Home ທຸລະກິດ ການຮ່ວມມື ຈີນ-ລາວ ຈະປະກອບສ່ວນຫລາຍກວ່າເກົ່າເຂົ້າໃນ ການພັດທະນາແບບສີຂຽວຂອງລາວ

ການຮ່ວມມື ຈີນ-ລາວ ຈະປະກອບສ່ວນຫລາຍກວ່າເກົ່າເຂົ້າໃນ ການພັດທະນາແບບສີຂຽວຂອງລາວ

0

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ກອງປະຊຸມ ຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນ ສະໄໝ ທີ 20 ໄດ້ກຳນົດເປົ້າໝາຍຕ່າງໆກ່ຽວກັບການລົງເລິກການປະຕິຮູບ ຢ່າງຮອບດ້ານຕື່ມອີກ, ໃນນັ້ນ, ລວມທັງການເລັ່ງການຫັນເປັນຮູບແບບ ສີຂຽວຢ່າງຮອບດ້ານໃນການພັດທະນາເສດຖະກິດສັງຄົມ.

ເມື່ອບໍ່ດົນມານີ້, ສູນກາງພັກຄອມມູນິດຈີນ ແລະ ລັດຖະບານຈີນ ໄດ້ເຜີຍແຜ່ ຄວາມເຫັນກ່ຽວກັບການເລັ່ງໃຫ້ຫັນເປັນຮູບແບບສີຂຽວ ຢ່າງຮອບດ້ານໃນການພັດທະນາເສດຖະກິດສັງຄົມ ເຊິ່ງເປັນຄັ້ງທຳອິດ ທີ່ລັດຖະບານຈີນ ວາງແຜນຢ່າງເປັນລະບົບກ່ຽວກັບການຫັນເປັນຮູບ ແບບສີຂຽວຢ່າງຮອບດ້ານ. ເອກະສານດັ່ງກ່າວຍັງໄດ້ສະເໜີການເພີ່ມ ທະວີການຮ່ວມມືສາກົນກ່ຽວກັບການຫັນເປັນຮູບແບບສີຂຽວ, ສ້າງຂະບວນການນຳໜ້າຕໍ່ການຫັນເປັນຮູບແບບສີຂຽວທົ່ວໂລກ ແລະ ເພີ່ມທະວີການແລກປ່ຽນດ້ານນະໂຍບາຍ ແລະ ການຮ່ວມມືຕົວຈິງ.

ຫລາຍປີມານີ້, ໃນຂະນະທີ່ ຈີນຊຸກຍູ້ການຫັນເປັນຮູບແບບສີຂຽວ ຂອງຕົນຢ່າງຕັ້ງໜ້າ, ຈີນຍັງໄດ້ເພີ່ມທະວີການຮ່ວມມືກັບຫລາຍປະເທດ ອາຊີຕາເວັນອອກສຽງໃຕ້ ໃນດ້ານພະລັງງານສີຂຽວ, ຊຸກຍູ້ການຊ່ວຍຊູຍູ້ ໜູນກັນດ້ວຍທ່າແຮງຂອງດ້ານຊັບພະຍາກອນຂອງແຕ່ລະຝ່າຍ. ໃນນັ້ນ, ພາຍໃຕ້ການຊີ້ນຳຂອງແຜນປະຕິບັດງານວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ, ການຮ່ວມມືດ້ານພະລັງງານສີຂຽວ ຈີນ-ລາວ ໄດ້ຊຸກຍູ້ການ ຫັນເປັນຮູບແບບສີຂຽວ ແລະ ກາກບອນຕ່ຳກໍຄືການພັດທະນາແບບ ຍືນຍົງຂອງລາວ.

