Home ຂ່າວໜ້າໜຶ່ງ ປະທານປະເທດ ສະເໜີໃຫ້ແພດໝໍສ້າງຕົນໃຫ້ເປັນ “ແພດປະຕິວັດ” ທີ່ມີມາດຕະຖານນັບມື້ນັບສູງຂຶ້ນ

ປະທານປະເທດ ສະເໜີໃຫ້ແພດໝໍສ້າງຕົນໃຫ້ເປັນ “ແພດປະຕິວັດ” ທີ່ມີມາດຕະຖານນັບມື້ນັບສູງຂຶ້ນ

0

ໃນໂອກາດຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫລັກແຫລ່ງຂະແໜງສາທາລະນະສຸກ ໃນວັນທີ 22 ສິງຫາ 2024 ທີ່ໂຮງໝໍມະໂຫສົດ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ໄດ້ສະເໜີໃຫ້ຖັນແຖວແພດໝໍ ຮັກສານາມມະຍົດ “ນັກຮົບເສື້ອຂາວ” ເພື່ອສ້າງຕົນໃຫ້ເປັນ “ແພດປະຕິວັດ” ທີ່ມີມາດຕະຖານນັບມື້ນັບສູງຂຶ້ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ທີ່ນັບມື້ນັບສູງຂອງສະພາບການຂອງປະເທດເຮົາ, ທັງກຽມພ້ອມຮັບມືກັບສິ່ງທ້າທາຍທີ່ອາດຈະເກີດຂຶ້ນ, ຂະແໜງການສາທາລະນະສຸກ, ແພດ, ໝໍ, ພະຍາບານ ຕ້ອງເປັນຜູ້ສະດຸ້ງໄວ, ຮຽນຮູ້ສິ່ງໃໝ່ໆຢູ່ທຸກເວລາ, ຕິດຕາມສະພາບການ ແລະ ນຳທັນສະຖານະການ ດ້ານການປ້ອງກັນພະຍາດ ແລະ ປິ່ນປົວພະຍາດໃຫ້ທັນການ.

