ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈັດພິທີປະກາດກາດຈັດຕັ້ງໃນວັນທີ 12 ກັນຍາ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາສະມາຊິກພັກ-ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ຕາງໜ້າໃຫ້ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດໃຫ້ພະນັກງານການນໍາຂັ້ນສູງອອກພັກ ການຮັບອຸດໜູນບຳນານ ສະບັບເລກທີ 586/ຄລສພ, ລົງ ວັນທີ 23/06/2025 ໂດຍຕົກລົງໃຫ້ ສະຫາຍ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ອອກພັກການຮັບອຸດໜູນບຳນານ; ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍ ການແຕ່ງຕັ້ງບັນດາຫົວໜ້າກົມ, ຄວບຕໍາແໜ່ງເປັນເລຂານຸການປະຈໍາເລຂາທິການສູນກາງພັກ ໂດຍໄດ້ແຕ່ງຕັ້ງບັນດາຫົວໜ້າກົມຄື: ສະຫາຍ ບຸນເພັງ ຈັນທະດາລາ ເປັນຫົວໜ້າຫ້ອງ ການ ຄອສພ, ສະຫາຍ ນາງພວງມະລີ ອັກຄະມຸນຕີ ຫົວໜ້າກົມຈັດຕັ້ງ-ພະນັກງານ, ສະຫາຍ ສະຫວ່າງ ດາລາແສນ ຫົວໜ້າກົມກວດກາ, ສະຫາຍ ອານົງສັງ ອິນທະວົງ ຫົວໜ້າກົມໂຄສະນາ, ສະຫາຍ ຄໍາກອງ ທໍາມະເທວາ ຫົວໜ້າກົມອົບຮົມ, ສະຫາຍ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ, ສະຫາຍ ວັນລາຕີ ຄໍາວານວົງສາ ຫົວໜ້າບັນນາທິການໃຫຍ່ວາລະ ສານອາລຸນໃໝ່, ສະຫາຍ ນາງ ພອນທິບ ສີຈະເລີນ ຫົວໜ້າຫ້ອງການສະພາທິດສະດີສູນກາງພັກ, ສະຫາຍ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ, ສະຫາຍ ບົວໄລ ພານຸວົງ ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດ, ສະຫາຍ ນາງ ສິມມະນີ ແກ້ວແກ່ນ ອໍານວຍການໃຫຍ່ໂທລະພາບ ແຫ່ງຊາດ, ສະຫາຍ ວັນນະສິນ ສິມມະວົງ ຜູ້ອໍານວຍການໃຫຍ່ສໍານັກຂ່າວສານປະເທດລາວ, ສະຫາຍ ນາງ ພອນສະຫວັນ ທິແກ້ວ ຫົວໜ້າບັນນາທິການໃຫຍ່ໜັງສືພິມພາສາຕ່າງປະເທດ, ທັງໄດ້ແຕ່ງຕັ້ງ ສະຫາຍ ສົມປະສົງ ພົງປະເສີດ ເປັນຫົວໜ້າກົມ ຄວບຕໍາແໜ່ງເປັນເລຂານຸການ ປະຈໍາເລຂານຸການ ຫົວໜ້າ ຄອສພ ແລະ ແຕ່ງຕັ້ງ ສະຫາຍ ສີວັນ ຫອມໄຊຍະເດດ ເປັນຮັກສາການບັນນາທິການໃຫຍ່ໜັງສືພິມປະຊາຊົນ.
ຈາກນັ້ນ ສະຫາຍ ນາງພວງມະລີ ອັກຄະມຸນຕີ ຫົວໜ້າກົມຈັດຕັ້ງ-ພະນັກງານ, ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການແບ່ງຄວາມຮັບຜິດຊອບ ຂອງຄະນະໂຄສະນາອົບຮົມສູນກາງພັກ, ຜ່ານມະຕິຕົກລົງ ວ່າດ້ວຍການຍຸບ ແລະ ຮັບຮອງ ບັນດາໜ່ວຍພັກ, ຄະນະພັກຮາກຖານຢູ່ພາຍໃນອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ, ຜ່ານຂໍ້ຕົກລົງ ວ່າດ້ວຍການຍຸບພະແນກ ແລະ ຮັບຮອງບັນດາພະແນກຂອງບັນດາກົມ, ທຽບເທົ່າກົມຢູ່ພາຍໃນ ຄອສພ, ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ພະນັກງານອອກ ພັກການ-ຮັບອຸດໜູນບຳນານ, ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຮັກສາການຫົວໜ້າບັນນາທິການໜັງສືພິມປະຊາຊົນ.
