Home ຂ່າວພາຍໃນ 74 ປີ “ໜັງສືພິມປະຊາຊົນ” ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ

74 ປີ “ໜັງສືພິມປະຊາຊົນ” ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ

0

ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ແລະ ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 74 ປີ (13/8/1950-13/8/2024) ທີ່ໃກ້ຈະມາເຖິງນີ້, ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ໄດ້ໃຫ້ສຳພາດໃນວັນທີ 5 ສິງຫາ 2024 ວ່າ: ວັນທີ 13 ສິງຫາ ຂອງທຸກໆປີ ແມ່ນວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ທັງເປັນວັນສ້າງຕັ້ງໜັງສືພິມປະຕິວັດສະບັບທໍາອິດທີມີຊື່ວ່່າ: “ລາວອິດສະຫຼະ” ກໍຄືໜັງສືພິມປະຊາຊົນສຽງຂອງສູນກາງພັກ ໃນປັດຈຸບັນທີ່ໄດ້ໝູນວຽນມາບັນຈົບຄົບຮອບ 74 ປີ. ຕະຫຼອດໄລຍະ 74 ປີຜ່ານມາ ສື່ມວນຊົນລາວມີຄວາມບຸກໜ້າບືນຕົວ, ດຸໜັ່ນຫ້າວຫັນປະກອບສ່ວນຢ່າງຕັ້ງໜ້າຕໍ່ຜົນສໍາເລັດໃນໄລຍະຕໍ່ສູ້ກູ້ຊາດຕ້ານຈັກກະພັກຜູ້ຮຸກຮານ ກໍຄືໃນໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ສື່ມວນຊົນຮັກສາໄດ້ມູນເຊື້ອຄວາມຈົ່ງຮັກພັກດີຕໍ່ພັກ ແລະ ລັດຢ່າງສະເໝີຕົ້ນສະເໝີປາຍ; ສື່ມວນຊົນລາວໄດ້ເຮັດໜ້າທີ່ໂຄສະນາແນວທາງນະໂຍບາຍຂອງພັກ, ມະຕິຄໍາສັ່ງກົດໝາຍຂອງລັດ. ຜົນສໍາເລັດໃນການສ້າງສາພັດທະນາປະເທດຊາດ ແນວທາງການຕ່າງປະເທດຂອງພັກໃຫ້ຊາວໂລກໄດ້ຮັບຮູ້ ທັງເຮັດໜ້າທີ່ຕອບໂຕ້ຖ້ອຍທໍານອງພວກຄົນຫວັງບໍ່ດີທີ່ໃສ່ຮ້າຍປ້າຍສີຕໍ່ລະບອບໃໝ່ຂອງພວກເຮົາໄດ້ຢ່າງທັນການ; ສື່ມວນຊົນລາວໄດ້ພັດທະນາຍົກລະດັບຂີດຄວາມສາມາດ, ອຸປະກອນທີ່ທັນສະໄໝເປັນແຕ່ລະບາດກ້າວຮອງຮັບກັບໜ້າທີ່ການເມືອງຂອງພັກໃນໄລຍະໃໝ່.

ສໍາລັບໜັງສືພິມລາວອິດສະຫຼະ ໄດ້ເປັນກະບອກສຽງອັນສໍາຄັນໃນການໂຄສະນາປຸກລະດົມມວນຊົນເຂົ້າຮ່ວມຂະບວນການປະຕິວັດປົດປ່ອຍຊາດອອກຈາກແອກປົກຄອງຂອງພວກລ່່າເມືອງຂຶ້ນທັງແບບເກົ່າ ແລະ ແບບ ໃໝ່ ກໍຄືຕໍານິວິຈານການກະທໍາອັນໂຫດຮ້າຍປ່າເຖື່ອນຂອງພວກຈັກກະພັດຕ່າງດ້າວທີ່ມາຮຸກຮານທໍາລາຍດິນ ແດນລາວ. ພັກປະຊາຊົນລາວ ກໍຄືພັກປະຊາຊົນປະຕິວັດລາວໃນປັດຈຸບັນ ຍາມໃດກໍຖືເອົາວຽກງານໂຄສະນາສຶກສາອົບຮົມ, ຂົນຂວາຍ ແລະ ຈັດຕັ້ງນໍາພາປະຊາຊົນເປັນວິທີປະຕິວັດອັນໜຶ່ງທີ່ສໍາຄັນ. ໃນນັ້ນ, ວຽກງານສື່ມວນຊົນ ແລະ ການພິມຈໍາໜ່າຍ ເວົ້າລວມ, ເວົ້າສະເພາະແມ່ນໜັງສືພິມຂອງພັກ, ຈຶ່ງໄດ້ກາຍເປັນອາວຸດອັນແຫຼມຄົມ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນໄຊຊະນະລວມຂອງການປະຕິວັດ. ປຸກລະດົມມວນຊົນປະຕິບັດຕາມແນວທາງແຜນນະໂຍບາຍ ເປີດກວ້າງຂະຫຍາຍແນວໂຮມ, ຂະຫຍາຍສົງຄາມປະຊາຊົນຢ່າງແຂງແຮງ, ປຸກກະແສຟອງປະຕິວັດໃຫ້ກະຈາຍໄປສູ່ຄົນລາວທຸກຊັ້ນຄົນໃນຂອບເຂດທົ່ວປະເທດ ແລະ ໃນໂລກທີ່ມີເຊື້ອຊາດລາວອາໃສຢູ່ ຊຶ່ງເປັນເງື່ອນໄຂສ້າງໃຫ້ມີແກນນໍາທີ່ກ້າແກ່ນ ແລະ ເຂັ້ມແຂງໃນການນໍາພາຕໍ່ສູ້ທຸກຮູບແບບເພື່ອປົດປ່ອຍຊາດ ຍາດເອົາເອກະລາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນມາສູ່ປະຊາຊົນລາວບັນດາເຜົ່າ.

