Home ແຈ້ງການສໍາຄັນ ແຈ້ງເຕືອນໄພນໍ້າຖ້ວມຊຸ ແລະ ດິນເຈືື່ອນ ວັນທີ 22 ສິງຫາ 2024

ແຈ້ງເຕືອນໄພນໍ້າຖ້ວມຊຸ ແລະ ດິນເຈືື່ອນ ວັນທີ 22 ສິງຫາ 2024

0

ຮ່ອງຄວາມກົດດັນອາກາດຕໍ່າ ຫລືຮ່ອງຝົນ ໄດ້ພາດຜ່ານຢູ່ເຂດ ພາກເໜືອ ລົງຫາ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ທີ່ມີກໍາລັງແຮງປານກາງພັດປົກຄຸມ. ຊຶ່ໄດ້ເຮັດໃຫ້ມີ ຝົນຕົກໜັກຕິດຕໍ່ກັນຫລາຍວັນ ແລະ ຝົນຍັງຈະສືບຕໍ່ຕົກໃນລະດັບ ປານກາງ ຫາ ຕົກໜັກຢູ່ທົ່ວໄປໃນແຕ່ລະພາກ ໃນໄລຍະວັນທີ 22 – 24 ສິງຫາ 2024 ນີ້.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນຢູ່ບັນດາແຂວງພາກເໜືອ ເຊັ່ນ: ແຂວງຜົ້ງສາລີ, ບໍ່ແກ້ວ, ອຸດົມໄຊ, ຫລວງນໍ້າທາ ແລະ ໄຊຍະບູລີ. ຈົ່ງມີສະຕິລະມັດລະວັງ ຕໍ່ສະພາບຝົນຕົກໜັກ ທີ່ຈະເຮັດໃຫ້ມີດິນເຈືື່ອນ, ຕົ້ນໄມ້ໃຫຍ່ຫັກລົ້ມ, ນໍ້າຖ້ວມຊຸ, ນໍ້າຖ້ວມຍື່ງ ແລະ ທາງສັນຈອນຂາດ ທີີ່ຈະເກີດຂຶ້ນໄດ້ໃນໄລຍະ ນີ້. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນືື່ອງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version