Home ຂ່າວການເມືອງ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ບູດາແປສ ຈັດງານສະແດງເຜີຍແຜ່ວັດທະນະທຳລາວ ໃນໂອກາດສະເຫຼີມສະຫຼອງ ຄົບຮອບ 57 ປີ ວັນສ້າງຕັ້ງອາຊຽນ

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ບູດາແປສ ຈັດງານສະແດງເຜີຍແຜ່ວັດທະນະທຳລາວ ໃນໂອກາດສະເຫຼີມສະຫຼອງ ຄົບຮອບ 57 ປີ ວັນສ້າງຕັ້ງອາຊຽນ

0

ເນື່ອງໃນໂອກາດຄົບຮອບ 57 ປີ ວັນສ້າງຕັ້ງສະມາຄົມບັນດາປະຊາຊາດ ອາຊີຕາເວັນອອກສຽງໃຕ້ ຫຼື ອາຊຽນ (8 ສິງຫາ 1967 – 8 ສິງຫາ 2024) ແລະ ເປັນໂອກາດວັນຄົບຮອບ 27 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ (23 ກໍລະກົດ 1997 – 23 ກໍລະກົດ 2024), ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຮົງກາຣີ ຮ່ວມກັບບັນດາສະຖານທູດ ອາຊຽນ ປະຈຳ ຮົງກາຣີ ໄດ້ພ້ອມກັນຈັດງານສະແດງວັດທະນະ ທຳຂຶ້ນ ທີ່ ໂຮງແຮມ Hilton ໃນ ນະຄອນຫລວງ ບູດາແປສ ເພື່ອເປັນການເຜີຍແຜ່ວັດທະນະທໍາໃຫ້ບັນດາຊາວຕ່າງປະເທດກໍຄືນາໆຊາດໄດ້ຮັບຊາບ ແລະ ຮັບຮູ້ເຖິງວັດທະນະທຳ ທີ່ເປັນເອກະລັກ ແລະ ມີລັກສະນະສະເພາະ ອາຊຽນ. ພາຍໃຕ້ການໃຫ້ກຽດເຂົ້າຮ່ວມເປັນແຂກກິດຕິມະສັກຂອງ ທ່ານ Mr. Ádám Stifter, ຜູ້ຊ່ວຍລັດຖະມົນຕີ, ຮັບຜິດຊອບປະເທດເຂດຕາເວັນອອກ, ກະຊວງການຕ່າງປະເທດ ແລະ ການຄ້າຮົງກາຣີ ຊຶ່ງທ່ານໄດ້ຂຶ້ນປະກອບຄຳເຫັນໂດຍໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຜົນງານຂອງອາຊຽນໃນໄລຍະຜ່ານ 57 ປີຜ່ານມາ ໃນການເປັນສູນກາງທາງດ້ານເສດຖະກິດຂອງພາກພື້ນ ແລະ ສາກົນ ທັງໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການຮ່ວມມື ລະຫວ່າງ ສະຫະພາບເອີຣົບກໍຄື ຮົງກາຣີກັບອາຊຽນໃນດ້ານຕ່າງໆລວມທັງດ້ານວັດທະນະທຳ ທີ່ມີບົດບາດສຳຄັນໃນການເພີ່ມທະວີສ້າງສາຍພົວພັນລະຫວ່າງລັດຖະບານກໍຄືປະຊາຊົນດ້ວຍກັນ, ທັງໄດ້ສັງເກດຕີລາຄາຄວາມທ້າທາຍຂອງສະພາບການປ່ຽນແປງສາກົນ ແລະ ຄວາມຈຳເປັນໃນການຮ່ວມມືກັນໃນປະຈຸບັນ, ນອກຈາກນັ້ນ ທ່ານຍັງໄດ້ຍົກໃຫ້ເຫັນເຖິງບົດບາດ ແລະ ການໃຫ້ຄວາມສຳຄັນໃນການ ການເສີມຂະຫຍາຍການຮ່ວມມືໃນດ້ານຕ່າງຕ່າງຜ່ານຊ່ອງທາງການທູດຂອງຮົງກາຣີກັບບັນດາປະເທດໃນພາກພື້ນອາຊຽນ ຊຶ່ງຮົງກາຣີເປັນປະເທດທຳອິດຈາກພາກພື້ນເອີລົບກາງ ແລະ ຕາເວັນອອກທີ່ສະແດງ ເຈດຈຳນົງ ເຂົ້າຮ່ວມສົນທິສັນຍາໄມຕີຈິດ ແລະ ການຮ່ວມມື ຫລື (TAC) ລວມທັງການໄດ້ເປີດສຳນັກງານສະຖານທູດຂອງຕົນໃນພາກພື້ນອາຊຽນເພີ່ມຂຶ້ນຕື່ມຊຶ່ງເປັນການຢືນຢັນວ່າ: ຮົງກາຣີມີຄວາມປາຖະໜາໃນການຮ່ວມມືກັບອາຊຽນໃຫ້ນັບມື້ນັບມີການຂະຫຍາຍຕົວເພີ່ມຂຶ້ນ.

