Home ຂ່າວໜ້າໜຶ່ງ ເປີດກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ ແລະ ເຈົ້າໜ້າທີ່ອາວຸໂສຂອງ ກອງປະຊຸມສຸດຍອດອາຊີຕາເວັນອອກ

ເປີດກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ ແລະ ເຈົ້າໜ້າທີ່ອາວຸໂສຂອງ ກອງປະຊຸມສຸດຍອດອາຊີຕາເວັນອອກ

0

ໃນວັນທີ 22 ສິງຫາ 2024, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະ ເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ເປັນປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ທີ່ຫລວງພະບາງ ສປປ ລາວ.

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງກອງປະຊຸມສຸດຍອດອາຊີຕາເວັນອອກໃນຄັ້ງນີ້, ໄດ້ທົບທວນການຈັດຕັ້ງຜັນຂະຫຍາຍຜົນ ຂອງກອງປະຊຸມລັດຖະມົນຕີຕ່າງປະ ເທດອາຊຽນບວກສາມ ຄັ້ງທີ 25 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 14 ທີ່ໄດ້ຈັດຂຶ້ນໃນວັນທີ 27 ກໍລະກົດ 2024 ທີ່ ນະຄອນຫລວງວຽງຈັນ, ພ້ອມທັງໄດ້ປຶກສາຫາລືເພື່ອກະກຽມດ້ານຕ່າງໆ ໃຫ້ແກ່ກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 27 ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 19 ທີ່ຈະຈັດຂຶ້ນໃນເດືອນຕຸລາ 2024 ທີ່ ນະຄອນຫລວງວຽງຈັນ, ສປປ ລາວ ເຊິ່ງຈະມີບັນດາຜູ້ນໍາອາຊຽນ ແລະ ຄູ່ເຈລະຈາອາຊຽນ ເຂົ້າຮ່ວມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version