ໃນລະຫວ່າງວັນທີ 17-20 ທັນວາ 2025 ຜ່ານມາ, ຄະນະສະຫະພັນແມ່ຍິງກະຊວງການຕ່າງປະ ເທດ ນຳໂດຍ ທ່ານ ນາງ ວາດສະໜາ ພົມວິຫານ ພັນລະຍາລັດຖະມົນຕີ ກະຊວງການຕ່າງປະເທດ ສປປ ລາວ, ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ ພ້ອມດ້ວຍຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ສປປ ລາວ ແລະ ພັນລະຍາຄະນະນຳກະຊວງ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດ ວຽກຮ່ວມກັບ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ສສ ຫວຽດນາມ ທີ່ ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ຊຶ່ງການຢ້ຽມຢາມຄັ້ງນີ້, ເປັນການຢ້ຽມຢາມ ແລະ ແລກປ່ຽນປະຈຳປີ ຂອງສະຫະພັນແມ່ຍິງສອງ ກະຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ ເພື່ອຮັດແໜ້ນຄວາມສາມັກຄີ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ.
ໃນໂອກາດການຢ້ຽມຢາມຄັ້ງນີ້, ແມ່ຍິງຂອງສອງກະຊວງການຕ່າງປະເທດ ໄດ້ມີກອງປະຊຸມພົບປະ ແລະ ແລກປ່ຽນບົດຮຽນຮ່ວມກັນ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ວາດສະໜາ ພົມວິຫານ ພັນລະຍາ ລັດຖະມົນຕີຕ່າງປະເທດ ສປປ ລາວ ແລະ ທ່ານ ນາງ ເລ ຫງວຽດ ແອງ ພັນລະຍາ ລັດຖະມົນຕີຕ່າງປະເທດ ສສ ຫວຽດນາມ, ຊຶ່ງທັງສອງຝ່າຍໄດ້ແລກປ່ຽນສະພາບ ແລະ ການເຄື່ອນໄຫວ ຂອງສະຫະພັນແມ່ຍິງກະຊວງຂອງຕົນ ໃນໄລຍະຜ່ານມາ, ຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນການຮ່ວມມື ທີ່ໄດ້ຕົກລົງກັນໃນກອງປະຊຸມພົບປະຄັ້ງ ຜ່ານມາ. ໃນນັ້ນ, ແມ່ນວຽກງານສ້າງຄວາມເຂັ້ມແຂງແກ່ແມ່ຍິງກະຊວງການຕ່າງປະເທດ, ການເຄື່ອນໄຫວຂອງກຸ່ມ ແມ່ຍິງອາຊຽນ ທີ່ຮ່າໂນ້ຍ ແລະ ນະຄອນຫລວງວຽງຈັນ. ນອກນັ້ນ, ຍັງໄດ້ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ ຂອງແມ່ຍິງ ສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ.

ໂອກາດນີ້, ຄະນະສະຫະພັນແມ່ຍິງກະຊວງການຕ່າງປະເທດ ສປປ ລາວ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ນາງ ຫງວຽນ ທິ ຕວຽດ ປະທານສູນກາງສະຫະພັນແມ່ຍິງ ສສ ຫວຽດນາມ ເພື່ອເພີ່ມທະວີສາຍພົວພັນຮ່ວມມື, ຄວາມສາມັກຄີພິເສດ ຂອງສອງຊາດລາວ-ຫວຽດນາມ ກໍຄື ຂອງແມ່ຍິງສອງປະເທດ ໂດຍສະເພາະບົດບາດຂອງ ແມ່ຍິງ ໃນການພັດທະນາທາງດ້ານເສດຖະກິດ ແລະ ການທ່ອງທ່ຽວ. ພ້ອມກັນນີ້, ຍັງໄດ້ໄປຢ້ຽມຢາມສະຖານ ທີ່ທ່ອງທ່ຽວທາງທຳມະຊາດ ແລະ ວັດທະນະທຳ ຢູ່ ແຂວງກວາງນິງ.
ການແລກປ່ຽນຢ້ຽມຢາມຂອງ ສອງສະຫະພັນແມ່ຍິງກະຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ ເປັນກົນໄກການຮ່ວມມືທີ່ສຳຄັນໜຶ່ງ ໂດຍໄດ້ມີການຜັດປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ເປັນປະ ຈຳທຸກປີ, ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດແຕ່ປີ 2015 ເປັນຕົ້ນມາ.