Home ຂ່າວຕ່າງປະເທດ ທ່ານນາງ ແພທອງທານ ຊິນນະວັດ ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີໄທ

ທ່ານນາງ ແພທອງທານ ຊິນນະວັດ ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີໄທ

0

ສຳນັກຂ່າວສານຫວຽດນາມ ປະຈຳ ບາງກອກ ລາຍງານ ເມື່ອບໍ່ດົນມານີ້ ວ່າ: ທ່ານ ວັນມູຫະໝັດ ນໍ ມະທາ ປະທານສະພາແຫ່ງຊາດໄທ ໄດ້ດຳເນີນກອງປະຊຸມຄົບຄະນະຂອງສະພາຜູ້ແທນຣາຊະດອນ 493 ຄົນ ເພື່ອເລືອກຕັ້ງນາຍົກລັດຖະມົນຕີຄົນໃໝ່.

ຂ່າວລະບຸວ່າ: ອີງຕາມກົດໝາຍວ່າດ້ວຍການເລືອກຕັ້ງຂອງໄທ, ທ່ານ ນາງ ແພທອງທານ ຊິນນະວັດ ຕ້ອງການຄະແນນສຽງສ່ວນຫຼາຍຂັ້ນຕ່ຳ ຫຼື 247 ສຽງ ເພື່ອຈະໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີ.

ໃນການລົງຄະແນນສຽງ, ທ່ານນາງ ແພທອງທານ ຊິນນະວັດ ໄດ້ຮັບ 319 ຄະແນນສຽງເຫັນດີ, 145 ສຽງຄັດຄ້ານ ແລະ 27 ສຽງຄັດຄ້ານ. ມີສະມາຊິກສະພາ 2 ທ່ານບໍ່ໄດ້ເຂົ້າຮ່ວມກອງປະຊຸມ. ດັ່ງນັ້ນ, ທ່ານນາງ ແພທອງທານ ຊິນນະວັດ ຈຶ່ງໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີໄທ ຄົນທີ 31 ແລະ ເປັນນາຍົກລັດຖະມົນຕີທີ່ໜຸ່ມທີ່ສຸດໃນປະເທດໄທ.

ທ່ານຍັງເປັນນາຍົກລັດຖະມົນຕີຜູ້ຍິງຄົນທີສອງໃນປະຫວັດສາດຂອງໄທ ແລະ ເປັນສະມາຊິກຄົນທີສາມຂອງຄອບຄົວຊິນນະວັດທີ່ດຳລົງຕຳແໜ່ງນີ້, ຖັດຈາກພໍ່ (ທ່ານ ທັກສິນ ຊິນນະວັດ) ແລະ ອາ (ທ່ານນາງ ຍິ່ງລັກ ຊິນນະວັດ).

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version