Home ຂ່າວພາຍໃນ ກອງພົນທີ 2 ປາຖະກະຖາ ມູນເຊື້ອ 2 ວັນປະຫວັດສາດ

ກອງພົນທີ 2 ປາຖະກະຖາ ມູນເຊື້ອ 2 ວັນປະຫວັດສາດ

0

ກອງພົນທີ 2 ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດຄື: ວັນສ້າງຕັ້ງແນວລາວສ້າງຊາດ 13 ສິງຫາ 1950 ແລະ ວັນຍຶດອຳນາດ (23 ສິງຫາ 1945-23 ສິງຫາ 1975) ໃນວັນທີ 22 ສິງຫາ 2024 ໂດຍການເປັນປະທານຂອງທ່ານ ພັນໂທ ຈັນສຸກ ໄມຈັນແກ້ວ ຮອງຫົວໜ້າຫ້ອງການເມືອງ, ມີບັນດາຄະນະຫ້ອງ, ພະແນກການ, ພະນັກງານ-ນັກຮົບໃນ 5 ອົງການ ແລະ ກອງຮ້ອຍປ້ອງກັນທີ່ຕັ້ງເຂົ້າຮ່ວມ.

ການປາຖະກະຖາຄັ້ງນີ້, ໂດຍທ່ານ ພັນໂທ ສີບຸນເຮືອງ ທອງປະເສີດ ຫົວໜ້າພະແນກໂຄສະນາ-ອົບຮົມ ຫ້ອງການເມືອງ ຊຶ່ງໄດ້ບັນຍາຍເອກະສານມູນເຊື້ອ 2 ວັນປະຫວັດສາດ ໂດຍໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ແລະ ມູນເຊື້ອຂອງວັນດັ່ງກ່າວ ໂດຍສະເພາະ ວັນສ້າງຕັ້ງແນວລາວສ້າງຊາດ ຊຶ່ງແມ່ນອົງການຈັດຕັ້ງໜຶ່ງທີ່ມີມູນເຊື້ອໃນການເຄື່ອນໄຫວເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ ໂດຍຖືເອົາຄວາມສາມັກຄີປອງດອງທົ່ວປວງຊົນໃນຊາດ ໂດຍມີພັກເປັນແກນນຳ ໃນການສ້າງກ້ອນກຳລັງຄວາມສາມັກຄີຢ່າງກວ້າງຂວາງດ້ວຍຫລາຍຮູບຫລາຍສີ ເພື່ອສຶກສາອົບຮົມການເມືອງແນວຄິດ ໃຫ້ປະຊາຊົນລາວບັນດາເຜົ່າ, ປຸກລະດົມນໍ້າໃຈຮັກຊາດ, ຮັກລະບອບໃໝ່ຕິດພັນກັບການເປັນເຈົ້າຂອງປະເທດຊາດ ຂອງປະຊາຊົນລາວບັນດາເຜົ່າ ເຮັດໃຫ້ແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍຂອງລັດຊຶມເລິກເຂົ້າໃນໝູ່ມະຫາຊົນ, ຊຸກຍູ້ຂະບວນການເຄື່ອນໄຫວປະຕິວັດ ຂອງມະຫາຊົນເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ.

ສຳລັບມູນເຊື້ອວັນຍຶດອຳນາດ ແມ່ນໝາກຜົນແຫ່ງໄຊຊະນະໃນການຕໍ່ສູ້ອັນຍືດເຍື້ອຍາວນານ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ທີ່ເຕັມໄປດ້ວຍຄວາມພິລະອາດຫານ, ເສຍສະຫລະຊີວິດເລືອດເນື້ອ ຂອງປະຊາຊົນລາວບັນດາເຜົ່າ, ທັງແມ່ນໝາກຜົນຂອງການນຳໃຊ້ 3 ບາດຄ້ອນຍຸດທະສາດ ໃນການຕໍ່ສູ້ບຸກໂຈມຕີສັດຕູ ແລະ ການນຳໃຊ້ທິດສະດີມາກ-ເລນິນ ຢ່າງປະດິດສ້າງ ແລະ ແທດເໝາະກັບຈຸດພິເສດ, ສະພາບເງື່ອນໄຂຂອງປະເທດລາວ, ເປັນການໄຂສັງກາດໃໝ່ອັນສະຫວ່າງສະໄຫວ ທີ່ປະຊາຊົນລາວ ກໍຄືຊາວນະຄອນຫລວງວຽງຈັນ ໄດ້ມີຄວາມເປັນເອກະລາດ, ອໍານາດອະທິປະໄຕ, ເປັນເຈົ້າຕົນເອງ, ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ພາຍຫລັງໄດ້ຮັບໄຊຊະນະໃນການຍຶດອໍານາດ ສໍາເລັດການໂຄ່ນລົ້ມລະບອບສັກດີນາລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່ ສ້າງຕັ້ງລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລ້ວການປະຕິວັດໄດ້ກ້າວຂຶ້ນສູ່ໄລຍະໃໝ່ ປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດ.

ໂອກາດນີ້, ທ່ານ ພັນໂທ ຈັນສຸກ ໄມຈັນແກ້ວ ໄດ້ຍົກໃຫ້ເຫັນເຖິງມູນເຊື້ອຄວາມສາມັກຄີ ຂອງປະຊາຊົນລາວບັນດາເຜົ່າ ໃນພາລະກິດການຕໍ່ສູ້ກູ້ຊາດ ຢ່າງພິລະອາດຫານ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພ້ອມທັງຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ສືບຕໍ່ນຳພາ-ຊີ້ນຳ ສຶກສາອົບຮົບການເມືອງແນວຄິດ ໃຫ້ພະນັກງານ-ນັກຮົບ ໃຫ້ກຳແໜ້ນມູນເຊື້ອ ແລະ ແນວທາງແຜນນະໂຍບາຍຂອງພັກ ກົດໝາຍຂອງລັດ ແນ່ໃສ່ເຮັດໃຫ້ພະນັກງານນັກຮົບມີແນວຄິດການເມືອງໜັກແໜ້ນ ແລະ ສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດນະໂຍບາຍຂອງພັກ-ລັດ ວາງອອກໃຫ້ຖືກຕ້ອງ ສອດຄ່ອງ, ເຊີດຊູນ້ຳໃຈເພິ່ງຕົນເອງ ກຸ້ມຕົ້ນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງສີວິໄລ ປະຊາຊົນຮັ່ງມີຜາສຸກ.

ຂ່າວ: ຄໍາຮັກ ໄຊວັນທອນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version