Home ຂ່າວພາຍໃນ 74 ປີ ສື່ມວນຊົນລາວ ເປັນກະບອກສຽງອັນແຫລມຄົມຂອງພັກ-ລັດ ຕິດພັນກັບປະຫວັດສາດຂອງຊາດ

74 ປີ ສື່ມວນຊົນລາວ ເປັນກະບອກສຽງອັນແຫລມຄົມຂອງພັກ-ລັດ ຕິດພັນກັບປະຫວັດສາດຂອງຊາດ

0

ຕະຫລອດໄລຍະ 74 ປີ ຜ່ານມາ, ສື່ມວນຊົນລາວ ທັງສື່ເອເລັກໂຕຣນິກ ແລະ ສື່ສິງພິມ ຖືເປັນກະບອກສຽງອັນແຫລມຄົມ ຂອງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ທີ່ຍາມໃດກໍມີບົດບາດ ແລະ ຕິດພັນສະໜິດແໜ້ນກັບປະຫວັດສາດຂອງຊາດ, ຂອງພັກ, ຂອງການປະຕິວັດ ແລະ ຂອງປະຊາຊົນລາວບັນດາເຜົ່າ ທັງໄລຍະຕໍ່ສູ້ປົດປ່ອຍຊາດ ຍາດເອົາເອກະລາດແຫ່ງຊາດ ແລະ ອິດສະ ລະພາບ ມາສູ່ປະຊາຊົນ ກໍຄື ໃນໄລຍະແຫ່ງການປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາລະ ບອບປະຊາທິປະໄຕ ປະຊາຊົນ ຂອງລາວເຮົາ. ມາຮອດປັດຈຸບັນ ສື່ມວນຊົນລາວ ໄດ້ຮັບການພັດທະ ນາ ແລະ ເຕີບໃຫຍ່ຂະຫຍາຍຕົວ ທັງທາງດ້ານປະລິມານ ແລະ ຄຸນນະພາບ, ທຸກສໍານັກຂ່າວ ໄດ້ມີການ ນໍາໃຊ້ທັງສື່ເກົ່າ ແລະ ສື່ໃໝ່ ຄວບຄູ່ກັນໄປ ເຮັດໃຫ້ການເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ, ລວມທັງສາລະຄວາມຮູ້ ແລະ ຄວາມບັນເທີງ ມີຄວາມວ່ອງໄວ, ກວ້າງຂວາງ ແລະ ນັບມື້ເຂົ້າເຖິງທຸກກຸ່ມຄົນໄດ້ຢ່າງທົ່ວເຖິງ ໂດຍມີອິນເຕີເນັດເປັນຕົວຂັບເຄື່ອນສໍາຄັນທີ່ສຸດ.

ທ່ານ ສຸວັນ ວິໄລແສງ ຜູ້ອໍານວຍການໃຫຍ່ ສະຖານນີວິທະຍຸກະຈາຍສຽງ ແຫ່ງຊາດລາວ ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 7 ສິງຫາ 2024 ໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບ ຮອບ 74 ປີ (13/8/1950-13/8/2024) ໂດຍທ່ານ ໄດ້ຍົກໃຫ້ເຫັນບົດບາດ ແລະ ຄວາມສຳຄັນ ຂອງສື່ມວນຊົນລາວ ໃນໄລຍະຜ່ານມາຮອດປັດຈຸບັນ ເຊິ່ງຕະຫລອດໄລຍະ 74 ປີ ຜ່ານມາ, ສື່ມວນຊົນລາວ ໄດ້ເອົາໃຈໃສ່ໂຄສະນາເພື່ອປຸກລະດົມຂົນຂວາຍທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນບັນດາ ເຜົ່າ ໃຫ້ມີນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ຄຽດແຄ້ນສັດຕູ ແລະ ເຕົ້າໂຮມຄວາມສາມັກຄີຂອງປວງຊົນລາວບັນດາເຜົ່າ ເພື່ອເຂົ້າຮ່ວມຂະບວນການປະຕິວັດ. ສື່ມວນຊົນ ບາງຄົນຕ້ອງໄດ້ປະຕິ ບັດສອງໜ້າທີ່ ຄື: ການສື່ຂ່າວ ແລະ ສູ້ຮົບກັບສັດຕູໄປພ້ອມກັນໃນເວລາດຽວ ເຊິ່ງເປັນການປະກອບ ສ່ວນສໍາຄັນ ໃນພາລະກິດຕໍ່ສູ້ກູ້ຊາດ ທີ່ຍືດເຍື້ອຍາວນານ ແລະ ດ້ວຍຄວາມທໍລະຫົດອົດທົນ ຈົນສາ ມາດປົດປ່ອຍປະເທດຊາດ ໄດ້ຢ່າງສະຫງ່າຜ່າເຜີຍໃນປີ 1975.

ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ກໍຄື ໄລຍະແຫ່ງການປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສື່ມວນຊົນລາວ ຍັງໄດ້ສືບຕໍ່ເປັນກະ ບອກສຽງທີ່ສໍາຄັນຂອງພັກ ແລະ ລັດຖະບານ ໃນການໂຄສະນາໜາກຜົນຂອງການປະຕິວັດ, ປຸກລະ ດົມປະຊາຊົນທຸກຊັ້ນຄົນ ເຂົ້າຮ່ວມຈັດຕັ້ງຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ ແລະ ແຜນພັດ ທະນາເສດຖະກິດ-ສັງຄົມ ທີ່ລັດຖະບານ ວາງອອກ ໃນແຕ່ລະໄລຍະ, ສ່ອງແສງທຸກການເຄື່ອນໄຫວຂອງສັງຄົມ, ເປັນແຮງຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ລວມທັງວຽກງານຮັກສາຄວາມປອດໄພໃນການດໍາລົງຊີວິດຂອງປະຊາຊົນໃນສັງຄົມ, ເປັນຜູ້ຊີ້ແຈງ ແລະ ສ້າງຄວາມເຂົ້າໃຈໃນບັນຫາຕ່າງໆທີ່ເກີດຂຶ້ນຢ່າງຖືກຕ້ອງ, ເປັນເວທີລະຫວ່າງອົງການບໍລິຫານ, ອົງການປົກຄອງ ກັບປະຊາຊົນ, ພ້ອມທັງຊຸກຍູ້ສ້າງຄວາມສາມັກຄີເປັນປຶກແຜ່ນ, ຮັກຊາດ, ຮັກບ້ານເກີດເມືອງນອນ, ພ້ອມກັນສ້າງສາພັດທະນາຢ່າງບໍ່ຢຸດຢັ້ງ. ນອກຈາກນີ້, ສື່ມວນຊົນ ຍັງມີບົດບາດສໍາຄັນ ໃນການສຶກສາອົບຮົມການ ເມືອງ-ແນວຄິດ, ສ້າງທັດສະນະຫລັກໝັ້ນ ແລະ ຄວາມເຊື່ອໝັ້ນຕໍ່ອຸດົມຄະຕິ ແລະ ການນຳພາຂອງພັກ ໃນການຊຸກຍູ້, ປຸກລະດົມທົ່ວປວງຊົນເຮັດໜ້າທີ່ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕອບໂຕ້ຖ້ອຍທໍານອງຂອງພວກຄົນບໍ່ດີ ທີ່ຫວັງມ້າງເພທໍາລາຍລະບອບໃໝ່ຂອງພວກເຮົາ ທັງຢູ່ພາຍໃນ ແລະ ພາຍນອກ, ເສີມສ້າງຄວາມສາມັກຄີປອງດອງທົ່ວປວງຊົນທັງຊາດ, ໂຄສະນາດຶງດູດເອົາການຮ່ວມມື, ການຊ່ວຍເຫລືອ ແລະ ການລົງທຶນຈາກຕ່າງປະເທດ.

