Home ຂ່າວດ່ວນ ແຂວງອຸດົມໄຊ ປະສົບໄພພິບັດ ສ້າງຄວາມເສຍຫາຍ ກວ່າ 7 ຕື້ກີບ

ແຂວງອຸດົມໄຊ ປະສົບໄພພິບັດ ສ້າງຄວາມເສຍຫາຍ ກວ່າ 7 ຕື້ກີບ

0

ຈາກສະພາບຝົນຕົກ ຕິດຕໍ່ກັນຫຼາຍຊົ່ວໂມງ ໃນວັນທີ 19 ກໍລະກົດ ຜ່ານມາ ກໍ່ໃຫ້ເກີດ ມີນໍ້ານອງຫຼາຍສາຍເຊັ່ນ: ນໍ້າມາວ ນໍ້າແບງ ນໍ້າກໍ ແລະ ສາຍ ແມ່ນໍ້າອື່ນໆ ໄຫຼລເຂົ້າຖ້ວມ ທີ່ຢູ່ອາໄສ ເນື້ອທີ່ທຳການຜະລິດ ລະບົບໄຟ ຟ້າ ເສັ້ນທາງຄົມມະນາຄົມ ແລະ ດ້ານອື່ນໆ ຂອງແຂວງ ອຸດົມໄຊ ສ້າງຄວາມເສຍຫາຍ ມູນຄ່າກວ່າ 7 ຕື້ກີບ.

ຄະນະກຳມະການຄຸ້ມຄອງໄພພິບັດແຂວງ ອຸດົມໄຊ ລາຍ ງານໃຫ້ຮູ້ໃນວັນທີ 5 ສິງຫາ 2024 ກ່ຽວກັບສະພາບຜົນ ເສຍຫາຍຈາກໄພພິບັດນ້ຳຖ້ວມຄັ້ງວັນທີ 19 ກໍລະກົດຜ່ານ ມາວ່າ: ແຂວງ ອຸດົມໄຊໄດ້ຮັບຜົນເສຍຫາຍຈາກ ໄພພິບັດຄັ້ງນີ້ລວມມູນຄ່າ 7 ຕື 600 ລ້ານກວ່າກີບ ໃນນີ້ດ້ານທີ່ຢູ່ອາໄສຂອງພໍ່ແມ່ ປະຊາຊົນໄດ້ຮັບຜົນກະທົບ ແລະ ເສຍ ຫາຍ ຄືເມືອງໄຊ ມີ 2 ບ້ານ 29 ຫຼັງຄາເຮືອນ ພົນນລະ ເມືອງ 157 ຄົນ ຍິງ 71 ຄົນ, ເຮືອນໄຫຼນໍ້າຈໍານວນ 1 ຫຼັງ ເຮືອນຖືກນໍ້າ ຖ້ວມ ຈໍານວນ 26 ຫຼັງຄາ ເຮືອນຄົວເປ່ເພຈໍາ ນວນ 1 ຫຼັງ ຫ້ອງນໍ້າເປ່ເພ ລວມມູນຄ່າເສຍ ຫາຍ 167 ລ້ານກວ່າກີບ.

ຂະແໜງພະລັງງານ ແລະ ບໍ່ແຮ່ ໄດ້ຮັບຜົນກະ ທົບທັງໝົດ ຈຳນວນ 3 ເມືອງຄື: ເມືອງໄຊ ເມືອງຫຼາ ເມືອງແບງ ມີ 3 ຈຸດທີ່ເສຍຫາຍ ມີເສົາໄຟຟ້າລົ້ມຫັກ 3 ຕົ້ນ ແລະ ອຸປະ ກອນ ຕ່າງໆ ລວມມູນຄ່າເສຍຫາຍທັງໝົດ 34 ລ້ານກວ່າກີບ.

ຂະແໜງ ໂຍທາທິການ ແລະ ຂົນສົ່ງ ເສັ້ນທາງ ຫຼວງແຫ່ງ ຊາດ ເລກທີ 2W ຖືກເສຍຫາຍ 3 ຊ່ວງກິໂລແມັດ ແລະ ເສັ້ນທາງເລກທີ 2E ຖືກເສຍຫາຍ 2 ຊ່ວງກິໂລແມັດ ເສັ້ນ ທາງ ທ້ອງຖິ່ນ ເຂດເມືອງໄຊຈໍານວນ 3 ເສັ້ນ ເມືອງ ນາໝໍ້ຈໍານວນ 6 ເສັ້ນ ເມືອງ ງາຈໍານວນ 3 ເສັ້ນທາງ ລວມມູນ ຄ່າເສຍຫາຍທັງໝົດ 6 ຕື້ 369 ກວ່າລ້ານກີບ.

