Home ຂ່າວໜ້າໜຶ່ງ ປະທານສະພາແຫ່ງຊາດ ຮັບການເຂົ້າຢ້ຽມຂໍ່ານັບຂອງເລຂາທິການໃຫຍ່ AIPA

ປະທານສະພາແຫ່ງຊາດ ຮັບການເຂົ້າຢ້ຽມຂໍ່ານັບຂອງເລຂາທິການໃຫຍ່ AIPA

0

(ສພຊ), ວັນທີ 5 ສິງຫາ ຜ່ານມາ ທີ່ສະພາແຫ່ງຊາດ, ທ່ານ ໄຊສົມ ພອນພົມວິຫານ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານນາງ ຊິຕິໂຣໄຊເມ ຣິຢັນຕີ ດາໂຕະ ຮາຈິ ດຸນຣາມັນ ເລຂາທິການໃຫຍ່ໄອປາ (AIPA) ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມ ປຶກສາຫາລືຂອງຄະນະສະມາຊິກລັດຖະສະພາໜຸ່ມໄອປາ (Young Parliamentarians ofAIPA – YPA) ຄັ້ງທີ 1 ແລະ ກອງປະຊຸມສະພາທີ່ປຶກສາໄອປາ ກ່ຽວກັບໄພອັນຕະລາຍຂອງຢາເສບຕິດ (AIPA Advisory Council on Dangerous Drugs-AIPACODD) ຄັ້ງທີ 7 ຢູ່ ສປປ ລາວ. ທ່ານ ໄຊສົມ ພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາເຮັດວຽກໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນອັນສຳຄັນໃນການເປັນເຈົ້າພາບຈັດກອງປະຊຸມປຶກສາຫາລືຂອງຄະນະສະມາຊິກລັດຖະສະພາໜຸ່ມໄອປາ ຄັ້ງທີ 1 ໃນຮູບແບບທາງໄກທີ່ຫາກໍສຳເລັດ ແລະ ການເປັນເຈົ້າ ພາບຈັດກອງປະຊຸມມສະພາທີ່ປຶກສາໄອປາ ກ່ຽວກັບໄພອັນຕະລາຍຂອງຢາເສບຕິດຄັ້ງທີ 7 ທີ ຈະເປີດຂຶ້ນທີ່ແຂວງຫຼວງພະບາງ ໃນວັນທີ 7 ສິງຫານີ້ ທັງເຊື່ອໝັ້ນວ່າການພົບປະເຮັດວຽກກັບບັນດາ ປະທານກອງປະຊຸມກຳມາທິການປະຈຳວຽກງານຕ່າງໆຂອງໄອປາຈະເປັນການກະກຽມທີ່ດີໃຫ້ແກ່ການເປັນເຈົ້າພາບຈັດກອງປະຊຸມໃຫຍ່ໄອປາ ຄັ້ງທີ 45 ຊຶ່ງຈະຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 17- 23ຕຸລາ 2024, ສະແດງຄວາມຊົມເຊີຍຕໍ່ທ່ານເລຂາທິການໃຫຍ່ ໄອປາທີ່ໄດ້ເອົາ ໃຈໃສ່ເສີມຂະຫຍາຍການຮ່ວມມືກັບລັດຖະສະພາສັງເກດການ ແລະ ຄູ່ຮ່ວມພັດທະນາອື່ນໆ ເພື່ອຍາດ ແຍ່ງເອົາທຶນຮອນ ແລະ ຄວາມຮູ້ປະສົບການທີ່ດີມາຖ່າຍທອດໃຫ້ແກ່ສະມາຊິກລັດຖະສະພາໄອປາ ໂດຍຜ່ານການຝຶກອົບຮົມສຳມະນາໃນຮູບແບບຕ່າງໆຢ່າງຕໍ່ເນື່ອງ ຊຶ່ງສະພາແຫ່ງຊາດລາວກໍໄດ້ຮັບຜົນ ປະໂຫຍດຢ່າງຫຼວງຫຼາຍໃນການຍົກລະດັບຂີດຄວາມສາມາດໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ພະນັກງານວິຊາການຂອງສະພາແຫ່ງຊາດ; ພ້ອມນັ້ນ, ທ່ານຍັງໄດ້ລາຍງານໃຫ້ເລຂາທິການໃຫຍ່ໄອປາ ຮັບຊາບກ່ຽວກັບການກະກຽມຢ່າງຂຸ້ນຂ້ຽວໃນການຮ່າງຕາຕະລາງການດຳເນີນການ ແລະ ບັດເຊີນກອງ ປະຊຸມ, ຮ່າງມະຕິ ແລະ ເນື້ອໃນເອກະສານກ່ຽວຂ້ອງອື່ນໆໃນກອງປະຊຸມໄອປາ ຄັ້ງທີ 45 ຊຶ່ງຄາດ ວ່າຈະໃຫ້ສໍາເລັດ ໃນທ້າຍອາທິດທີໜຶ່ງຂອງເດືອນສິງຫານີ້.

ທ່ານ ນາງ ຊິຕິ ໂຣໄຊເມຣິຢັນຕີ ດາໂຕະ ຮາຈິ ອັບດຸນ ຣາມັນ ໄດ້ລາຍງານຜົນສຳເລັດກອງ ປະຊຸມປຶກສາຫາລືຂອງຄະນະສະມາຊິກລັດຖະສະພາໜຸ່ມໄອປາ ຄັ້ງທີ 1 ທີ່ຈັດຂຶ້ນໃນຕອນເຊົ້າທີ່ຜ່ານມາ ພາຍໃຕ້ຫົວຂໍ້ “ສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມໃນການສ້າງປະຊາຄົມອາຊຽນທີ່ປອດໄພ, ເຂັ້ມແຂງ ແລະ ກວມລວມ” ຊຶ່ງເປັນການສົ່ງເສີມໃຫ້ຊາວໜຸ່ມໄດ້ມີສ່ວນຮ່ວມໃນການສ້າງປະຊາຄົມອາຊຽນໃຫ້ຫຼາຍ

ຂຶ້ນ ແລະ ແຈ້ງໃຫ້ຊາບກ່ຽວກັບກອງປະຊຸມສະພາທີ່ປຶກສາໄອປາ ກ່ຽວກັບໄພອັນຕະລາຍຂອງຢາເສບຕິດ ຄັ້ງທີ 7 ທີ່ແຂວງຫຼວງພະບາງ ໃນວັນທີ 7-9 ສິງຫານີ້ ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດຂອງລັດ ຖະສະພາ ໃນການຮ່ວມມືເພື່ອແກ້ໄຂບັນຫາຢາເສບຕິດ ເຮັດໃຫ້ອາຊຽນປອດຢາເສບຕິດຢ່າງເປັນ ຮູບປະທຳ”.

(ຂ່າວ-ພາບ: ນາງ ອາລິນ ສຸພິມມະປະດິດ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version