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ຊຶ່ງແມ່ນໄລຍະຮໍາບາດແຜສົງຄາມ, ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ບູລະນະລະບອບປະຊາທິປະໄຕປະຊາຊົນ. ໜັງສືິພິມປະຊາຊົນຍິ່ງມີບົດບາດສໍາຄັນໃນການໂຄສະນາໜາກຜົນຂອງການປະຕິວັດ, ປຸກລະດົມປະຊາຊົນທຸກຊັ້ນຄົນເຂົ້າຮ່ວມຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ທັງຕອບໂຕ້ຖ້ອຍທໍານອງຂອງພວກປະຕິການຂາຍຊາດ ແລະ ພວກຄົນບໍ່ດີຢູ່ພາຍໃນ ແລະ ພາຍນອກ. ປຸກລະດົມປະຊາຊົນທຸກຊັ້ນຄົນທໍາການຜະລິດ, ສ້າງເສດຖະກິດຄອບຄົວ ເພື່ອໃຫ້ມີຊີວິດການເປັນຢູ່ດີຂຶ້ນ. ໂຄສະນາໃນພາລະກິດການປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ເສີມສ້າງຄວາມສາມັກຄີປອງດອງປວງຊົນທັງຊາດ, ໂຄສະນາ, ປຸກລະດົມ, ຊຸກຍູ້ການພັດທະນາສ້າງສາເສດຖະກິດຂອງປະເທດເຮົາ, ຫັນປ່ຽນເສດຖະກິດທຳມະຊາດເປັນເສດຖະກິດສິນຄ້າ, ໃນການສຶກສາອົບຮົມການເມືອງ-ແນວຄິດ, ສ້າງທັດສະນະຫຼັກໝັ້ນ ແລະ ຄວາມເຊື່ອໝັ້ນຕໍ່ອຸດົມຄະຕິ ແລະ ການນຳພາຂອງພັກ, ໃນການຊຸກຍູ້, ປຸກລະດົມທົ່ວປວງຊົນເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໃນການໂຄສະນາດຶງດູດເອົາການຮ່ວມມື, ການຊ່ວຍເຫຼືອ ແລະ ການລົງທຶນຈາກຕ່າງປະເທດ ຕະຫຼອດເຖິງການເສີມຂະຫຍາຍປະຊາທິປະໄຕ ແລະ ຕໍ່ສູ້ຕ້ານກັບປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ. ເວົ້າລວມແລ້ວ ໃນແຕ່ລະໄລຍະຂອງການປະຕິ ວັດໜັງສືພິມປະຊາຊົນໄດ້ເຮັດໜ້າທີ່ການເມືອງຂອງຕົນຫຼ້ອນໜ້າທີ່ເປັນກ້າວໆມາ.

