ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ພ້ອມນັ້ນ, ຍັງມີການສອບເສັງເອົານັກສຶກສາເຂົ້າຮຽນຫລັກສູດນານາຊາດ, ຫລັກສູດຕໍ່ເນື່ອງ ປະລິນຍາຕີ ແລະ ຫລັກສູດຫລາຍທາງເລືອກ (ຈັດການສອນໃນວັນເສົາ, ວັນອາທິດ ແລະ ພາກຄໍ່າ) ໂດຍໄດ້ຈັດສອບເສັງຕ່າງຫາກ ຊຶ່ງຕົວເລກກຳນົດຄວາມສາມາດຮອງຮັບໄດ້ເຖິງ 8.000 ກວ່າຄົນ.
ທ່ານ ເດຊານຸລາດ ແສນດວງເດດ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ສຳພາດໃນວັນທີ 28 ກໍລະກົດ 2025 ກ່ຽວກັບການກະກຽມສອບເສັງຄັດເລືອກເອົານັກສຶກສາໃໝ່ເຂົ້າຮຽນໃນສົກຮຽນ 2025-2026 ນີ້ວ່າ: ມຊ ໄດ້ແຕ່ງຕັ້ງຄະນະຊີ້ນໍາລວມ ຊຶ່ງມີອະທິການບໍດີ ແລະ ຮອງອະທິການບໍດີເປັນປະທານ ແລະ ຮອງປະທານ, ມີຄະນະບໍດີ, ຜູ້ອໍານວຍການສະຖາບັນ, ສູນ ແລະ ຫົວໜ້າຫ້ອງການຕ່າງໆ ທີ່ກ່ຽວຂ້ອງເປັນຄະນະຮັບຜິດຊອບ ແລະ ກອງເລຂາ. ນອກຈາກນັ້ນ, ຄະນະຮັບຜິດຊອບຊີ້ນໍາລວມ ຍັງໄດ້ແຕ່ງຕັ້ງຄະນະອະນຸກຳມະການຮັບຜິດຊອບວຽກໃນແຕ່ລະດ້ານ ໂດຍນໍາໃຊ້ລະບົບລົງທະບຽນອອນລາຍໄລຍະ 1 ເດືອນ ນັບແຕ່ວັນທີ 7 ກໍລະກົດ ຫາ ວັນທີ 6 ສິງຫາ 2025, ມາຮອດວັນທີ 25 ກໍລະກົດນີ້ ມີຜູ້ມາລົງທະບຽນ 5.045 ຄົນ ຊຶ່ງຂັ້ນຕອນການສະໝັກສອບເສັງມີ 2 ຂັ້ນຕອນຫລັກ ຄື: 1 ສະໝັກສອບເສັງແບບອອນລາຍ ແລະ ຈ່າຍຄ່າທໍານຽມສອບເສັງຜ່ານທະນາຄານການຄ້າຕ່າງປະເທດລາວ BCLE One; 2 ມາຮັບເອົາບັດເຂົ້າຫ້ອງສອບເສັງຢູ່ສະໂມສອນ ມຊ (ວິທະຍາເຂດດົງໂດກ), ຄາດວ່າຈະມີຜູ້ສະໝັກສອບເສັງຫລາຍກວ່າປີຜ່ານມາ, ການສອບເສັງຈະໄດ້ຈັດໃນຮູບແບບສອບເສັງເຊິ່ງໜ້າ, ສອບເສັງແບບປາລະໄນ ເສັງພາຍໃນວັນດຽວຄື ວັນທີ 9 ສິງຫາ 2025 ໂດຍການສອບເສັງໄດ້ແບ່ງອອກເປັນ 2 ກຸ່ມຄື: ກຸ່ມ A ສາຍທຳມະຊາດ ແລະ ກຸ່ມ B ສາຍສັງຄົມ. ຄາດວ່າຈະປະກາດຜົນການສອບເສັງໃນວັນທີ 11 ກັນຍາ 2025 ແລະ ລົງທະບຽນເຂົ້າຮຽນ ເລີ່ມແຕ່ວັນທີ 15 ກັນຍາ 2025 ເປັນຕົ້ນໄປ.
ສຳລັບຜູ້ສະໝັກສອບເສັງຈະຕ້ອງກະກຽມຄວາມພ້ອມໃນການສະໝັກຄື: ຜູ້ສະໝັກຕ້ອງມີບັດເຂົ້າຫ້ອງ ສອບເສັງຈົບ ມ7 ຫລື ໃບປະກາດຈົບ ມ7 ຫລື ບັດປະຈຳຕົວ ຫລື ສຳມະໂນຄົວ ເພື່ອມາຢັ້ງຢືນຕົວຕົນໃນເວລາສະໝັກ, ພ້ອມທັງດໍາເນີນການສະໝັກຜ່ານລະບົບອອນລາຍ ແລ້ວມາເອົາບັດເຂົ້າຫ້ອງສອບເສັງຢູ່ ມຊ ກ່ອນວັນສອບເສັງ ແລະ ຕ້ອງຮູ້ຫ້ອງ, ຮູ້ຕຶກອາຄານທີ່ຕົນເອງຈະສອບເສັງ ໂດຍສະແກນຜ່ານຄິວອາ ຢູ່ໃນບັດເຂົ້າຫ້ອງສອບເສັງຂອງຕົນ. ໃນກໍລະນີນັກສອບເສັງບໍ່ຮູ້ ສະແກນຄິວອາ ແນະນໍາໃຫ້ມາເບິ່ງຫ້ອງສອບເສັງຂອງຕົນກ່ອນການສອບເສັງຕົວຈິງ 1 ວັນ.
ຂ່າວ: ບົວລະພາ