ໃນໂອກາດດັ່ງກ່າວ ທ່ານ ຄຳພອນ ວົງສັນຕິ, ເອກອັກຄະ ລັດຖະທູດ ສປປ ລາວ ປະຈຳ ຮົງກາຣີ ໄດ້ໃຫ້ກຽດຂຶ້ນລັ່ນຄ້ອງ ແລະ ກ່າວເປີດງານ ຢ່າງເປັນທາງການ ໃນຖານະເປັນປະທານໝູນວຽນ ອາຊຽນ ປີ 2024, ໂດຍທ່ານໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາຂອງອາຊຽນ, ບົດບາດຄວາມສຳຄັນ ແລະ ການຮ່ວມມືໃນຂອບສອງຝ່າຍ ລະຫວ່າງ ອາຊຽນ ແລະ ສະຫະ ພາບເອີຣົບກໍຄືຮົງກາຣີ ທີ່ມີການຮ່ວມມືກັນຫລາຍຂຶ້ນໃນໄລຍະຜ່ານມາທາງດ້ານການຄ້າ, ການສຶກສາ, ວັດທະນະທຳ ແລະ ດ້ານອື່ນໆ ລວມທັງທິດທາງການຮ່ວມມືກັນໃນຕໍ່ໜ້າໃຫ້ຊາບໂດຍສັງເຂບ, ນອກຈາກນີ້ ຍັງໄດ້ຍົກໃຫ້ເຫັນເຖິງຜົນສຳເລັດໃນການເປັນປະທານໝູນວຽນອາຊຽນຂອງ ສປປ ລາວ ໃນໄລຍະຜ່ານມາໂດຍຫຍໍ້, ທັງແຈ້ງບູລິມະສິດຂອງການເປັນປະທານອາຊຽນປີ 2024 ຄື: “ເພີ່ມທະວີການເຊືຶ່ອມຈອດ ແລະ ສ້າງຄວາມເຂັ້ມ ແຂງອາຊຽນ” ຫລື ASEAN Enhancing connectivity and Resilence, ຊຶ່ງກົງກັບຈຸດປະສົງຂອງການຈັດງານສະຫຼອງວັນຄົບຮອບການສ້າງຕັ້ງ ອາຊຽນ ຄົບຮອບ 57 ປີ ໃນປີ 2024 ທັງຖືໂອກາດຈັດງານວາງສະແດງເຜີຍແຜ່ວັດທະນະທໍາ ອາຊຽນ ໃນໂອກາດດຽວກັນ. ການສະຫລອງຄົບຮອບວັນສ້າງຕັ້ງອາຊຽນແມ່ນໄດ້ປະຕິບັດເປັນປົກກະຕິທຸກປີ ໂດຍມີການສັບປ່ຽນກັນເປັນປະທານເປີດງານຕາມການໝູນວຽນຂອງປະເທດສະມາຊິກອາຊຽນໃນແຕ່ລະປີ ຊຶ່ງໄດ້ເຊື້ອເຊີນແຂກຈາກພາກສ່ວນກ່ຽວຂ້ອງທັງພາກລັດ ແລະ ເອກະຊົນເຂົ້າຮ່ວມ, ສະເພາະປີ 2024 ແມ່ນໄດ້ຮັບການຮ່ວມມື ແລະ ສະຫນັບສະໜູນທາງດ້ານສະຖານ ທີ່ ຈາກໂຮງແຮມ Hilton, ຊຶ່ງມີ່ທີ່ຕັ້ງ ຢູ່ເຂດໃຈກາງນະຄອນຫລວງ ບູດາແປສ ທີ່ມີນັກທ່ອງທ່ຽວຜ່ານໄປມາເປັນຈຳນວນຫລາຍ, ການຈັດງານດັ່ງກ່າວໄດ້ດໍາເນີນນັບແຕ່ວັນທີ 8 – 18 ສິງຫາ 2024 ຈຶ່ງຈະສໍາເລັດລົງ ເພື່ອເປີດໂອກາດໃຫ້ຊາວຕ່າງປະເທດໄດ້ສຶກສາຂໍ້ມູນ ແລະ ວັດທະນະທຳຂອງອາຊຽນທີ່ຈັດວາງສະແດງເປັນບູດຂອງແຕ່ລະປະເທດອາຊຽນໄວ້, ໃນຕອນທ້າຍ ທ່ານທູດ ຄຳພອນ ວົງສັນຕິ, ຕາງໜ້າໃຫ້ບັນດາທູດອາຊຽນ ອວຍພອນໃຫ້ການເປັນປະທານໝູນວຽນຂອງສະຫະພາບເອີຣົບຂອງຮົງກາຣີ ປະສົບຜົນສຳເລັດຕາມເປົ້າໝາຍທີ່ຕັ້ງໄວ້.

ສະເພາະສະຖານທູດ ສປປ ລາວ ປະຈຳຮົງກາຣີ ໃນປີ 2024 ໄດ້ມີການຈັດ ເຜີຍແຜ່ຂໍ້ມູນການທ່ອງທ່ຽວ, ວັດທະນະທຳການນຸ່ງຖື, ການສະແດງບົດຟ້ອນຊົນເຜົ່າກ້ຽວສຽງແຄນລາວຈາກທີມນັກສຶກສາລາວ ທີ່ໄດ້ຮັບທຶນການສຶກສາຈາກການຮ່ວມມືສອງຝ່າຍຂອງລັດຖະບານລາວ – ຮົງກາຣີ ກໍຄືສາກົນ, ທັງສະແດງການເປົ່າແຄນລາວຈາກນັກສິນລະປະຄົນ ຮົງກາຣີ ພ້ອມພຽງກັນເຜີຍແຜ່ຮີດຄອງປະເພນີອັນດີງາມ ເປັນເອກະລັກຂອງຊາດຊຶ່ງເຫັນວ່າ ໄດ້ຮັບຄວາມສົນໃຈ ແລະ ຕອບຮັບເປັນຢ່າງດີຈາກຜູ້ເຂົ້າຮ່ວມງານຢ່າງຫລວງຫລາຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version