Home ແຈ້ງການສໍາຄັນ ແຈ້ງເຕືອນໄພນໍ້າຖ້ວມຊຸ ແລະ ດິນເຈືື່ອນ ວັນທີ 24 ສິງຫາ 2024

ແຈ້ງເຕືອນໄພນໍ້າຖ້ວມຊຸ ແລະ ດິນເຈືື່ອນ ວັນທີ 24 ສິງຫາ 2024

0

ຮ່ອງຄວາມກົດດັນອາກາດຕໍ່າ ຫລືຮ່ອງຝົນ ຍັງພາດຜ່ານຢູ່ເຂດ ພາກເໜືອຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກ ສ່ຽງໃຕ້ພັດປົກຄຸມ. ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ທົົ່ວໄປໃນແຕ່ລະພາກ ແລະ ຈະຕົກໜັກ ຢູ່ບາງທ້ອງຖິ່ນ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນຢູ່ບັນດາແຂວງພາກເໜືອ ແລະ ພາກກາງ ເຊັ່ນ: ແຂວງຜົ້ງສາລີ, ຫົວພັນ, ບໍໍ່ແກ້ວ, ອຸດົມໄຊ, ຫລວງນໍ້າທາ, ຫລວງພະບາງ, ໄຊຍະບູລີ ແລະ ແຂວງວຽງຈັນ. ຈົົ່ງມີສະຕິລະມັດລະວັງຕໍໍ່ສະພາບຝົນຕົກ ໜັກຕິດຕໍໍ່ກັນຫລາຍມື້ທີ່ຈະເຮັດໃຫ້ມີດິນເຈືື່ອນ, ຕົ້ນໄມ້ໃຫຍ່ຫັກລົ້ມ, ນໍ້າຖ້ວມຊຸ, ນໍ້າຖ້ວມຍື່ງ ແລະ ທາງສັນຈອນຂາດ ທີ່ຈະເກີດຂຶ້ນໄດ້ໃນ ໄລຍະນີ້. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍໍ່ເນືື່ອງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version