ທ່ານ ວັນໄຊ ຕະວິນຍານ ໃຫ້ຮູ້ຕື່ມວ່າ: ໃນໄລຍະປີ 2023-2024 ນີ້, ເຖິງແມ່ນ ວ່າຈະພົບກັບຄວາມຫຍຸ້ງຍາກນາໆປະການ ແຕ່ພາຍໃຕ້ການຊີ້ທິດເຢືອງທາງຈາກຄະນະໂຄສະນາອົບຮົມສູນກາງພັກ ໄດ້ເອົາໃຈໃສ່ຢ່າງໃກ້ສິດຈາກຄະນະບັນນາທິການ, ມີເພື່ອນຮ່ວມງານທີ່ເປັນນັກຂ່າວຈາກກະຊວງຕ່າງໆ, ນັກຂ່າວຈາກບັນດາແຂວງ, ເມືອງໃນທົ່ວປະເທດທີ່ໄດ້ສົ່ງຂໍ້ມູນຂ່າວສານ, ເຫດການທີ່ເກີດຂຶ້ນ, ບົດປະເພດຕ່າງໆມາປະກອບສ່ວນອອກໃນໜ້າໜັງສືພິມຢ່າງອຸດົມສົມບູນ, ຍ້ອນພາກສ່ວນຕ່າງໆໃນສັງຄົມໄດ້ໃຫ້ການສະໜັບສະໜູນອູ້ມຊູຊ່ວຍ ເຫຼືອ. ສິ່ງສໍາຄັນແມ່ນຍ້ອນພະນັກງານ-ສະມາຊິກພັກໜັງສືພິມປະຊາຊົນ ມີຄວາມມານະອົດທົນສາມາດຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ມີຄວາມຮັບຜິດຊອບສູງຕໍ່ການປະຕິບັດໜ້າທີ່ການເມືອງຂອງຕົນ ທີ່ໄດ້ຮັບການມອບໜາຍ ຈຶ່ງເຮັດໃຫ້ມີຜົນສໍາເລັດຢ່າງຕໍ່ເນື່ອງ. ສະແດງອອກໃນການຮັບໃຊ້ໜ້າທີ່ການເມືອງ ຍັງຮັບປະກັນເປັນກະບອກສຽງຂອງພັກ-ລັດໄດ້ເປັນຢ່າງດີ, ສາມາດຮັກສາມູນເຊື້ອປະຕິວັດຂອງຕົນໃນການນໍາສະເໜີເຫດ ການຕ່າງໆຕາມຄວາມເປັນຈິງ, ເປັນຜູ້ແນະນໍາ, ນໍາພາຫາງສຽງສັງຄົມ ແລະ ສ້າງຄວາມເຂົ້າໃຈທີ່ຖືກຕ້ອງ. ໄດ້ຮັບຄວາມເຊື່ອຖືໃນການສະໜອງຂໍ້ມູນຂ່າວສານ, ສາລະຄວາມຮູ້, ການທ່ອງທຽວໃຫ້ແກ່ເປົ້າໝາຍຂອງຕົນ ພ້ອມທັງສາມາດເຊື່ອມຕໍ່ຂໍ້ມູນຂ່າວສານໃນພາກພື້ນ ແລະ ສາກົນ. ໄປພ້ອມໆກັບການພັດທະນາໜັງສືພິມປະຊາຊົນ ໃຫ້ມີຜະລິດຕະພັນໃໝ່ຫຼາກຫຼາຍຮູບແບບສີສັນ, ດຶງດູດຜູ້ອ່ານ, ເຮັດໃຫ້ຄົນສາມາດເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານເຫດການຕ່າງໆທີ່ເກີດຂຶ້ນພາຍໃນປະເທດໄດ້ວ່ອງໄວຂຶ້ນ.

ປັດຈຸບັນໜັງສືພິມປະຊາຊົນ ຜະລິດອອກຈໍາໜ່າຍມື້ໜຶ່ງ 1.300 ສະບັບ, ຄະນະບັນນາທິການໄດ້ເລັ່ງປັບປຸງການອອກຂ່າວທາງລະບົບອອນລາຍ ເຮັດໃຫ້ມີເນື້ອໃນຂ່າວ-ບົດ, ແນວທາງນະໂຍບາຍຂອງພັກ, ມະຕິຄໍາສັ່ງ, ກົດໝາຍ, ຄໍາຂວັນ, ຄໍາຄົມສາລະໜ້າຮູ້ອອກໃນແຕ່ລະມື້ແຕ່ລະວັນ ບໍ່ເວັ້ນວັນເສົາ-ວັນທິດ ເຮັດໃຫ້ຄົນສົນ ໃຈຕິດຕາມອ່ານໜັງສືພິມທາງເວັບໄຊ ແລະ ເຟສບຸກຫຼາຍຂຶ້ນເຊັ່ນ: ໃນປີ 2022 ມີຜູ້ເຂົ້າອ່ານ 1.450.790 ຄົນ, ປີ 2023 ມີຜູ້ເຂົ້າເຂົ້າອ່ານ 1.575.750 ຄົນ. ໃນນັ້ນ, ສະເພາະ 6 ເດືອນ 2024 ມີຜູ້ເຂົ້າອ່ານ 690.395 ຄົນ ສະເລ່ຍ 23.000 ຄົນຕໍ່ມື້. ເຂົ້າອ່ານເຟສບຸກໃນປີ 2022 ມີ 1.044.150 ຄົນ. ປີ 2023 ມີຜູ້ເຂົ້າອ່ານ 1.258.416 ຄົນ ແລະ 6 ເດືອນຕົ້ນປີ 2024 ມີຜູ້ເຂົ້າອ່ານ 629.208 ຄົນ ແລະ ມີຜູ້ກໍາລັງຕິດຕາມທັງໝົດ 25.814 ຄົນ.

