Home ຂ່າວດ່ວນ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ໃຫ້ມາຮັບເອົາບັດປະຈຳຕົວດິຈີຕ້ອນ

ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ໃຫ້ມາຮັບເອົາບັດປະຈຳຕົວດິຈີຕ້ອນ

0

ແຈ້ງການ. ເຖິງ: ພະນັກງານ-ລັດຖະກອນ,ທະຫານ, ຕຳ ຫຼວດ ແລະ ພໍ່ແມ່ປະຊາຊົນລາວ ບັນດາເຜົ່າ ໃນຂອບເຂດ ທົ່ວປະເທດ ທີ່ນັບຖື.

ເລື່ອງ: ມາຮັບເອົາບັດປະຈຳຕົວ ດິຈີຕ້ອນ.

ອີງຕາມ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ສະ ບັບເລກທີ 945/ປກສ, ລົງວັນທີ 03 ພຶດສະພາ 2025.

ອີງຕາມ ແຈ້ງການ ກ່ຽວກັບການກຳນົດວັນທີ 30 ກໍລະ ກົດ 2025 ເປັນມື້ເປີດພິທີ ແລະ ປະກາດນໍາໃຊ້ບັດ ປະຈໍາຕົວ ດີຈິຕ້ອນ ຢ່າງເປັນທາງການ ໃນຂອບເຂດທົ່ວປະເທດ ສະບັບເລກທີ 1304/ຫສນຍ, ລົງວັນທີ 25 ກໍລະກົດ 2025.

ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຂໍຖືເປັນກຽດແຈ້ງ ມາຍັງບັນດາທ່ານພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນລາວ ບັນດາເຜົ່າ ຮັບຊາບທົ່ວເຖິງກັນກ່ຽວກັບການມາຮັບເອົາບັດປະຈຳຕົວ ດິຈິຕ້ອນ ລາຍລະອຽດ ມີດັ່ງນີ້:

1. ບັນດາທ່ານພະນັກງານ-ລັດຖະກອນ,ທະຫານ, ຕຳ ຫຼວດ ແລະ ພໍ່ແມ່ປະຊາຊົນລາວ ທີ່ໄດ້ມາເຮັດບັດປະຈຳ ຕົວ ດິຈີຕ້ອນ ຢູ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໃນລະຫວ່າງ ວັນທີ 04 ສິງຫາ 2025 ຫາ 30 ກັນຍາ 2025 ໃຫ້ມາຮັບເອົາບັດປະຈໍາຕົວ ດິຈີຕ້ອນ ຂອງຕົນເອງ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກ ຖານ (ສະໜາມມ້າ) ໃນໂມງລັດຖະການ, ນັບແຕ່ວັນທີ 03 ພະຈິກ 2025 ເປັນຕົ້ນໄປ ( ໃຫ້ຖືໃບນັດຮັບບັດປະຈຳຕົວ ຫຼື ປື້ມສຳມະໂນຄົວ ສະບັບແທ້ ມາແຈ້ງຕໍ່ເຈົ້າໜ້າທີ່ເພື່ອຮັບບັດ ).

2. ສໍາລັບບຸກຄົນທີ່ມາເຮັດບັດປະຈຳຕົວ ນັບແຕ່ວັນທີ 01 ຕຸລາ 2025 ແມ່ນໃຫ້ລໍຖ້າ ແລະ ຕິດຕາມແຈ້ງການ ຂອງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຫຼື ໂທສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ ເບີໂທ ສາຍດ່ວນ 1529.

ດັ່ງນັ້ນ, ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຈຶ່ງແຈ້ງມາຍັງບັນດາທ່ານ ເພື່ອຊາບ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version