Home ສຶກສາ ສະຖານທູດຍີ່ປຸ່ນ ຈັດງານລ້ຽງສໍາລັບນັກສຶກສາ

ສະຖານທູດຍີ່ປຸ່ນ ຈັດງານລ້ຽງສໍາລັບນັກສຶກສາ

0

ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ ຈັດງານລ້ຽງສໍາລັບນັກສຶກສາ ແລະ ອະດີດນັກສຶກສາໃນ “ໂຄງການທຶນການສຶກສາເພື່ອການພັດທະນາຊັບພະຍາກອນມະນຸດ (JDS)” ແລະ “ໂຄງການຜູ້ນຳໜຸ່ມ (YLP)” ໃນວັນທີ 31 ກໍລະກົດ, ທີ່ເຮືອນພັກທູດຍີ່ປຸ່ນ ນະຄອນຫຼວງວຽງຈັນ ມີ ທ່ານ ໂຄອິຊຶມິ ເອກອັກຄະຣາຊທູດຍີ່ປຸ່ນ ປະຈຳລາວ, ທ່ານ ພຸດ ສິມມາລາວົງ ອະດີດລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ປະທານສະມາຄົມມິດຕະພາບລາວ-ຍີ່ປຸ່ນ, ທ່ານ ບຸນແຝງ ພູມມະໄລສິດ ອະດີດລັດຖະມົນຕີກະຊວງສາທາລະນະສຸກ, ພ້ອມດ້ວຍແຂກຖືກເຊີນ ແລະ ນັກສຶກສາເຂົ້າຮ່ວມ.

ງານລ້ຽງດັ່ງກ່າວຈັດຂຶ້ນເພື່ອສະແດງຄວາມຍິນດີ ແລະ ໃຫ້ກໍາລັງໃຈນັກສຶກສາທີ່ກຳລັງຈະເດີນທາງໄປຍີ່ປຸ່ນ ພ້ອມທັງອວຍພອນໃຫ້ພວກເຂົາປະສົບຜົນສຳເລັດໃນການສຶກສາຮ່ຳຮຽນ ແລະ ໜ້າທີ່ວຽກງານ.

ໃນພິທີ ທ່ານ ໂຄອິຊຶມິ ເອກອັກຄະຣາຊທູດຍີ່ປຸ່ນ ປະຈຳລາວ, ໄດ້ກ່າວສະແດງຄວາມຍິນດີຕໍ່ນັກສຶກສາທີ່ກຳລັງຈະເດີນທາງໄປຍີ່ປຸ່ນ ພ້ອມທັງໃຫ້ກຳລັງໃຈນັກສຶກສາທຸກຄົນໃຫ້ນຳໃຊ້ໂອກາດອັນດີນີ້ເຂົ້າໃນການພັດທະນາຄວາມສາມາດ ຜ່ານການຮຽນຮູ້ຈາກສິ່ງແວດລ້ອມໃໝ່ໆ.

ໂອກາດນີ້ ທ່ານ ວິລາວົງ ຍຸບົນພາກ ພະນັກງານສັງກັດສະພາແຫ່ງຊາດ ເຊິ່ງຈະໄປສຶກສາທີ່ມະຫາວິທະຍາໄລໂດຊິຊະ (Doshisha University) ແລະ ທ່ານນາງ ດາລິວັນ ວົງພະຈັນ, ພະນັກງານສັງກັດກະຊວງສາທາລະນະສຸກ ເຊິ່ງຈະໄປສຶກສາທີ່ມະຫາວິທະຍາໄລນາໂກຢາ (Nagoya University) ໄດ້ຕາງໜ້າໃຫ້ນັກສຶກສາກ່າວຂອບໃຈຕໍ່ລັດຖະບານຍີ່ປຸ່ນ ແລະ ໃຫ້ຄໍາໝັ້ນສັນຍາວ່າຈະບຸກບືນເອົາໃຈໃສ່ເພື່ອໃຫ້ການສຶກສາຮ່ຳຮຽນປະສົບຜົນສຳເລັດ.

ໂຄງການ JDS ເປັນໂຄງການທີ່ສະໜອງທຶນການສຶກສາເປັນເວລາ 2 ປີ ສໍາລັບລະດັບປະລິນຍາໂທ ແລະ 3 ປີ ສຳລັບປະລິນຍາເອກໃຫ້ແກ່ລັດຖະກອນລາວ ທີ່ມີສ່ວນຮ່ວມໃນການພັດທະນາເສດຖະກິດ-ສັງຄົມ ເພື່ອສຶກສາຕໍ່ທີ່ປະເທດຍີ່ປຸ່ນ. ນັບແຕ່ເລີ່ມຕົ້ນໂຄງການໃນປີ 1999, ມີລັດຖະກອນລາວທີ່ໄດ້ຮັບທຶນການສຶກສານີ້ ຈຳນວນທັງໝົດຫຼາຍກວ່າ 500 ຄົນ.

ສ່ວນໂຄງການ YLP ມີເປົ້າໝາຍໃນການສົ່ງເສີມລັດຖະກອນໜຸ່ມໃຫ້ກາຍເປັນຜູ້ນໍາຂອງປະເທດໃນອະນາຄົດ. ນັບແຕ່ປີ 2001 ທີ່ເລີ່ມຕົ້ນໂຄງການ, ມີລັດຖະກອນລາວປະມານ 70 ຄົນທີ່ໄດ້ຮັບການສະໜັບສະໜູນຈາກໂຄງການດັ່ງກ່າວ ເຊິ່ງເປັນໂຄງການທີ່ສະໜອງທຶນການສຶກສາເປັນເວລາ 1 ປີ ເພື່ອສຶກສາລະດັບປະລິນຍາໂທໃນ 1 ຈາກ 5 ສາຂາວິຊາຄື: ນະໂຍບາຍພາກລັດ, ນະໂຍບາຍພາກລັດປະຈຳທ້ອງຖິ່ນ, ບໍລິຫານທຸລະກິດ, ກົດໝາຍ ແລະ ບໍລິຫານສາທາລະນະສຸກ. ຊຶ່ງນັກສຶກສາທີ່ຈະໄປຮຽນຕໍ່ປະເທດຍີ່ປຸ່ນໃນຄັ້ງນີ້ມີທັງໜົດ 22 ຄົນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version