ທ່ານ ວັນໄຊ ຕະວິນຍານ ກ່າວເນັ້ນຕື່ມວ່າ: ໃນຕໍ່ໜ້າໜັງສືພິມປະຊາຊົນ ຈະສືບຕໍ່ປັບປຸງກົນໄກການເຮັດວຽກຂອງແຕ່ລະແນກໃຫ້ເປັນຕ່ອງໂສ້ ເພື່ອຮັບປະກັນບໍ່ໃຫ້ເກີດຄວາມຜິດພາດ ເຮັດໃຫ້ມີຄວາມວ່ອງໄວທັນເຫດການຂຶ້ນກວ່າເກົ່າ. ເນື້ອໃນຂ່າວ ແລະ ບົດໃຫ້ມີເນື້ອໃນອຸດົມສົມບູນເລິກເຊິ່ງ ແລະ ຫຼາກຫຼາຍຂຶ້ນກວ່າເກົ່າ ແນໃສ່ບົດນໍາ, ບົດຄວາມ, ບົດວຽກດີຄົນເດັ່ນ ແລະ ບົດປະເພດອື່ນໆໃຫ້ຫຼາຍຂຶ້ນ. ການນໍາສະເໜີຂ່າວໃຫ້ສັ້ນກະທັດຮັດ-ສ້າງເພື່ອນຮ່ວມງານໃຫ້ຫຼາຍກວ່າເກົ່າ. ເລັ່ງໃສ່ປັບປຸງເວັບໄຊໜັງສືພິມປະຊາຊົນໃຫ້ອອກຂ່າວວ່ອງໄວທັນສະໄໝ, ສູ້ຊົນເອົາໜັງສືພິມລົງສູ່ຮາກຖານໃຫ້ກວ້າງຂວາງກວ່າເກົ່າ. ເພື່ອພັດທະນາຕົນເອງໃຫ້ມີຄວາມກ້າວໜ້າເຕີບໃຫ່ຍເຂັ້ມແຂງຂຶ້ນເລື້ອຍໆ. ທັງນີ້, ເພື່ອເຮັດຫຼ້ອນໜ້າທີ່ວຽກງານຂອງຕົນໃນການຮັບໃຊ້ໜ້າທີ່ການເມືອງທີ່ພັກ ແລະ ລັດມອບໝາຍໃຫ້. ສືບຕໍ່ເສີມຂະຫຍາຍມູນເຊື້ອໜັງສືພິມປະຕິວັດ ເປັນກະບອກສຽງອັນແຫຼມຄົມຂອງພັກ.

ໃນໂອກາດວັນສື່ມວນຊົນ-ການພິມຈໍາໜ່າຍ ແລະ ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 74 ປີ, ທ່ານ ວັນໄຊ ຕະວິນຍານ ຕາງໜ້າໃຫ້ຄະນະບັນນາທິການສະແດງຄວາມຮູ້ບຸນຄຸນຢ່າງຈິງໃຈຕໍ່ການນໍາພັກ ແລະ ລັດ, ຄະນະໂຄສະນາອົບຮົມສູນກາງພັກທີ່ຍາມໃດກໍເປັນຫວ່ງເປັນໄຍໃຫ້ຄວາມເອົາໃຈໃສ່ຊີ້ນໍາຢ່າງໃກ້ສິດ, ສະແດງຄວາມຂອບໃຈນັກຂ່າວຈາກກະຊວງ, ທະບວງກົມ, ບໍລິສັດຫ້າງຮ້ານທີ່ໃຫ້ການຊຸກຍູ້ຕະຫຼອດຮອດນັກຂ່າວແຂວງເມືອງທີ່ໄດ້ໃຫ້ການຮ່ວມມື, ຊ່ວຍເຫຼືອປະກອບສ່ວນສົ່ງຂ່າວ, ບົດປະເພດຕ່າງໆມາປະກອບສ່ວນອອກໃນໜ້າໜັງສືພິມດ້ວຍດີຕະຫຼອດມາ ແລະ ສະແດງຄວາມຍ້ອງຍໍຊົມເຊີຍມາຍັງພະນັກງານໜັງພິມປະຊາຊົນທີ່ໄດ້ມີຄວາມອົດທົນສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ເຮັດວຽກບໍ່ມີໂມງເວລາ ລວມທັງວັນເສົາ-ວັນທິດ ຈົນເຮັດຫຼ້ອນໜ້າທີ່ຂອງຕົນ.

#ປະຊາຊົນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version