ລາວເປັນໜຶ່ງໃນປະເທດທີ່ມີຊັບພະຍາກອນນ້ຳທີ່ອຸດົມສົມບູນທີ່ສຸດ ຢູ່ໃນພາກພື້ນອາຊີຕາເວັນອອກສຽງໃຕ້, ພະລັງງານທີ່ສະອາດ ແລະ ພະລັງງານໝູນວຽນແບບນີ້ໄດ້ຮັບຄວາມເອົາໃຈໃສ່ນັບມື້ນັບສູງຂຶ້ນໃນ ທົ່ວໂລກ. ຈີນເປັນແຫລ່ງທຶນໃຫຍ່ທີ່ສຸດ ແລະ ຄູ່ການຄ້າໃຫຍ່ອັນດັບ 2 ຂອງລາວ, ກໍແມ່ນຜູ້ເຂົ້າຮ່ວມ ແລະ ຜູ້ຊຸກຍູ້ຕົ້ນຕໍໃນການກໍ່ສ້າງເຂື່ອນ ໄຟຟ້າພະລັງງານນ້ຳຢູ່ປະເທດລາວ. ປັດຈຸບັນ, ວິສາຫະກິດຈີນ ໄດ້ລົງທຶນ ສ້າງເຂື່ອນໄຟຟ້າ 18 ແຫ່ງຢູ່ລາວເຊັ່ນ: ເຂື່ອນໄຟຟ້າພະລັງງານນ້ຳ ຕາມລ່ອງແມ່ນ້ຳອູ, ເຂື່ອນໄຟຟ້ານ້ຳລີກ 1-2 ແລະ ເຂື່ອນໄຟຟ້ານ້ຳງຽບ 2 ເປັນຕົ້ນ, ກຳລັງການຕິດຕັ້ງເຄື່ອງຈັກຜະລິດໄຟຟ້າມີເຖິງ 2.348 ເມກາວັດ ເຊິ່ງໄດ້ຊຸກຍູ້ການພັດທະນາໃນດ້ານຂະແໜງພະລັງງານໄຟຟ້າຂອງລາວ ຢ່າງຕໍ່ເນື່ອງ. ໂຄງການເຫລົ່ານີ້ບໍ່ພຽງແຕ່ໄດ້ສະໜອງພະລັງງານທີ່ສະອາດ ຢ່າງໝັ້ນທ່ຽງໃຫ້ແກ່ລາວເທົ່ານັ້ນ, ຍັງໄດ້ສ້າງໂອກາດວຽກເຮັດງານທຳໃຫ້ ແກ່ປະຊາຊົນທ້ອງຖິ່ນ ພ້ອມທັງໄດ້ສ້າງແລະ ບູລະນະເສັ້ນທາງ, ຂົວ, ໂຮງຮຽນ, ສວນສະໜຸກເດັກນ້ອຍ ແລະ ພື້ນຖານໂຄງລ່າງອື່ນໆໃຫ້ແກ່ ທ້ອງຖິ່ນຕ່າງໆຂອງລາວ ເຊິ່ງໄດ້ຊຸກຍູ້ການພັດທະນາເສດຖະກິດສັງຄົມ ຂອງທ້ອງຖິ່ນເຫລົ່ນັ້ນເປັນຢ່າງດີ.

