Home ຂ່າວພາຍໃນ ມະຫະກໍາການທ່ອງທ່ຽວ ແລະ ການສຶກສາ ມາເລເຊຍ 2025

ມະຫະກໍາການທ່ອງທ່ຽວ ແລະ ການສຶກສາ ມາເລເຊຍ 2025

0

ງານມະຫະກຳການທ່ອງທ່ຽວ ແລະ ການສຶກສາມາເລເຊຍ 2025 ໄດ້ຈັດຂຶ້ນໃນວັນທີ 13 ກັນ ຍາຜ່ານມາ ທີ່ສູນການຄ້າພາກຊັນ ໂດຍການເຂົ້າຮ່ວມຂອງທ່ານ ເອດີ ອີວານ ມາມຸດ ເອກອັກຄະລັດຖະທູດແຫ່ງມາເລເຊຍປະຈໍາ ສປປ ລາວ, ມີທ່ານ ນາງ ພອນມະລີ ອິນທະພົມ ຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ຕົວແທນຈາກບໍລິສັດທ່ອງທ່ຽວພາຍໃນ ແລະ ຈາກມາເລເຊຍເຂົ້າຮ່ວມ.

ພາຍໃນງານຜູ້ເຂົ້າຮ່ວມໄດ້ຮັບຊົມການສະແດງສິລະປະຈາກມາເລເຊຍ ແລະ ກິດຈະກຳດີໆໃຫ້ມວນຊົນຮ່ວມຫຼິ້ນເກມ ແລະ ຮັບຂອງລາງວັນຈາກທາງການທ່ອງທ່ຽວມາເລເຊຍ. ພ້ອມນີ້ໃນງານທ່ານຈະໄດ້ພົບກັບບໍລິສັດທົວທີ່ມີຊື່ສຽງຫຼາຍບໍລິສັດທີ່ຄອຍໃຫ້ຄຳປຶກສາກ່ຽວກັບການໄປທ່ອງທ່ຽວມາເລເຊຍ ແລະ ສູນການສຶກສາເພື່ອວາງແຜນໃນການສົ່ງລູກຫຼານຂອງທ່ານໄປຮຽນຕໍ່ທີ່ປະເທດມາເຊຍທີ່ໄດ້ມາດຕະຖານລະດັບສາກົນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version