Home ຂ່າວການເມືອງ ນາຍົກລັດ​ຖະ​ມົນ​ຕີ ຕ້ອນຮັບ ລັດ​ຖະ​ມົນ​ຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ

ນາຍົກລັດ​ຖະ​ມົນ​ຕີ ຕ້ອນຮັບ ລັດ​ຖະ​ມົນ​ຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ

0

ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພົທ ເລືອງ ຕາມ ກວາງ ກຳມະການກົມການເມືອງສູນກາງພັກ​ກ​ອມ​ມູ​ນິດ​ຫວຽດ​ນາມ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 27 ສິງຫານີ້ ທີ່ສໍານັກງານນາຍົກລັດ​ຖະ​ມົນ​ຕີ, ໃນໂອກາດທີ່ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ລະຫວ່າງ ການນຳຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ໃນການຈັດຕັ້ງປະຕິບັດແຜນການຮ່ວມມື ປະຈຳປີ 2024 ແລະ ກຳນົດທິດທາງແຜນການຮ່ວມມື ປະຈໍາປີ 2025.

ໂອກາດດັ່ງກ່າວ, ທ່ານ ນາຍົກ ກໍໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍ ຕໍ່ຄະນະນຳກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ໃນການມາຢ້ຽມຢຽມ ແລະ ເຮັດວຽກຢູ່ ສປປ ລາວ ເວົ້າລວມ, ເວົ້າສະເພາະກໍແມ່ນການເຮັດວຽກຮ່ວມກັບກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນບາດກ້າວທີ່ສໍາຄັນໃນການຍົກສູງການພົວພັນຮ່ວມມືຮອບດ້ານ ລະຫວ່າງ ສອງກຳລັງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ ໃຫ້ເລິກເຊິ່ງ, ກວ້າງຂວາງ, ມີໝາກຜົນຍິ່ງໆຂຶ້ນ ທັງເປັນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ພ້ອມນີ້, ທ່ານນາຍົກ ໄດ້ເນັ້ນໜັກໃຫ້ສອງກຳລັງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ ສືບຕໍ່ເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອສະຫງ່າງາມ ໃຫ້ໝັ້ນຄົງຂະໜົງແກ່ນ, ສືບຕໍ່ຮັດແໜ້ນສາຍພົວພັນແບບພິເສດ-ການຮ່ວມມືຮອບດ້ານ ໃຫ້ເລິກເຊິ່ງ ກວ້າງຂວາງ ສຸມໃສ່ພັດທະນາສອງກຳລັງໃຫ້ເຕີບໃຫຍ່ເຂັ້ມແຂງ, ຮັບປະກັນໃຫ້ສອງປະເທດ ລາວ-ຫວຽດນາມ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບປອດໄພ, ປະຊາຊົນສອງຊາດໄປ-ມາຫາສູ່ກັນຢ່າງສະດວກສະບາຍ, ສ້າງຄວາມເຂັ້ມແຂງໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຍິ່ງໆຂື້ນ.

ທ່ານ ພົທ ເລືອງ ຕາມ ກວາງ ກໍໄດ້ສະແດງ ຄວາມຂອບໃຈຕໍ່ ທ່ານ ສອນໄຊ ສີພັນດອນ ແລະ ພາກສ່ວນທີ່ ກ່ຽວຂ້ອງ ແຫ່ງ ສປປ ລາວ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະໜິດສະໜົມ ໃນຄັ້ງນີ້, ພ້ອມທັງ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້, ໃຫ້ທ່ານ ນາຍົກລັດຖະມົນຕີຮັບຊາບ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version