ນອກຈາກນີ້ແລ້ວ, ຈີນຍັງໄດ້ດຳເນີນການຮ່ວມມືກັບລາວ ໃນຂົງເຂດ ພະລັງງານທີ່ສະອາດຕ່າງໆເຊັ່ນ: ການຜະລິດໄຟຟ້າດ້ວຍພະລັງງານ ແສງຕາເວັນ, ການຜະລິດໄຟຟ້າດ້ວຍພະລັງງານຈາກແຮງລົມເປັນຕົ້ນ. ຫວ່າງມໍ່ໆມານີ້, ວິສາຫະກິດຈີນ ແລະ ລັດຖະບານລາວ ໄດ້ຮ່ວມກັນລົງນາມ ໃນສັນຍາການພັດທະນາ ທີ່ຈະກໍ່ສ້າງສູນພະລັງງານທີ່ສະອາດເພື່ອເປັນ ບ່ອນລວມສູນການຜະລິດໄຟຟ້າດ້ວຍພະລັງງານຈາກແຮງລົມ, ພະລັງງານແສງຕາເວັນ, ພະລັງງານນ້ຳ ແລະ ການສະສົມພະລັງງານຢູ່ 3 ແຂວງທາງພາກເໜືອຂອງລາວ. ໃນນັ້ນ, ໂຄງການຜະລິດໄຟຟ້າດ້ວຍ ພະລັງງານແສງຕາເວັນໄລຍະ 1 ທີ່ກຳລັງຕິດຕັ້ງ 1.000 ເມກາວັດ ຢູ່ແຂວງອຸດົມໄຊ ທາງພາກເໜືອຂອງລາວ ກໍໄດ້ເຂົ້າສູ່ໄລຍະການ ກະກຽມແລ້ວ. ສ່ວນພິທີເຊັນສັນຍາໃນໄລຍະ 2 ຂອງໂຄງການດັ່ງກ່າວຄື ໂຄງການພະລັງງານໄຟຟ້າແສງຕາເວັນ ທີ່ມີກຳລັງຕິດຕັ້ງ 580 ເມກາວັດ ຢູ່ແຂວງຫລວງນ້ຳທາ ແລະ ພະລັງງານໄຟຟ້າແສງຕາເວັນ ທີ່ມີກຳລັງຕິດ ຕັ້ງ 420 ເມກາວັດ ຢູ່ແຂວງອຸດົມໄຊ ກໍໄດ້ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນຫວ່າງມໍ່ໆມານີ້. ພາຍຫລັງໂຄງການດັ່ງກ່າວໄດ້ສຳເລັດທັງໝົດ ແລະ ເລີ່ມຜະລິດກະແສໄຟຟ້າ, ຄາດວ່າປະລິມານໄຟຟ້າທີ່ເຊື່ອມຕໍ່ເຂົ້າລະບົບ ຕາໜ່າງໄຟຟ້າຈະບັນລຸ 1.600 ກວ່າລ້ານກິໂລວັດໂມງຕໍ່ປີ, ສາມາດປະຢັດ ຖ່ານຫີນ ໄດ້ປະມານ 5 ແສນ 1 ໝື່ນໂຕນຕໍ່ປີ ເຊິ່ງຈະຊ່ວຍຊຸກຍູ້ການຫັນ ເປັນຮູບແບບສີຂຽວ ແລະ ການພັດທະນາແບບຍືນຍົງທາງດ້ານ ເສດຖະກິດ-ສັງຄົມຂອງລາວ. ໂຄງການຜະລິດໄຟຟ້າດ້ວຍພະລັງງານ ແຮງລົມ ທີ່ວິສາຫະກິດຈີນ ເປັນຜູ້ຮັບເໝົາກໍ່ສ້າງໄດ້ກາຍເປັນໂຄງການ ຜະລິດໄຟຟ້າດ້ວຍພະລັງງານແຮງລົມທີ່ໃຫຍ່ທີ່ສຸດໃນພາກພື້ນອາຊີ ຕາເວັນອອກສຽງໃຕ້ ແລະ ກໍແມ່ນໂຄງການຜະລິດໄຟຟ້າດ້ວຍພະລັງງານ ລົມແຫ່ງທຳອິດພາຍໃນປະເທດລາວ. ໂຄງການດັ່ງກ່າວຕັ້ງຢູ່ແຂວງເຊກອງ ແລະ ແຂວງອັດຕາປື ທາງພາກໃຕ້ຂອງລາວ. ເມື່ອໂຄງການດັ່ງກ່າວໄດ້ສ້າງ ສຳເລັດຕາມແຜນແລ້ວ, ຕົ້ນຕໍຈະສົ່ງພະລັງງານໄຟຟ້າໄປຂາຍໃຫ້ ຫວຽດນາມ ເຊິ່ງຄັ້ງນີ້ແມ່ນລາວ ໄດ້ສົ່ງໄຟຟ້າທີ່ຜະລິດດ້ວຍພະລັງງານ ສີຂຽວໄປຕ່າງປະເທດເປັນຄັ້ງທຳອິດ ແລະ ຊ່ວຍເຮັດໃຫ້ລາວ ບັນລຸວິໄສທັດ ໝໍ້ໄຟອາຊີຕາເວັນອອກສຽງໃຕ້ຕື່ມອີກ.

ຄຽງຄູ່ກັບ ຈີນ ແລະ ລາວ ດຳເນີນໂຄງການຮ່ວມມືນັບມື້ນັບຫລາຍກວ່າ ເກົ່າ, ການຮ່ວມມືດ້ານພະລັງງານສີຂຽວລະຫວ່າງສອງປະເທດກໍໄດ້ນັບມື້ ນັບແໜ້ນແຟ້ນ ແລະ ມີປະສິດທິຜົນຫລາຍກວ່າເກົ່າ. ພາຍໃຕ້ການ ຊີ້ນຳຈາກຄວາມເຫັນກ່ຽວກັບການເລັ່ງການຫັນເປັນຮູບແບບສີຂຽວ ຢ່າງຮອບດ້ານໃນການພັດທະນາເສດຖະກິດສັງຄົມຂອງຈີນ ແລະ ແຜນ ປະຕິບັດງານວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ, ຈີນ ແລະ ລາວ ຈະຊອກຫາໂອກາດ ແລະ ຊ່ອງທາງການຮ່ວມມືດ້ານພະລັງງານສີຂຽວ ໃຫ້ຫລາຍກວ່າເກົ່າ ເພື່ອປະກອບສ່ວນຫລາຍກວ່າເກົ່າເຂົ້າໃນການ ພັດທະນາແບບສີຂຽວຂອງລາວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version