ພ້ອມນີ້, ສະຫາຍ ຄໍາພັນ ເຜີຍຍະວົງ ຍັງໄດ້ໃຫ້ກຽດໂອ້ລົມ ໂດຍມີເນື້ອໃນບາງຕອນວ່າ: ຕໍ່ກັບບັນດາສະຫາຍທີ່ເຂົ້າຮັບອຸດໜູນບຳນານໃນຄັ້ງນີ້, ໄລຍະຜ່ານມາ ໄດ້ປະກອບສ່ວນ ເຂົ້າໃນວຽກງານທີ່ຕົນເອງຮັບຜິດຊອບ ແລະ ມີຜົນສໍາເລັດໃນຫລາຍດ້ານເປັນກ້າວໆມາ ຊຶ່ງສະແດງໃຫ້ເຫັນວ່າ ບັນດາສະຫາຍໄດ້ເຮັດສຳເລັດໜ້າທີ່ຢ່າງສົມກຽດ, ຜົນງານ ແລະ ຄຸນງາມຄວາມດີ ຂອງບັນດາສະຫາຍ ຖືເປັນບົດຮຽນອັນລໍ້າຄ່າຈາລຶກໄວ້ໃນຄວາມຊົງຈໍາຂອງພວກເຮົາ ແລະ ພະນັກງານຮຸ່ນຫລັງຕະຫລອດໄປ, ຕໍ່ກັບບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ແລະ ການເລື່ອນຊັ້ນເລື່ອນຕຳແໜ່ງໃໝ່ ລ້ວນແຕ່ແມ່ນຜູ້ມີມາດຖານເງື່ອນໄຂຄົບຖ້ວນ, ເປັນຜູ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້ຄວາມສາມາດ ແລະ ບົດຮຽນໃນການຈັດຕັ້ງປະຕິບັດວຽກຕົວຈິງມາແລ້ວ ໃຫ້ພວກສະຫາຍສືບຕໍ່ມູນເຊື້ອ ແລະ ຕ້ອງໄດ້ພັດທະນາຕົນເອງໃນການໄປຍົກລະດັບຄວາມຮູ້ໃຫ້ສູງ ໃຫ້ທັນກັບຄວາມຮຽກຮ້ອງຕ້ອງການຂອງໜ້າການເມືອງທີ່ຕົນເອງຮັບຜິດຊອບ. ພາຍຫລັງການປັບປຸງກົງຈັກໃນເທື່ອນີ້ແລ້ວ, ໃຫ້ບັນດາສະຫາຍເລຂາໜ່ວຍພັກ, ຫົວໜ້າກົມໃນ ຄອສພ ສືບຕໍ່ສຸມໃສ່ປັບປຸງກົງຈັກການຈັດຕັ້ງຂັ້ນພະແນກ ຂອງຕົນໃຫ້ມີຜົນສໍາເລັດໂດຍໄວ, ໃຫ້ບັນສະຫາຍຫລັກແຫລ່ງຢູ່ໃນທຸກກົມ ສຶກສາອົບຮົມການເມືອງແນວຄິດພະນັກ ງານ-ລັດຖະກອນ ໃຫ້ເຂົ້າໃຈແຈ້ງຕື່ມ ກ່ຽວກັບຈຸດປະສົງ ແລະ ເປົ້າໝາຍ ຂອງການປັບປຸງກົງຈັກການ ຈັດຕັ້ງໃນຄັ້ງນີ້, ໃຫ້ສືບຕໍ່ຂຶ້ນແຜນຈັດຕັ້ງຝຶກອົບຮົມ, ບຳລຸງ-ກໍ່ສ້າງພະນັກງານໂຄສະນາອົບຮົມ, ພະນັກງານທີ່ເຮັດວຽກງານສື່ມວນຊົນ ທັງສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມຮູ້ຄວາມສາມາດສູງ, ມີຄວາມຊຳນານງານ (ເປັນມືອາຊີບ) ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ ໂດຍເລີ່ມຈາກການຝຶກອົບຮົມວິຊາສະເພາະຢູ່ພາຍໃນ ເປັນຕົ້ນຕໍ, ຈັດຕັ້ງຊຸດຮຽນ ທິດສະດີການເມືອງ ຢ່າງເປັນລະບົບຕໍ່ເນື່ອງ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ສືບຕໍ່ສ້າງການຫັນປ່ຽນຢ່າງແຂງແຮງ ທາງດ້ານເນື້ອໃນ ແລະ ຮູບການ ໃນການເຄື່ອນໄຫວວຽກງານໂຄສະນາອົບຮົມ ແລະ ສື່ມວນຊົນ ເພື່ອສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ ແລະ ເອົາໃຈໃສ່ວຽກງານອື່ນໆ.