ຂະແໜງກະສິກຳ ແລະປ່າໄມ້ ເນື້ອທີ່ທໍາການ ຜະລິດຂອງປະຊາຊົນເສຍຫາຍ ຈໍານວນ 1 ເມືອງ ມີ 5 ບ້ານ ມີ 166 ຫຼັງຄາເຮືອນ ມີ 807 ຄົນ ຍິງ 399 ຄົນ ມີເນື້ອທີ່ທໍາການຜະລິດ ຖືກກະທົບ ຈຳນວນ 44 ເຮັກຕາ ເສຍຫາຍ 36 ເຮັກຕາ ລວມ ມູນຄ່າເສຍຫາຍ ຈໍານວນ 1 ຕື້ກວ່າກີບ.

ການຊ່ວຍເຫຼືອສຸກເສີນເບື້ອງຕົ້ນໄດ້ຊຸກຍູ້ຫ້ອງການ ແຮງ ງານ ແລະສະຫວັດດີການ ສັງຄົມເມືອງໃຫ້ການຊ່ວຍເຫຼືອສຸກເສີນໂດຍການນໍາໃຊ້ ເງິນກອງທຶນຄຸ້ມຄອງໄພພິບັດ ແລະສັງຄົມສົງເຄາະຂັ້ນເມືອງຈັດຊື້ສັງກະສີ ເຄື່ອງອຸປະ ໂພກບໍລິໂພກ ມູນຄ່າ 4.660.000 ກີບ ຂະແໜງພະລັງງານ ແລະ ບໍ່ແຮ ໄດ້ສ້ອມແປງຈຸດທີ່ຖືກຜົນກະທົບໃນ 3 ເມືອງ ມີ 3 ຈຸດຄື: ສ້ອມແປງເສົາໄຟຟ້າແລະປ່ຽນ ຖ່າຍອຸປະກອນ ລວມມູນຄ່າ 58 ລ້ານກວ່າກີບ ຂະແໜງໂຍທາທິການ ແລະ ຂົນສົງ ໄດ້ສ້ອມ ແປງສຸກເສີນເສັ້ນທາງທີ່ໄດ້ຮັບຜົນກະທົບໃຫ້ສາມາດສັນຈອນໄປມາໄດ້ເປັນປົກະຕິ ລວມມູນຄ່າສ້ອມແປງສຸກເສີນທັງໝົດ 74 ລ້ານກີບ.

ໃນຕໍ່ໜ້ານີ້ ຄະນະກຳມະການຄຸ້ມຄອງ ໄພພິ ບັດຈະໄດ້ສືບ ຕໍ່ໃນການຟື້ນຟູຫລັງເກີດເຫດ ໄພພິບັດໂດຍການ ລົງເກັບ ກຳຂໍ້ ມູນຜົນເສຍ ຫາຍແຕ່ລະດ້ານໃຫ້ລະອຽດ ພ້ອມທັງສັງລວມ ແລະ ລາຍງານການຈັດຕັ້ງປະຕິບັດໃຫ້ຂັ້ນ ເທິງຮັບຊາບເປັນແຕ່ລະໄລຍະ ພ້ອມທັງໃຫ້ ການຊ່ວຍເຫຼືອແກ່ເປົ້າໝາຍໃຫ້ທົ່ວເຖິງ.

ສະເໜີຕໍ່ຂັ້ນເທິງຂໍງົບປະມານສ້ອມແປງເສັ້ນທາງແກ້ໄຂແບບສຸກເສີນ ແລະ ຟື້ນຟູເຂົ້າ ສຸສະພາບປົກກະຕິ ແລະ ຄົ້ນຄວ້າພິຈາລະ ນາໃຫ້ການຊ່ວຍເຫຼືອເປັນເຂົ້າກິນໃຫ້ແກ່ເປົ້າໝາຍຜູ້ຖືກເຄາະຮ້າຍຈາກ ໄພພິບັດດັ່ງ ກ່າວໃຫ້ທົ່ວເຖິງ ແລະ ທັນເວລາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version