ທ່ານ ສຸວັນ ວິໄລແສງ ຍັງກ່າວອີກວ່າ: ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນການບໍ ລິໂພກຂໍ້ມູນຂ່າວສານໃນໄລຍະໃໝ່ ກໍຄື ໄລຍະທີ່ສື່ໃໝ່ ຫລື ສື່ອອນລາຍ ມີບົດບາດສູງໃນຊີວິດປະຈໍາວັນ ຂອງຄົນເຮົາໃນປັດຈຸບັນ, ສື່ມວນຊົນລາວ ຕ້ອງພ້ອມກັນສືບຕໍ່ເຮັດໜ້າທີ່ເປັນກະບອກສຽງທີ່ສໍາຄັນໃຫ້ແກ່ ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ເພື່ອໂຄສະນາແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ, ລະບຽບກົດໝາຍ ຂອງລັດວາງອອກ ໃຫ້ດີຂຶ້ນກວ່າເກົ່າ. ພ້ອມນີ້, ເນື້ອໃນ ແລະ ຮູບແແບບການໂຄສະນາ ຂອງສື່ມວນຊົນ ຕ້ອງໄດ້ປັບປຸງໃຫ້ມີຄວາມຫລາກຫລາຍ ແລະ ດຶງດູດໃຈຜູ້ຟັງ, ຜູ້ຊົມ ແລະ ຜູ້ອ່ານ ຂຶ້ນກວ່າເກົ່າ, ໄປພ້ອມໆ ກັບການປັບປຸງ ແລະ ພັດທະນາລະບົບເຕັກໂນໂລຊີແບບໃໝ່, ຫັນເປັນທັນສະໄໝ ແລະ ຍົກລະດັບບຸກຄະລາກອນສື່ໃຫ້ມີຄຸນນະພາບສູງຂຶ້ນ, ທັງສາມາດວິເຄາະ-ວິໄຈ, ຕອບໂຕ້ ແລະ ວິຈານບັນຫາຕ່າງໆ ໃຫ້ສັງຄົມໄດ້ຮັບຮູ້ ຕາມ 4 ລັກສະນະ ຂອງສື່ມວນຊົນລາວ ຄື: ລັກສະນະຕົວຈິງ, ລັກສະນະສຶກສາອົບຮົມ, ລັກສະນະແນະນໍາ ແລະ ລັກສະນະຕໍ່ສູ້.

ເພື່ອເຮັດໃຫ້ການປະຕິບັດໜ້າທີ່ຂອງຕົນໃຫ້ດີກວ່າເກົ່າ, ສື່ມວນຊົນທຸກຄົນ ຕ້ອງກຳໃຫ້ໄດ້ທຸກມະຕິ, ຄຳສັ່ງ ແລະ ບັນດາແຈ້ງການຂອງພັກ-ລັດຖະບານ ໃນແຕ່ລະໄລຍະ ເພື່ອໄປສ່ອງແສງ ຫລື ຜັນຂະຫຍາຍຕໍ່ໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ, ຕ້ອງສະແດງສັດຈະທຳໃນຄວາມເປັນຈິງ, ບໍ່ໃສ່ຮ້າຍປ້າຍສີ, ບໍ່ບິດເບືອນ, ບໍ່ສ້າງຄວາມແຕກແຍກຢູ່ໃນສັງຄົມ, ຕ້ອງເຮັດໃຫ້ສັງຄົມມີຄວາມສາມັກຄີຮັກ ແພງ ເຊິ່ງກັນ ແລະ ກັນ ເພື່ອເຮັດແນວໃດໃນການສ້າງຄວາມເຂົ້າອົກເຂົ້າໃຈກັນລະຫວ່າງພັກ-ລັດ ກັບປະຊາຊົນ ແລະ ປະ ຊາຊົນກັບປະຊາຊົນ ໃຫ້ນັບມື້ດີຂຶ້ນກວ່າເກົ່າ.

ຂ່າວ: ທະນູທອງ

ພາບ: ອ່າຍຄຳ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version