Home ຂ່າວກິລາ ທີມນ້ອງທັນວາຟາມ ຄອງແຊັມກະຕໍ້ ຊີງຂັນປະທານສະຫະພັນກິລາກະຕໍ້-ຊິນລອນແຫ່ງຊາດ ຄັ້ງທີ I

ທີມນ້ອງທັນວາຟາມ ຄອງແຊັມກະຕໍ້ ຊີງຂັນປະທານສະຫະພັນກິລາກະຕໍ້-ຊິນລອນແຫ່ງຊາດ ຄັ້ງທີ I

0

ທີມນ້ອງທັນວາຟາມ ສາມາດຍາດໄດ້ທີ1 (ແຊັມ) 2 ລາຍການ ໃນການແຂ່ງຂັນກິລາກະຕໍ້ ຊີງຂັນປະທານສະຫະພັນກິລາກະຕໍ້ ແລະ ຊິນລອນແຫ່ງຊາດ ຄັ້ງທີ I ປະຈຳປີ 2024

ພິທີປິດການແຂ່ງຂັນຈັດຂຶ້ນ ໃນວັນທີ 18 ສິງຫາ 2024 ທີ່ສູນກິລາໃນຮົ່ມໂອແລມປາເຊຍ ວິທະຍາເຂດດົງໂດກ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບຫຼຽນ, ຂັນຊະນະເລີດ ແລະ ເງິນລາງວັນ ໂດຍທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ), ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ທັງເປັນປະທານສະຫະພັນກິລາກະຕໍ້ ແລະ ຊິນລອນແຫ່ງຊາດ, ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ, ຮອງປະທານ ແລະ ເລຂາທິການ ຄອລ, ທ່ານ ສຸພົນ ຈັນທະວີໄຊ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ລັດວິສາຫະກິດໂທລະຄົມມະນາຄົມ ມະຫາຊົນ, ຮອງປະທານ ສະຫະພັນກະຕໍ້ ແລະ ຊິນລອນແຫ່ງຊາດ ພ້ອມດ້ວຍຄະນະບໍລິຫານງານສະຫະພັນ, ກຳມະການຕັດສິນ, ນັກກິລາ ແລະ ກອງເຊຍ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມຢ່າງຄຶກຄື້ນ.

ການແຂ່ງຂັນລາຍການນີ້ ມີການຊີງໄຊກັນທັງໝົດ 4 ລາຍການ ຄື: ປະເພດຄູ່ຊາຍ ຮຸ່ນອາຍຸ 18 ປີ ມີ 8 ພາກສ່ວນ, ປະເພດຄູ່ຍິງທົ່ວໄປ ມີ 6 ທີມ, ຄູ່ຊາຍທົ່ວໄປມີ 18 ທີມ ແລະ ປະເພດທີມ 4 ຄົນຊາຍ ມີ 13 ທີມ, ໃນນັ້ນ ມີນັກກິລາ ຈຳນວນ 140 ກວ່າຄົນ ຈາກ 3 ແຂວງ ປະກອບມີ ແຂວງຫຼວງພະບາງ, ຈຳປາສັກ ແລະ ແຂວງສະຫວັນນະເຂດ ນອກນັ້ນຍັງມີບັນດາທີມອ້ອມຂ້າງນະຄອນຫຼວງວຽງຈັນເຂົ້າຮ່ວມ ຜ່ານການແຂ່ງຂັນເປັນເວລາ 4 ວັນ ຜົນປະກົດວ່າ:

ລາຍການທີມຄູ່ຊາຍ ຮຸ່ນເຍົາວະຊົນອາຍຸບໍ່ເກີນ 18 ປີ: ທີ1 ແຂວງຈຳປາສັກ, ທີ 2 ແຂວງສະຫວັນນະເຂດ ແລະ ທີ 3 ຮ່ວມ ທີມຄລີນິກປົວແຂ້ວ ພັດທະນາ ແລະ ສະຖາບັນກິລາ-ກາຍະກຳ . ລາຍການທີມຄູ່ຍິງ: ທີ1 ທີມຄລີນິກປົວແຂ້ວພັດທະນາ, ທີ 2 ສະຖາບັນກິລາ-ກາຍະກຳ ແລະທີ 3 ຮ່ວມທີມ ເດີວິນ ແລະ ທີມນ້ອງໃໝ່. ລາຍການຄູ່ຊາຍຮຸ່ນທົ່ວໄປ: ທີ1 ທີມນ້ອງ ທັນວາ ຟາມ, ທີ 2 ທີມນ້ອງ ເຈນນ້າ ສັງລຸຍ ແລະ ທີ 3 ຮ່ວມ ແຂວງຈຳປາສັກ ແລະ ທີມນ້ຳໃຈກິລາ. ລາຍການທີມ 4 ຄົນຊາຍ: ທີ1 ທີມນ້ອງທັນວາ ຟາມ, ທີ 2 ແຂວງສະຫວັນນະເຂດ ແລະ ທີ 3 ຮ່ວມ ທີມຊ້າງບິນ ແລະ ທີມເພື່ອນກັນ.

ການແຂ່ງຂັນຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນຫຼັກຈາກບໍລິສັດ ລັດວິສາຫະກິດໂທລະຄົມມະນາຄົມ ມະຫາຊົນ. (ພາບ-ຂ່າວ: ສົງການ ພັນແພງດີ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version