂ່າວທະຫານອາຊຽນ ຄັ້ງທີ 21 (AMIM) ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ບົວວັນ ອາດຖະໜາໄຊ ຫົວໜ້າກົມ 213 ກອງທັບປະຊາຊົນລາວ, ມີຫົວໜ້າສືບຂ່າວທະຫານຂອງກອງທັບບັນດາປະເທດອາຊຽນ, ຕີມໍແລັດສະເຕ ໃນນາມເປັນປະເທດສັງເກດ ການເຂົ້າຮ່ວມ.

ໂອກາດນີ້, ທ່ານ ພົນຈັດຕະວາ ບົວວັນ ອາດຖະໜາໄຊ ຫົວໜ້າກົມ 213 ກອງທັບປະຊາຊົນລາວ ໄດ້ໃຫ້ຮູ້ວ່າ: ອາຊີຕາວັນອອກສ່ຽງໃຕ້ ແມ່ນໜຶ່ງໃນເຂດຍຸດທະສາດທີ່ສໍາຄັນທາງດ້ານພູມສາດການເມືອງ, ການທະ ຫານ ແລະ ເສດຖະກິດ-ສັງຄົມໃນພາກພື້ນ. ປັດຈຸບັນ ພາກພື້ນ ແລະ ໃນໂລກ ຍັງສືບຕໍ່ປະເຊີນໜ້າກັບໄພຂົ່ມຂູ່ ແລະ ສິ່ງທ້າທາຍຕໍ່ຄວາມໝັ້ນຄົງທັງ ແບບເກົ່າ ແລະ ໃໝ່ ເຊິ່ງສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ສັນຕິພາບ, ສະຖຽນລະພາບທາງດ້ານການເມືອງ, ຄວາມໝັັ້ນຄົງ ແລະ ການພັດທະນາຂອງພາກພື້ນ. ສະນັ້ນ, ອາຊຽນພວກເຮົາຈະຕ້ອງໄດ້ສືບຕໍ່ຮ່ວມມືໃນການຮັບມືກັບສິ່ງທ້າທາຍດັ່ງກ່າວ. ກອງປະຊຸມຄັ້ງນີ້, ຍັງເປັນໂອກາດດີສໍາລັບອາຊຽນ ເພື່ອແລກປ່ຽນທັດສະນະກ່ຽວກັບການເສີມສ້າງ ການຮ່ວມມືຂອງຂະແໜງການສືບຂ່າວທະຫານອາຊຽນ ເພື່ອປະ ກອບສ່ວນເຂົ້າໃນການພົວພັນຮ່ວມມືດ້ານປ້ອງກັນຊາດຂອງອາຊຽນ ແລະ ເພື່ອປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງພາກພື້ນ ເຊິ່ງສອດຄ່ອງກັບເນື້ອໃນຈິດໃຈລວມຂອງຄໍາຂວັນກອງປະຊຸມຜູ້ບັນ ຊາການທະຫານສູງ ສຸດອາຊຽນ, ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ບັນດາກອງປະຊຸມປີ່ນ ອ້ອມ ໃນປີນີ້ ທີ່ວ່າ: “ຮ່ວມມືກັນ ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງອາຊຽນ”.

ພ້ອມນີ້, ກອງປະຊຸມ ຍັງໄດ້ປືກສາຫາລື ແລະ ຮັບຮອງຮ່າງຖະແຫລງການຮ່ວມກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 21 ເຊິ່ງເປັນເອກະສານໜຶ່ງທີ່ສໍາຄັນ ແລະ ເປັນພື້ນຖານໃຫ້ແກ່ການສົ່ງເສີມການຮ່ວມມືຂອງ ທະຫານອາຊຽນ.

ຂ່າວ: ແສງເດືອນ

ຮູບ: ໄພນາລິນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version