Home ຂ່າວພາຍໃນ ເສີມຂະຫຍາຍມູນເຊື້ອ-ຜົນງານວຽກສື່ມວນຊົນ ແລະ ການພິມຈຳໜ່າຍ ໃນກອງທັບ ໃຫ້ມີການພັດທະນາ ຢ່າງບໍ່ຢຸດຢັ້ງ

ເສີມຂະຫຍາຍມູນເຊື້ອ-ຜົນງານວຽກສື່ມວນຊົນ ແລະ ການພິມຈຳໜ່າຍ ໃນກອງທັບ ໃຫ້ມີການພັດທະນາ ຢ່າງບໍ່ຢຸດຢັ້ງ

0

ວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ໂດຍສະເພາະ ແມ່ນສື່ສິ່ງພິມ ແລະ ສື່ເອເລັກໂຕຣນິກ, ສອງປະເພດສື່ມວນຊົນນີ້ ໄດ້ກາຍເປັນອາວຸດອັນແຫລມຄົມຂອງພັກ ແລະ ເປັນກໍາລັງແຮງສັງລວມຂອງສັງຄົມ ເຊິ່ງຍາມໃດກໍໄດ້ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນໄຊຊະນະລວມຂອງການປະຕິວັດລາວເຮົາຕະຫລອດມາ.

ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ກຳມະການຄະນະພັກກົມໃຫຍ່, ຫົວໜ້າກົມໂຄສະນາອົບ ຮົມ ກົມໃຫຍ່ການເມືອງກອງທັບ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກອງທັບ ໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີ (13 ສິງຫາ 1950-13 ສິງຫາ 2024) ວ່າ: ພາຍຫລັງພັກປະຊາຊົນປະຕິວັດລາວ ໄດ້ກຳນົດແນວທາງປ່ຽນແປງໃໝ່ຮອບດ້ານ, ມີຫລັກການຂອງພັກ, ວຽກງານສື່ມວນຊົນ ຍິ່ງມີບົດບາດສໍາຄັນໃນການເຜີຍແຜ່ແນວທາງປ່ຽນແປງໃໝ່ຂອງພັກ ລົງສູ່ທ້ອງຖິ່ນຮາກຖານປະຊາຊົນ ແລະ ເປີດກວ້າງການຮ່ວມມືກັບຕ່າງປະເທດ ນັບມື້ມີບາດກ້າວຂະຫຍາຍຕົວພົ້ນເດັ່ນຂຶ້ນໃນສັງຄົມ. ສະເພາະສື່ມວນຊົນກອງທັບໃນໄລຍະຜ່ານມາ, ໄດ້ຕັ້ງໜ້າປັບປຸງພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບ ເຂົ້າໃນການພັດທະນາວຽກງານດັ່ງກ່າວຕະຫລອດມາ ເປັນຕົ້ນແມ່ນໜັງສືພິມ, ວາລະສານປ້ອງກັນຊາດ, ວິທະຍຸກະຈາຍສຽງ ແລະ ໂທລະພາບກອງທັບ ໃຫ້ມີຄວາມຄົມແຫລມ, ຫລາກຫລາຍສີສັນ ແລະ ທັນສະໄໝຂຶ້ນເທື່ອລະກ້າວ ສ້າງຄວາມດຶງດູດຕໍ່ຜູ້ອ່ານ, ຜູ້ຟັງ ແລະ ຜູ້ຊົມ ຮັບໃຊ້ໜ້າທີ່ການເມືອງ ໃນຖານະເປັນກະບອກສຽງຂອງຄະນະພັກກະຊວງປ້ອງກັນປະເທດ ປະກອບສ່ວນອັນສໍາຄັນເຂົ້າໃນການປຸກລະດົມຊຸກຍູ້ການປະຕິບັດ 2 ໜ້າທີ່ຍຸດທະສາດ: ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ຕໍ່ກັບວຽກງານພິມຈຳໜ່າຍ: ໄລຍະຜ່ານມາ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການຄຸ້ມຄອງ, ຊຸກຍູ້ສົ່ງເສີມ, ສ້າງແຜນພັດທະນາວຽກງານພິມຈຳໜ່າຍ ໃຫ້ມີບາດກ້າວຂະຫຍາຍຕົວຂຶ້ນເລື້ອຍໆ ສາມາດຮັບໃຊ້ໜ້າທີ່ການເມືອງ, ທັງເປັນການເຜີຍແຜ່ຜົນງານດ້ານຊັບສິນທັງປັນຍາ, ສະໜອງຂໍ້ມູນຂ່າວສານຍຕ້ານຕ່າງໆໃຫ້ສັງຄົມ, ສ້າງວິໄສທັດ, ສຶກສາອົບຮົມຄຸນ ສົມບັດ, ແບບແຜນດຳລົງຊີວິດທີ່ປອດໃສ ໃຫ້ພະນັກງານ-ນັກຮົບ, ຫລຸດຜ່ອນບັນຫາ ແລະ ປະກົດການຫຍໍ້ທໍ້ທາງສັງຄົມ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄື ສ້າງກອງທັບ ໃຫ້ເປັນກອງທັບປະຕິວັດມີແບບແຜນທັນສະໄໝ.

