Home ຂ່າວການເມືອງ ຮອງນາຍົກລັດຖະມົນຕີ ຕ້ອນຮັບ ເລຂາທິການໃຫຍ່ອາຊຽນ ເຂົ້າຢ້ຽມພົບປະ

ຮອງນາຍົກລັດຖະມົນຕີ ຕ້ອນຮັບ ເລຂາທິການໃຫຍ່ອາຊຽນ ເຂົ້າຢ້ຽມພົບປະ

0

ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຕ້ອນຮັບການເຂົ້າພົບປະ ຂອງທ່ານ ກາວ ກິມ ຮຸມ ເລຂາທິການໃຫຍ່ອາຊຽນ ກ່ອນເຂົ້າຮ່ວມກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 18. ໃນວັນທີ 28 ສິງຫາ ນີ້ ທີ່ໂຮງແຮມລາດຊະວົງ ວັນດາ ວິສຕ້າ ນະຄອນຫຼວງວຽງຈັນ. ໂອກາດນີ້, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ແຈ້ງສະພາບ ແລະ ບັນຫາຕ່າງໆກ່ຽວກັບການກະກຽມຄວາມພ້ອມໃນການດໍາເນີນກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 18 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຊຶ່ງມາຮອດປັດຈຸບັນແມ່ນໄດ້ມີຄວາມພ້ອມຮ້ອຍສ່ວນຮ້ອຍ.

ໃນໂອກາດດັ່ງກ່າວ, ທ່ານເລຂາທິການໃຫຍ່ອາຊຽນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ພ້ອມທັງຕີລາຄາສູງຕໍ່ການກະກຽມເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 18 ຂອງ ສປປ ລາວ, ກອງປະຊຸມຄັ້ງນີ້ ໄດ້ມີບົດບາດສໍາຄັນໃນການຊຸກຍູ້ບັນດາກົນໄກທີ່ຂຶ້ນກັບ ໂດຍສະເພາະແມ່ນກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ແລະ ກອງປະຊຸມຫົວໜ້າກົມຕຳຫຼວດກວດຄົນ ເຂົ້າ-ອອກເມືອງ ແລະ ຫົວໜ້າພະແນກກົງສູນຂອງກະຊວງການຕ່າງປະເທດອາຊຽນ ຈັດຕັ້ງປະຕິບັດການຮ່ວມມືພາຍໃຕ້ກົນໄກຂອງຕົນຢ່າງເປັນປົກກະຕິຕໍ່ເນື່ອງ ປະກອບສ່ວນຮັບປະກັນຄວາມສະຫງົບປອດໄພ, ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃນພາກພື້ນໃຫ້ນັບມື້ດີຂຶ້ນ ພ້ອມທັງ ອວຍພອນໃຫ້ການດໍາເນີນກອງປະຊຸມຄັ້ງນີ້ ສໍາເລັດໄປດ້ວຍຜົນສໍາເລັດຢ່າງຈົບງາມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version