ພ້ອມນີ້, ໃຫ້ສືບຕໍ່ປະຕິບັດນະໂຍບາຍສາທາລະນະສຸກທົ່ວປວງຊົນ, ຖືເອົາວຽກງານອະນາໄມ ກັນພະຍາດ ແລະ ສົ່ງເສີມສຸຂະພາບ ເປັນຕົ້ນຕໍ, ຖືເອົາວຽກງານປິ່ນປົວ ແລະ ສະໜອງການບໍລິການສຸຂະພາບ ຢ່າງທົ່ວເຖິງ, ມີຄຸນນະພາບ ຍຸຕິທໍາ ແລະ ສະເໝີພາບ ເປັນສໍາຄັນ; ໂຄສະນາສຸຂະສຶກສາ, ສະໜອງຂໍ້ມູນຂ່າວສານ ແລະ ສ້າງຄວາມເຂົ້າໃຈ, ຄວາມຕື່ນຕົວ ໃນການຮັກສາສຸຂະພາບ ຂອງປະຊາຊົນ ໃຫ້ນັບມື້ນັບກວ້າງຂວາງ, ໃຫ້ເປັນວຽກງານປະຈຳ, ຊ່ວຍໃຫ້ພົນລະເມືອງຮູ້ຂໍ້ມູນໃໝ່ໆຢ່າງເປັນປົກກະຕິ ໂດຍຜ່ານພາຫະນະສື່ມວນຊົນ ໃຫ້ຫລາຍຂຶ້ນ; ປັບປຸງກອງທຶນປະກັນສຸຂະພາບ ໃຫ້ເຂັ້ມແຂງ, ມີປະສິດທິພາບ, ຮັບປະກັນ ໃຫ້ປະຊາຊົນ ເຂົ້າເຖິງການບໍລິການ ທີ່ນັບມື້ນັບທົ່ວເຖິງ ໄປພ້ອມກັບການສືບຕໍ່ປັບປຸງຕາໜ່າງສາທາລະນະສຸກ ອອກສູ່ທ້ອງຖິ່ນ, ຊົນນະບົດ, ເຂດພູດອຍ, ເຂດຫ່າງໄກສອກຫລີກ ໃຫ້ກວ້າງອອກ ແລະ ທົ່ວເຖິງ; ຍົກສູງຄຸນນະພາບ ຂອງການບໍລິການສຸຂະພາບ ຢູ່ໂຮງໝໍຂັ້ນຕ່າງໆ, ຫັນໂຮງໝໍສູນກາງ ແລະ ໂຮງໝໍແຂວງຈໍານວນໜຶ່ງ ໄປສູ່ຄວາມທັນສະໄໝ ເທື່ອລະກ້າວ, ທັງທາງດ້ານພື້ນຖານໂຄງລ່າງ, ອຸປະກອນການແພດ ແລະ ປະກອບບຸກຄະລາກອນທີ່ເກັ່ງ, ຊໍານິຊໍານານ, ມີມາດຕະຖານນັບມື້ນັບສູງຂຶ້ນ; ລະບົບການບໍລິຫານຈັດການຂອງໂຮງໝໍ ຕ້ອງຫັນໄປນໍາໃຊ້ລະບົບໄອທີໃຫ້ໄດ້, ສ້າງໃຫ້ໂຮງໝໍ ສາມາດກຸ້ມຕົນເອງເທື່ອລະກ້າວທາງດ້ານງົບປະມານ; ຊຸກຍູ້ສົ່ງເສີມການສົມທົບການປີ່ນປົວຢາຫລວງ ແລະ ຢາພື້ນເມືອງ (ການແພດສະໄໝໃໝ່ ແລະ ການແພດພື້ນເມືອງ); ເອົາໃຈໃສ່ພັດທະນາໂຮງງານຜະລິດຢາຂອງລັດ ແລະ ເອກະຊົນທີ່ມີແລ້ວພາຍໃນປະເທດ ໃຫ້ພຽງພໍກັບການນໍາໃຊ້ ຄຽງຄູ່ກັບການຮັກສາມາດຕະຖານທີ່ມີຢູ່ ແລະ ປັບປຸງຄຸນນະພາບ ໃຫ້ຫຍັບເຂົ້າມາດຕະຖານພາກພື້ນ ແລະ ສາກົນເທື່ອລະກ້າວ; ປັບປຸງອົງການອາຫານ ແລະ ຢາ (ອຢ) ໃຫ້ປະຕິບັດໜ້າທີ່ໃຫ້ມີປະສິດທິຜົນສູງຂຶ້ນ ເພື່ອຊ່ວຍໃຫ້ພົນລະເມືອງລາວຫລັກຈາກອາຫານເປັນພິດ, ຢາບໍ່ໄດ້ມາດຕະຖານ, ຄຸນນະພາບ ທີ່ເປັນອັນຕະລາຍຕໍ່ສຸຂະພາບຂອງພົນລະເມືອງ; ເອົາໃຈໃສ່ ຕິດຕາມ, ກວດກາ, ຄຸ້ມຄອງ, ຈັດສັນ ບັນດາໂຮງໝໍ ແລະ ຄລີນິກເອກະຊົນໃຫ້ເປັນລະບົບ, ທັງເສີມຂະຫຍາຍບົດບາດຄວາມເປັນເຈົ້າການ ຂອງໂຮງໝໍເອກະຊົນ ໃນການສະໜອງບໍລິການກວດສຸຂະພາບ ແລະ ປິ່ນປົວພະຍາດ ໃຫ້ມີຄຸນນະພາບ ແລະ ລາຄາສົມເຫດສົມຜົນ ເພື່ອໃຫ້ປະຊາຊົນສາມາດເຂົ້າເຖິງ ແລະ ມີທາງເລືອກຫລາຍຂຶ້ນ; ແຕ່ເວລາດຽວກັນ ກໍຕ້ອງຄຸ້ມຄອງດ້ານຈັນຍາ ບັນ-ຈັນຍາທຳ ບໍ່ໃຫ້ກາຍເປັນການກົດຂີ່ຂູດຮີດ ໃນການບໍລິການປີ່ນປົວຄົນເຈັບ; ສືບຕໍ່ເປັນເຈົ້າການຮ່ວມມືກັບຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ປະເທດເພື່ອນມິດ ເພື່ອພັດທະນາວຽກງານສາທາລະນະສຸກ ໃຫ້ເຂັ້ມແຂງ.