ດັ່ງນັ້ນ, ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ຜົນງານການຈັດຕັ້ງປະຕິບັດວຽກງານຂອງສື່ມວນຊົນ ແລະ ການພິມຈຳໜ່າຍ: ຕ້ອງໄດ້ເອົາໃຈໃສ່ບໍາລຸງ-ກໍ່ສ້າງບຸກຄະລາກອນສື່ມວນຊົນ ແລະ ການພິມຈຳໜ່າຍ ໃຫ້ເປັນລະບົບຕໍ່ເນື່ອງ ແລະ ມີຄຸນນະພາບ, ຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່, ສິດ, ພາລະບົດບາດຂອງຕົນ ຢ່າງຈິງຈັງ ແລະ ໃຫ້ເກີດຜົນປະໂຫຍດສູງສຸດ; ສືບຕໍ່ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມມະຕິຂອງພັກ ແລະ ລະບຽບກົດໝາຍຂອງລັດ ໃຫ້ເລິກເຊິ່ງ, ເຖິງຖອງ ແລະ ແທດເຖິງກັບວຽກງານຕົວຈິງ; ສືບຕໍ່ປັບປຸງ, ພັດທະນາຕົນເອງ ໃຫ້ມີການຫັນປ່ຽນໄປສູ່ຄຸນນະພາບໃໝ່; ຕັ້ງໜ້າພັດທະນາ ໃຫ້ສົມກັບວ່າເປັນກະບອກສຽງທີ່ແຫລມຄົມຂອງພັກ, ລັດ ທີ່ແທ້ຈິງ ແລະ ເປັນເຄື່ອງມີຮັບໃຊ້ວຽກງານໂຄສະນາສ້າງຄວາມຮັບຮູ້, ເຂົ້າໃຈໃຫ້ແກ່ສັງຄົມ ໂດຍສະເພາະວຽກງານນໍາພາຂອງພັກ, ການຄຸ້ມຄອງຂອງລັດ ແລະ ເປັນເວທີສົ່ງເສີມ ແລກປ່ຽນບົດຮຽນ, ເປັນແຫລ່ງຂໍ້ມູນຂ່າວສານ, ສາລະຄວາມຮູ້ ແລະ ຕອບໂຕ້ຖ້ອຍທໍານອງຂອງກຸ່ມຄົນບໍ່ດີ; ເອົາໃຈໃສ່ພັດທະນາເນື້ອໃນ, ຮູບການ ແລະ ວິທີການເຄື່ອນໄຫວຂອງສື່ມວນຊົນ ແລະ ການພິມຈໍາໜ່າຍ ໃຫ້ສາມາດດຶງດູດຄວາມສົນໃຈຂອງຜູ້ອ່ານ, ຜູ້ຝັງ ແລະ ຜູ້ຊົມ. ພ້ອມທັງຮັບປະກັນຕາມ 4 ລັກສະນະຂອງຊື່ມວນຊົນ ຕາມແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດ ໝາຍຂອງລັດ; ສືບຕໍ່ສຸມໃສ່ໂຄສະນາ ຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນໄລຍະທ້າຍສະໄໝ ກໍຄື ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ຕິດພັນກັບການດໍາເນີນກອງປະຊຸມໃຫຍ່ 3 ຂຶ້ນຂອງພັກ, ຂະບວນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ການຝຶກແອບຮໍ່າຮຽນ, ປັບປຸງກໍ່ສ້າງກຳລັງ, ກຽມພ້ອມສູ້ຮົບ, ການຫັນລົງກໍ່ສ້າງຮາກຖານການເມືອງຕິດພັນກັບການສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຂະບວນກິລາກາຍະກຳ-ສິລະປະ-ວັນນະຄະດີ ແລະ ອື່ນໆ; ຍູ້ແຮງການໂຄສະນາບັນດາເຫດການສໍາຄັນຕ່າງໆຂອງພັກ, ຂອງຊາດ ແລະ ກອງທັບ, ເປັນຕົ້ນ ການຈັດຕັ້ງກະກຽມສະເຫລີມສະຫລອງ 3 ວັນປະຫວັດສາດ ໃນປີ 2025 ໃຫ້ບັນລຸຕາມແຜນການ.

ໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີ ນີ້, ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ໄດ້ອວຍພອນໄຊອັນປະເສີດມາຍັງການນໍາພັກ-ລັດ, ຄະນະນໍາກະຊວງປ້ອງກັນປະເທດ, ຄະນະນຳກົມໃຫຍ່ການເມືອງກອງທັບ, ຈົ່ງມີສຸຂະພາບເຂັ້ມແຂງ, ສືບຕໍ່ນໍາພາ-ຊີ້ນໍາ ວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ໃນກອງທັບ ໃຫ້ມີການພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ; ອວຍພອນມາຍັງຄະນະພັກ-ຄະນະບັນຊາ ບັນດາກົມກອງສື່ມວນຊົນໃນກອງທັບ, ໃຫ້ມີສຸຂະພາບເຂັ້ມແຂງ, ພ້ອມກັນສ້າງຜົນງານອັນໂດດເດັ່ນຍິ່ງຂຶ້ນກວ່າເກົ່າ ໃນການປະຕິບັດໜ້າທີ່ການເມືອງ ອັນມີກຽດສະຫງ່າຂອງຕົນ ແລະ ມີຜົນສໍາເລັດຢ່າງຈົບງາມ.

ຂ່າວ: ປູນາ ສຸດທະວົງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version