Home ຂ່າວການເມືອງ ທ່ານ ກິ່ງມະໂນ ພົມມະຫາໄຊ ເຂົ້າຮ່ວມກອງປະຊຸມສຸດຍອດຊາວໜຸ່ມ

ທ່ານ ກິ່ງມະໂນ ພົມມະຫາໄຊ ເຂົ້າຮ່ວມກອງປະຊຸມສຸດຍອດຊາວໜຸ່ມ

0

……

ໂດຍຕອບສະໜອງການເຊື້ອເຊີນ ຂອງ ທ່ານ ນາງ Alice Mak ຫົວໜ້າທະບວງພາຍໃນ ແລະ ຊາວໜຸ່ມ ເຂດປົກຄອງພິເສດ ຮົງກົງ ສປ ຈີນ, ໃນວັນທີ 10 ສິງຫາ ຜ່ານມາ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ນໍາພາຄະນະຜູ້ແທນ ແລະ ນັກສຶກສາລາວເຂົ້າຮ່ວມກອງປະຊຸມສຸດຍອດການພັດທະນາຊາວໜຸ່ມ ພາຍໃຕ້ຫົວຂໍ້: “Set Sail New Horizon” ໂດຍການເຂົ້າຮ່ວມ ແລະ ກ່າວຄໍາເຫັນເປີດກອງປະຊຸມ ຂອງ ທ່ານ ຈອນ ລີ (Mr. Jonh KC Lee) ຫົວໜ້າຄະນະບໍລິຫານງານເຂດປົກຄອງພິເສດ ຮົງກົງ ສປ ຈີນ ແລະ ການເຂົ້າຮ່ວມຂອງຄະນະຜູ້ແທນຂັ້ນສູງຈາກ ສປ ຈີນ, ຊາອຸດິດ ອາຣັບບີ ແລະ ມາເລເຊຍ, ຂະແໜງການກ່ຽວຂ້ອງ ແລະ ພາກທຸລະກິດຂອງເຂດປົກຄອງພິເສດດັ່ງກ່າວ, ລວມທັງຄູ-ອາຈານ ແລະ ນັກສຶກສາຈາກບັນດາປະເທດ ຫຼາຍກວ່າ 1.000 ຄົນ.

ໃນກອງປະຊຸມສຸດຍອດການພັດທະນາຊາວໜຸ່ມດັ່ງກ່າວ, ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ຂຶ້ນກ່າວມີຄໍາເຫັນແລກປ່ຽນຕໍ່ກອງປະຊຸມກ່ຽວກັບ 5 ຍຸດທະສາດ ສໍາລັບການພັດທະນາຊາວໜຸ່ມ ແລະ ເຍົາວະຊົນຂອງ ສປປ ລາວ ຄື: 1. ການສຶກສາ, ກິລາ ແລະ ການຝຶກອົບຮົມ; 2. ສຸຂະພາບ ແລະ ສະຫວັດດີການ; 3. ວຽກເຮັດງານທໍາ ແລະ ການປະກອບການ; 4. ພັນທະພົນລະເມືອງ ແລະ ການມີສ່ວນຮ່ວມ ແລະ 5. ການປົກປ້ອງທາງສັງຄົມ ຊຶ່ງບັນດາຍຸດທະສາດດັ່ງກ່າວຈະສາມາດຈັດຕັ້ງປະຕິບັດໄດ້ຢ່າງເຕັມສ່ວນ ແລະ ສໍາເລັດຜົນຕາມຄາດໝາຍໄດ້ນັ້ນແມ່ນຮຽກຮ້ອງໃຫ້ມີການຮ່ວມມື ແລະ ການປະສານສົມທົບຢ່າງກົມກຽວຂອງພາກສ່ວນກ່ຽວຂ້ອງພາຍໃນ, ລວມທັງການຮ່ວມມື ແລະ ສະໜັບສະໜູນຈາກເພື່ອນມິດສາກົນ. ສະນັ້ນ, ສປປ ລາວ ໄດ້ຖືສໍາຄັນ ແລະ ປະກອບສ່ວນຢ່າງຕັ້ງໜ້າໃນການສົ່ງເສີມການຮ່ວມມືໃນວຽກງານການພັດທະນາຊາວໜຸ່ມໃນຂອບການຮ່ວມມືຊາວໜຸ່ມອາຊຽນ ເປັນຕົ້ນແມ່ນຂົງເຂດການສຶກສາ, ການຝຶກອົບຮົມທັກສະ ແລະ ການແລກປ່ຽນວັດທະນະທໍາ, ພ້ອມໄດ້ເຮັດວຽກຢ່າງຕັ້ງໜ້າກັບສາກົນໃນການສົ່ງເສີມການສຶກສາໃນໄວໜຸ່ມ, ການຝຶກອົບຮົມວິຊາຊີບ ແລະ ກາລະໂອກາດໃນການປະກອບການ. ໃນນາມປະທານອາຊຽນ 2024 ສປປ ລາວ ຖືສໍາຄັນໃນການເພີ່ມທະວີການເຊື່ອມໂຍງ ແລະ ຄວາມເຂັ້ມແຂງຂອງອາຊຽນ, ຮຽກຮ້ອງໃຫ້ທຸກພາກສ່ວນປະສານສົມທົບ ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດໃນວຽກງານການພັດທະນາຊາວໜຸ່ມຈະເປັນຜູ້ສືບທອດການພັດທະນາຂອງຂົງເຂດພາກພື້ນ ແລະ ສາກົນໃນຕໍ່ໜ້າ. ພ້ອມດຽວກັນນັ້ນ, ສປປ ລາວ ຢືນຢັນຄືນຄວາມໝາຍໝັ້ນໃນການເຮັດວຽກຮ່ວມກັນຢ່າງໃກ້ຊິດກັບລັດຖະບານ ສປ ຈີນ ກໍຄືເຂດປົກຄອງພິເສດຮົງກົງ ສປ ຈີນ ໃນການຜັນຂະຫຍາຍຂໍ້ລິເລີ່ມ: “ໜຶ່ງແລວໜຶ່ງເສັ້ນທາງ”, ໂດຍສະເພາະການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ສະບັບໃໝ່ (2024-2028) ທີ່ໄດ້ຮັບການລົງນາມໃນເດືອນຕຸລາ 2023 ໃຫ້ເປັນຮູບປະທໍາເທື່ອລະກ້າວ.

ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດການພັດທະນາຊາວໜຸ່ມຢູ່ເຂດປົກຄອງພິເສດ ຮົງກົງ ສປ ຈີນ ຄັ້ງນີ້,ທ່ານ ກິ່ງມະໂນ ພົມມະຫາໄຊ ຍັງໄດ້ຢ້ຽມຢາມສອງຝ່າຍ ຊຶ່ງໄດ້ພົບປະກັບຫົວໜ້າທະບວງພາຍໃນ ແລະ ຊາວໜຸ່ມ, ຫົວໜ້າທະບວງສຶກສາທິການ ແລະ ມູນນິທິຮົງກົງ-ອາຊຽນຂອງ ເຂດປົກຄອງພິເສດ ຮົງກົງ ສປ ຈີນ ຊຶ່ງສອງຝ່າຍ ລາວ ແລະ ຂະແໜງການກ່ຽວຂ້ອງຂອງເຂດປົກຄອງພິເສດດັ່ງກ່າວໄດ້ຢືນຢັນຄວາມໝາຍໝັ້ນໃນການປະສານສົມທົບ ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຊຸກຍູ້ສົ່ງເສີມການພົວພັນ ແລະ ການຮ່ວມມືໃນວຽກວານພັດທະນາການສຶກສາ, ກິລາ, ຊາວໜຸ່ມ, ກໍຄືການສົ່ງເສີມການໄປມາຫາສູ່ຊຶ່ງກັນ ແລະ ກັນ ຂອງ ພາກລັດ ແລະ ປະຊາຊົນໃຫ້ມີບາດກ້າວຂະຫຍາຍຕົວໃໝ່, ອັນຈະເປັນການສົ່ງເສີມການຮ່ວມມືດ້ານເສດຖະກິດກໍຄືການຄ້າ, ການລົງທຶນຢູ່ ສປປ ລາວ ແລະການສົ່ງເສີມການທ່ອງທ່ຽວລະຫວ່າງ ສປປ ລາວ ແລະ ເຂດປົກຄອງພິເສດຮົງກົງ ສປ ຈີນ ໃນຕໍ່ຫນ້າ.

ການຢ້ຽມຢາມເຂດປົກຄອງພິເສດ ຮົງກົງ ສປ ຈີນ ຄັ້ງນີ້ ຂອງ ຄະນະຜູ້ແທນລາວ ໄດ້ກາຍເປັນຂີດໝາຍສໍາຄັນສໍາລັບການພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ເຂດປົກຄອງພິເສດ ຮົງກົງ ສປ ຈີນ ອັນໄດ້ເປັນການຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຜົນການຢ້ຽມຢາມທາງການ ຢູ່ ສປປ ລາວ ຂອງ ທ່ານ ຈອນ ລີ ຫົວໜ້າຄະນະບໍລິຫານເຂດປົກຄອງພິເສດ ຮົງກົງ ສປ ຈີນ ໃນທ້າຍເດືອນກໍລະກົດ 2024 ຜ່ານມາ ໃຫ້ເປັນຮູບປະທໍາເທື່ອລະກ້າວ, ໂດຍສະເພາະການຊຸກຍູ້ສົ່ງເສີມການພົວພັນ ແລະ ຍາດແຍ່ງການຮ່ວມມື ຈາກເຂດປົກຄອງພິເສດດັ່ງກ່າວ ໃຫ້ແກ່ ສປປ ລາວ ໃນຂະແໜງການສຶກສາ ກໍຄືການພັດທະນາການສຶກສາ ແລະ ຊາວໜຸ່ມ ໃນຕໍ່ໜ້າ.

ຂ່າວ-ພາບ: ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version