ໃນຕອນທ້າຍ, ທ່ານປະທານປະເທດ ຍັງກ່າວຄວາມເຊື່ອວ່າ: ແພດໝໍ ແມ່ນເປັນຜູ້ປ້ອງກັນມະນຸດ ບໍ່ໃຫ້ເຈັບບໍ່ໃຫ້ໄຂ້, ຖ້າກໍລະນີມີຄົນເຈັບໄຂ້ໄດ້ປ່ວຍ, ແພດໝໍ ເປັນຜູ້ກອບກູ້ເອົາຊີວິດໄວ້ ນີ້ຄືຄວາມພິເສດຂອງຄວາມເລີດລໍ້າຂອງຜູ້ມີບຸນຄຸນຕໍ່ມວນມະນຸດ, ຢ່າລືມວ່າຜູ້ທີ່ເຮັດບໍ່ໃຫ້ຄົນເຈັບເປັນ ຫລື ກູ້ເອົາຊີວິດຄົນໄດ້ໜຶ່ງຄົນ ຖືວ່າເຮົາໄດ້ສ້າງບຸນກຸສົນ ໄດ້ມາໃສ່ຕົວຂອງແພດ ໄດ້ໜຶ່ງກອງບຸນໃຫຍ່ ແລະ ກອບກູ້ໄດ້ຫລາຍຄົນເທົ່າໃດ ບຸນກຸສົນ ຈະໄດ້ມາໃສ່ຕົນຫລາຍເທົ່ານັ້ນ, ເວັ້ນເສຍແຕ່ຜູ້ທີ່ເສຍໄດ້ດ້ວຍສາເຫດສຸດວິໄສ, ຂໍຢ່າທໍ້ຖອຍຕໍ່ການກະທຳດີ, ມີມະນຸດ ສະທຳ ແລະ ມີຈັນຍາບັນປະຈຳໃຈຂອງຄວາມເປັນແພດໝໍ-ຜູ້ກອບກູ້ເອົາຊີວິດຂອງມະນຸດຕໍ່ໄປ.

ໃນໂອກາດນີ້, ທ່ານ ດຣ ບຸນແຝງ ພູມມະໄລສີດ ລັດຖະມົນຕີ ກະຊວງສາທາລະນະສຸກ ກໍໄດ້ລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ ຜ່ານມາ ໂດຍສະເພາະ ການສຸມໃສ່ໃນການຜັນຂະ ຫຍາຍຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ເຊິ່ງຂະແໜງສາທາລະນະສຸກພວກເຮົາ ກໍາລັງສຸມໃສ່ຈັດຕັ້ງປະຕິບັດ ແຜນພັດທະນາສາທາລະນະສຸກ ປະຈໍາປີ 2024 ທີ່ເປັນການຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງ ສາ ທາລະນະສຸກ ສະໄໝທີ IX ກໍຄືແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ IX (2021-2025) ແລະ ຍຸດທະສາດປະຕິຮູບສາທາລະນະສຸກ ໄລຍະ III ທີ່ໄດ້ຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຂອງພັກ ມາເປັນແຜນງານ, ໂຄງການລະອຽດ ໃນຂະແໜງສາທາລະນະສຸກ ໂດຍເລັ່ງໃສ່ການປັບປຸງຄຸນນະພາບການ ບໍລິການສາທາລະນະສຸກ ແລະ ການບັນລຸຄາດໝາຍ ຕົວຊີ້ບອກຕ່າງໆ ຂອງບັນດາ 7 ແຜນງານ ລວມທັງ 11 ຕົວຊີ້ບອກທີ່ສະພາແຫ່ງຊາດໄດ້ຮັບຮອງ. ຄຽງຄູ່ກັນນີ້, ການກະກຽມ ແລະ ການດໍາເນີນ ກອງປະຊຸມໃຫຍ່ 3 ຂັ້ນ ສະໄໝທີ IX ຂອງອົງຄະນະພັກ ກະຊວງສາທາລະນະສຸກ ໄດ້ສຳເລັດກອງປະຊຸມໃຫຍ່ 34 ຮາກຖານພັກ ແລະ 2 ຄະນະພັກຮາກຖານ ຂອງຈໍານວນ ທັງໝົດ 91 ຮາກຖານພັກ ແລະ 6ຄະນະພັກຮາກຖານ, ຊຶ່ງຄາດຄະເນ ຈະສໍາເລັດທຸກໜ່ວຍ ພັກ ແລະ ຄະນະພັກ ຮາກຖານ ໃນທ້າຍປີ 2024 ແລະ ກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກກະຊວງ ຈະສາມາດຈັດຂຶ້ນ ພາຍໃນຕົ້ນປີ 2025 ຕາມແຜນ.

ຂ່າວ: ສົມຫວັງ

ພາບ: ອ່າຍຄໍາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version